Robert Kiyosaki ຜູ້ຂຽນໜັງສືຂາຍດີທີ່ສຸດອັນດັບໜື່ງ “ພໍ່ລວຍສອນລູກ” ກ່າວວ່າລາວບໍ່ກັງວົນກ່ຽວກັບລາຄາ Bitcoin ຫຼຸດລົງເພາະລາວເປັນນັກລົງທຶນ bitcoin. ໃນຂະນະທີ່ Bitcoin ຫຼຸດລົງຕ່ຳກວ່າ 17,000 ໂດລາທ່າມກາງການລົ້ມລະລາຍຂອງເວັບເທຣດ FTX, ລາວຮູ້ສຶກຕື່ນເຕັ້ນເມື່ອລາຄາຂອງ bitcoin ຫຼຸດລົງເຖິງຈຸດຕ່ຳສຸດໃໝ່.

ໃນວັນສຸກທີ່ຜ່ານມາ Kiyosaki ໄດ້ tweeted ວ່າ :

“Bitcoin ກັງວົນ? ບໍ່, ຂ້ອຍເປັນນັກລົງທຶນ Bitcoin ແລະ ຂ້ອຍຍັງເປັນນັກລົງທຶນໃນທອງຄໍາ, ເງິນ ແລະ ອະສັງຫາລິມະສັບ ຂ້ອຍບໍ່ແມ່ນນັກເທຣດ ຫຼື ຜູ້ສວຍໂອກາດ ເມື່ອລາຄາຂອງ Bitcoin ຫຼຸດລົງເຖິງຈຸດຕໍ່າສຸດໃໝ່ຈາກ 10,000 ໂດລາ ຫາ 12,000 ໂດລາ ຂ້ອຍຕື່ນເຕັ້ນ ແລະ ບໍ່ໄດ້ກັງວົນຫຍັງ”

ນັກຂຽນດັ່ງກ່າວ ໄດ້ແນະນໍາ Bitcoin ໃຫ້ກັບ fan club ຂອງລາວມາໄລຍະໜຶ່ງເເລ້ວ. ເດືອນທີ່ຜ່ານມາ ລາວໄດ້ອະທິບາຍເຫດຜົນວ່າເປັນຫຍັງລາວຈຶ່ງຊື້ BTC, ລາວໄດ້ຮຽກຮ້ອງໃຫ້ນັກລົງທຶນເຂົ້າສູ່ໂລກ crypto ກ່ອນທີ່ເສດຖະກິດຈະຕົກຕໍ່າຄັ້ງໃຫຍ່ຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.

ລາວໄດ້ເຕືອນເມື່ອບໍ່ດົນມານີ້ວ່າຕະຫຼາດຮຸ້ນ, ພັນທະບັດ ແລະອະສັງຫາລິມະສັບ ຈະຫຼຸດລົງໃນຂະນະທີ່ Federal Reserve ຍັງສືບຕໍ່ເພີ່ມອັດຕາດອກເບ້ຍ ການຂຶ້ນອັດຕາຂອງ Fed ຈະທໍາລາຍເສດຖະກິດສະຫະລັດ.

Kiyosaki ເຊື່ອ​ວ່າ ເງິນໂດລາສະຫະລັດແມ່ນພຽງແຕ່ເປັນພຽງຂະໜົມປັງປິ້ງ ໂດຍຕັ້ງຂໍ້ສັງເກດຈາກການທີ່ Saudi Arabia ໄດ້ຂໍເຂົ້າຮ່ວມກຸ່ມປະເທດ BRICS, ລາວກ່າວວ່າ ການສິ້ນສຸດຂອງເງິນປອມໄດ້ມາຮອດ ແລະທຳນາຍວ່າ ຄ່າເງິນໂດລາຈະຕົກໃນເດືອນມັງກອນປີຫນ້າ.

ທີ່ມາ : https://cutt.ly/7MkgakZ

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.