ໃນວັນທີ 24 ເດືອນຕຸລາ, CEO Elon Musk ຢືນຢັນໃນລະຫວ່າງການປະຊຸມວິດີໂອກັບກຸ່ມທະນາຄານວ່າ ລາວພ້ອມທີ່ຈະປິດຂໍ້ຕົກລົງການຊື້ Twitter ໃນວັນສຸກ, ພາຍໃນວັນທີ 28 ເດືອນຕຸລາ

ອີງຕາມເເຫຼ່ງຂ່າວທີ່ສໍາພາດໂດຍ Bloomberg ໄດ້ລະບຸວ່າ ທະນາຄານໄດ້ໃຫ້ເງີນ 13 ຕື້ໂດລາໃຫ້ແກ່ເຈົ້າພໍ່ລົດໄຟຟ້າເພື່ອສໍາເລັດການຊື້ກິດຈະການ, ເຊິ່ງຢູ່ໃນຂັ້ນຕອນສຸດທ້າຍຂອງເອກະສານ

ຜູ້ໃຫ້ກູ້ Wall Street ໄດ້ຕຽມພ້ອມເປັນເວລາຫຼາຍອາທິດເພື່ອລໍຖ້າການຊື້ ໂດຍສານທີ່ຮັບໜ້າທີ່ຈັດການຄະດີຂອງ Twitter ໄດ້ໃນກໍານົດວັນສຸກທີ 28 ຕຸລາ, ເປັນເສັ້ນຕາຍສໍາລັບການປິດການຊື້ກິດຈະການ.

ການກັບມາຂອງຂ່າວ ເຮັດໃຫ້ຮຸ້ນຂອງ Twitter ເລີ່ມສູງຂຶ້ນໃກ້ຄຽງກັບລາຄາການຊື້ຂາຍທີ່ທັງສອງຝ່າຍ ໄດ້ຕົກລົງກັນໃນເບື້ອງຕົ້ນ.

ຍ້ອນຫຍັງການຊື້ຂາຍ Twitter ຈຶ່ງຊັກຊ້າ

Elon Musk ລັງເລໃນຂໍ້ຕົກລົງ Twitter ເພາະວ່າລາວຮັບຮູ້ວ່າມີ bots ຫຼາຍກວ່າທີ່ Twitter ໄດ້ເປີດເຜີຍຕໍ່ສາທາລະນະ. ສິ່ງນີ້ເຮັດໃຫ້ລາວບໍ່ພໍໃຈຫຼາຍຈົນຢາກທີ່ຈະຢຸດການເຈລະຈາ.

ໃນເວລານັ້ນ, Elon Musk ໄດ້ຊື້ຫຸ້ນ 9.2% ໃນ Twitter. ຢ່າງໃດກໍຕາມ, ລາວປະຕິເສດທີ່ຈະຊື້ບໍລິສັດທັງໝົດຈົນກ່ວາ Twitter ເປີດເຜີຍຈໍານວນທີ່ແທ້ຈິງຂອງ bots ໃນເເພັດຟອມແລະພິສູດວ່າບັນຊີຜູ້ໃຊ້ໜ້ອຍກວ່າ 5% ແມ່ນຂອງປອມ.

ແຕ່ຄະນະກຳມະການ Twitter ຕັດສິນໃຈຟ້ອງມະຫາເສດຖີ ໂດຍຂໍໃຫ້ສານ Delaware ສັ່ງໃຫ້ດຳເນີນປະຕິບັດຂໍ້ຕົກລົງຫຼັງຈາກກ່າວຫາວ່າ Musk ວ່າໃຊ້ກົນລະຍຸດ “sham” ເພື່ອຍົກເລີກການຊື້ກິດຈະການ. ເຊີ່ງຈາກຄໍາຮ້ອງທຸກທາງດ້ານກົດໝາຍທີ່ຮຸນແຮງຈາກ Twitter ກ່າວວ່າການກະທໍາຂອງ Musk ອາດເປັນອັນຕະລາຍຕໍ່ຜົນປະໂຫຍດຂອງຜູ້ຖືຫຸ້ນ.

ຫຼັງຈາກໄດ້ຍິນຂ່າວນີ້, Elon Musk ໄດ້ຂຽນ tweet ຊີ້ໃຫ້ເຫັນເຖິງການກະທໍາຂອງ Twitter ທີ່ປະຊົດປະຊັນຕັ້ງແຕ່ເລີ່ມຕົ້ນ. ໂດຍຄະນະກໍາມະການໄດ້ພະຍາຍາມຄວ່ຳບາດ ຄວາມພະຍາຍາມໃນການຊື້ບໍລິສັດ ແຕ່ໃນທີ່ສຸດກໍພະຍາຍາມບັງຄັບໃຫ້ກັບມາດຳເນີນການຊື້ຕໍ່ໃນອີກສອງສາມອາທິດຫຼັງ​ຈາກ​ທີ່ຍິບຍື່ນຂໍ້ສະເໜີ​​.

Elon Musk ຈະຈ່າຍຕາມທີ່ລາວໄດ້ຕົກລົງໃນເບື້ອງຕົ້ນ

ຫຼັງຈາກຂໍ້ຂັດແຍ່ງທາງດ້ານກົດໝາຍ, Elon Musk ໄດ້ຕົກລົງທີ່ຈະກັບຄືນສູ່ແຜນການເດີມຂອງລາວທີ່ຈະຊື້ບໍລິສັດ social network ໃນມູນຄ່າ 44 ຕື້ໂດລາ ຫຼື  54.20 ໂດລາ ຕໍ່ຫຸ້ນ, ເພື່ອປ່ຽນ Twitter ໃຫ້ເປັນ “digital town square”

ນອກຈາກນັ້ນ, ມະຫາເສດຖີຍັງສັນຍາຈະກຳຈັດ bots ໃນເເພັດຟອມຂອງເຂົາຄວບຄູ່ໄປກັບການປ່ຽນແປງຕ່າງໆ ໂດຍສະເພາະໃນດ້ານ microtransactions.

ສັນຍາທັງຫມົດເຫຼົ່ານີ້ໄດ້ດັງໄປເຖິງຫູຄົນດັງໃນວົງການ crypto ເຊັ່ນ: CEO ຂອງ Binance ທີ່ເຂົ້າຮ່ວມໃນການສະໜັບສະໜູນການຊື້ກິດຈະການ Twitter ຫຼືແມ່ນແຕ່ Sam-Bankman Fried CEO ຂອງ FTX ເຊີ່ງລາວຢາກທີ່ຜູ້ຈະເວົ້າກັບ Musk ຖຶງກວິທີທີ່ Twitter ຈະໃຊ້ blockchain ​ເພື່ອ​ປັບ​ປຸງ​ພາ​ລະ​ກິດ​ຂອງ​ຕົນ​

ທີ່ມາ : https://cutt.ly/UNdzQl4

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.