ໜື່ງໃນບໍລິສັດຂຸດຄົ້ນ crypto ຊັ້ນນໍາຂອງໂລກ Marathon Digital Holdings ໄດ້ບັນທຶກການຂາດທຶນສຸດທິ 75.4 ລ້ານໂດລາ ຫຼື 0.65 ໂດລາຕໍ່ຫຸ້ນ, ໃນຊ່ວງໄຕມາດທີສາມຂອງປີ 2022 ເນື່ອງຈາກຜົນຜະລິດທີ່ລົດລົງ ແລະ ລາຄາ Bitcoin ກໍເຊັ່ນກັນ.

ຢ່າງໃດກໍ່ຕາມ, ບໍລິສັດໄດ້ເກັບກໍາແລະເກັບສະສົມ Bitcoin ໄດ້ທັງໝົດ 11,285 BTC, ອີງຕາມຂໍ້ມູນຈາກ CoinGecko ສະເເດງໃຫ້ເຫັນວ່າມີພຽງ MicroStrategy ທີ່ກໍຕັ້ງໂດຍ Michael Saylor ທີ່ມີສິນຊັບ Bitcoin ຫຼາຍກວ່າ.

ກໍາໄລຫຼຸດລົງໃນໄຕມາດທີສາມ

Fred Thiel ປະທານແລະ CEO ຂອງ Marathon ກ່າວວ່າ Q2 ຂອງປີ2022 ເປັນຊ່ວງເວລາທີ່ທ້າທາຍ, ເມື່ອບໍລິສັດຕ້ອງສ້າງການດໍາເນີນງານຄືນໃໝ່ບາງສ່ວນ. ໂດຍການເຄື່ອນຍ້າຍສິ່ງທີ່ອຳນວຍຄວາມສະດວກບາງສ່ວນທີ່ສຳຄັນຈໍານວນຫຼາຍຈາກ Montana ໄປ Texas.

“ໄຕ​ມາດ​ທີ 3 ຂອງ​ປີ 2022 ແມ່ນ​ໄລ​ຍະ​ຫັນ​ປ່ຽນ ແລະສ້າງ​ສາ​ຄືນ​ໃໝ່ ໃນລະຫວ່າງນັ້ນ, ພວກເຮົາອອກຈາກໂຮງງານ Hardin ໃນ Montana ຢ່າງສົມບູນແລະເລີ່ມເພີ່ມພະລັງງານໃຫ້ກັບ server ໃນສະຖານທີ່ໃໝ່ ໂດຍສະເພາະສູນຂໍ້ມູນຂະໜາດ 280 ເມກາວັດທີ່ຢູ່ດ້ານຫລັງ  meter ຢູ່ທີ່ Mount King ຟາມກັງຫັນລົມໃນ Mackamey Texas” Thiel ກ່າວ.

ຢ່າງໃດກໍຕາມ, ບໍລິສັດໄດ້ລາຍງານຜົນປະກອບການທີ່ໄດ້ຮັບທີ່ຂ້ອນຂ້າງຫໜ້າຜິດຫວັງໃນໄຕມາດທີ 3 ເນື່ອງຈາກມູນຄ່າຂອງ Bitcoin ຂ້ອນຂ້າງຕໍ່າ (ເມື່ອທຽບໃສ່ກັບລະດັບຕັ້ງແຕ່ທ້າຍປີ 2021 ແລະຕົ້ນປີ 2022). ການສູນເສຍສຸດທິສໍາລັບງວດນີ້ແມ່ນ 75,4 ລ້ານໂດລາ ຫຼື 0,65 ໂດລາຕໍ່ຫຸ້ນ.

Marathon ຂຸດໄດ້ 616 BTC ໃນໄຕມາດທີສາມ ແລະ 615 BTC ໃນເດືອນຕຸລາ ລວມທີ່ຖືຄອງທັງໝົດເເມ່ນ 11,285 BTC, ມີມູນຄ່າເກືອບ 205 ລ້ານໂດລາໂດຍອີງໃສ່ລາຄາ BTC ໃນມື້ນີ້.

ຈາກຂໍ້ມູນຂອງ CoinGecko ເຫັນວ່າ MicroStrategy ເປັນບໍລິສັດດຽວທີ່ມີການຖືຄອງຫຼາຍກ່ວາ Marathon Digital, ໂດຍມີ 130,000 BTC ໃນຂະນະທີ່ Coinbase ແລະ Square ຕາມລົງມາເປັນທີສາມແລະສີ່.

ທີ່ມາ : https://cutt.ly/9Mys7AE

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.