Sam Bankman-Fried CEO ຂອງ FTX ອາດບໍ່ຮັກສາສະຖານະພາບ “ມະຫາເສດຖີ” ຂອງລາວອີກຕໍ່ໄປຫຼັງຈາກທີ່ຊັບສິນສ່ວນຕົວຂອງລາວຫຼຸດລົງປະມານ 94% ໃນຊົ່ວຂ້າມຄືນ, ອີງຕາມລາຍງານຂອງ Bloomberg Billionaires Index.

Bankman-Fried ເຄີຍເປັນຜູ້ທີ່ລ້ຳລວຍທີ່ສຸດ ອີງຕາມດັດຊະນີມະຫາເສດຖີຂອງ Bloomberg, ໂດຍມີມູນຄ່າສຸດທິປະມານ 26 ຕື້ໂດລາ ຕອນທີ່ຢູ່ຈຸດສູງສຸດຕອນນັ້ນ. ຢ່າງໃດກໍຕາມ, ໃນປັດຈຸບັນ ມະຫາເສດຖີ crypto ຄົນນີ້ບໍ່ປາກົດຢູ່ໃນບັນຊີລາຍຊື່ມະຫາເສດຖີ 500 ຄົນ.

ເມື່ອວັນ​ທີ 9 ພະຈິກ​ນີ້ ​ແຫຼ່ງຂ່າວ​ລາຍ​ງານ​ວ່າ ໂຊກ​ລາບ​ຂອງ​ລາວໄດ້​ໝົດ​ໄປ ຖ້າຫາກການຂາຍເເພລັດຟອມ FTX ຂອງລາວໃຫ້ກັບຄູ່ແຂ່ງຢ່າງ Binance ປະສົບຜົນສໍາເລັດ.

ກ່ອນທີ່ຈະປະກາດເຂົ້າຊື້ກິດຈະການຂອງ Binance, ອັດຕາສ່ວນການຖືຂອງຮຸ້ນຂອງBankman-Fried ໃນ FTX ເເມ່ນ 53 % ມີມູນຄ່າປະມານ 6.2 ຕື້ໂດລາ ແລະລາວຍັງເປັນເຈົ້າຂອງ Alameda Research, ໂດຍເພີ່ມອີກ 7.4 ຕື້ໂດລາ ໃຫ້ກັບຊັບສິນສ່ວນຕົວຂອງລາວ.

ດັດຊະນີມະຫາເສດຖີຂອງ Bloomberg ຖືວ່າ Bankman-Fried ແລະນັກລົງທຶນທີ່ມີສ່ວນໄດ້ສ່ວນເສຍຈະຖືກຂັບໄລ່ອອກຈາກບັນຊີລາຍຊື່ ເປັນຜົນສະທ້ອນຈາກການເຂົ້າຊື້ຂອງ Binance. ເຊິ່ງໝາຍ​ຄວາມ​ວ່າ Bankman-Fried ຈະຄົງມີຊັບສິນຄົງເຫຼືອປະມານ 1 ຕື້ໂດລາ, ຫຼຸດລົງຈາກ 15.6 ຕື້ໂດລາໃນວັນທີ 8 ພະຈິກ. ນັບວ່າມັນເປັນ “ການລົ້ມລະລາຍທີ່ໃຫຍ່ທີ່ສຸດໃນໜື່ງມື້ ເທົ່າທີ່ເຄີຍມີມາໃນບັນດາມະຫາເສດຖີທີ່ Bloomberg ໄດ້ຕິດຕາມ”

ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຄອບ​ຄອງ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ເປີດ​ເຜີຍ, ຍັງບໍ່ລວມ FTX.US ເຊິ່ງເປັນບໍລິສັດຍ່ອຍຂອງສະຫະລັດ ທີ່ມີຊັບສິນ 8 ຕື້ໂດລາພາຍໃຕ້ການຄຸ້ມຄອງ. ຂໍ້ຕົກລົງການຊື້ຂາຍໃນຕອນນີ້ແມ່ນພຽງແຕ່ສົນທິສັນຍາທີ່ບໍ່ມີການຜູກມັດເຊີ່ງ Binance ສາມາດ “ຖອນຕົວອອກຈາກຂໍ້ສະເໜີໄດ້ທຸກເວລາ” ອີງຕາມ Bankman-Fried ໄດ້ກ່າວ.

ທີ່ມາ : https://cutt.ly/jMeQ8VR

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.