Fidelity Investments ຍັກໃຫຍ່ດ້ານການລົງທຶນໄດ້ຍື່ນຄໍາຮ້ອງຂໍເຄື່ອງໝາຍການຄ້າໃນສະຫະລັດສໍາລັບຜະລິດຕະພັນ ແລະ ການບໍລິການ Web3 ລວມທັງຕະຫຼາດ NFT, ການລົງທຶນທາງດ້ານການເງິນ ແລະ ການບໍລິການຊື້ຂາຍ crypto ໃນ metaverse. 

ເຄື່ອງໝາຍການຄ້າ 3 ສະບັບໄດ້ຖືກຍື່ນຕໍ່ສໍານັກງານເຄື່ອງໝາຍການຄ້າສິດທິບັດຂອງສະຫະລັດ (USPTO) ເມື່ອໃນວັນທີ 21 ທັນວາ, ອີງຕາມລາຍງານຂອງທະນາຍຄວາມເຄື່ອງໝາຍການຄ້າ Mike Kondoudis ທີ່ tweeted ໃນວັນທີ 27 ທັນວາ. 

ໜຶ່ງໃນປະເດັນຫຼັກຂອງບໍລິສັດມຸ່ງເນັ້ນຄື metaverse, ໂດຍ Fidelity ລະບຸວ່າສາມາດໃຫ້ບໍລິການດ້ານການລົງທຶນທີ່ຫຼາກຫຼາຍໃນໂລກ virtual. ລວມທັງກອງທຶນລວມ, ກອງທຶນບໍານານ, ການຄຸ້ມຄອງການລົງທຶນ ແລະ ການວາງແຜນທາງດ້ານການເງິນ. 

ນອກຈາກນີ້, ຍັງລວມເຖິງການບໍລິການການຈ່າຍເງິນທີ່ໃຊ້ metaverse, ການຈ່າຍເງິນໃບບິນເອເລັກໂຕຣນິກ, ການໂອນເງິນ ແລະ “ການຄຸ້ມຄອງທາງດ້ານການເງິນຂອງບັນຊີບັດເຄຣດິດໃນ metaverse ແລະ ໂລກ virtual ອື່ນໆ” 

ໃນແງ່ຂອງ crypto ການຍື່ນເອກະສານລະບຸວ່າ ບໍລິສັດສາມາດເປີດຕົວບໍລິການການຊື້ຂາຍ ແລະ ການຄຸ້ມຄອງໃນ metaverse ພ້ອມກັບໃຫ້ບໍລິການກະເປົ່າເງິນ virtual. 

“ການບໍລິການກະເປົ່າເງິນເອເລັກໂຕຣນິກໃນຮູບແບບການເກັບຮັກສາເອເລັກໂຕຣນິກ ແລະ ການປະມວນຜົນສະກຸນເງິນ virtual ສໍາລັບການຊໍາລະເງິນ ການເຮັດທຸລະກໍາທາງເອເລັກໂຕຣນິກໂດຍຜ່ານເຄືອຂ່າຍຄອມພິວເຕີທົ່ວໂລກ, cryptocurrencies, ສະກຸນເງິນ virtual, Digital tokens ຂອງສະກຸນເງິນດິຈິຕອລ” 

ນອກຈາກນີ້, Fidelity ລະບຸວ່າ ສາມາດໃຫ້ບໍລິການດ້ານການສຶກສາໃນ metaverse ໃນຮູບເເບບຂອງ “ຫ້ອງຮຽນ, ກອງປະຊຸມ, ສໍາມະນາແລະກອງປະຊຸມໃນດ້ານການລົງທຶນ ແລະ ການບໍລິການທາງການເງິນດ້ານການຕະຫຼາດ” 

“ການໃຫ້ຂໍ້ມູນທາງທຸລະກິດໃຫ້ແກ່ຜູ້ໃຫ້ບໍລິການດ້ານການເງິນຜ່ານເວັບໄຊອິນເຕີເນັດ ໃນດ້ານການຕະຫຼາດທຸລະກິດໃນ metaverse ແລະ ໂລກ virtual ອື່ນໆ, ການບໍລິການອ້າງອິງໃນດ້ານຄຳແນະນໍາການລົງທຶນ ແລະ ການວາງແຜນທາງດ້ານການເງິນໃນ metaverse ແລະ ໂລກ virtual ອື່ນໆ “ເອກະສານສະບັບໜຶ່ງລະບຸ. 

ອີກທັງ NFT ຍັງຢູ່ໃນແຜນການຂອງ Fidelity, ໂດຍຜູ້ຈັດການດ້ານການລົງທຶນລະບຸວ່າສາມາດເປີດ “ຕະຫຼາດອອນໄລນ໌ສໍາລັບຜູ້ຊື້ ແລະ ຜູ້ຂາຍສື່ດິຈິຕອລ, ເຊິ່ງກໍຄື “non-fungible tokens”. ຢ່າງໃດກໍຕາມ, ລາຍລະອຽດເພີ່ມເຕີມກ່ຽວກັບເນື້ອຫາແມ່ນຍັງມີຢູ່ໜ້ອຍ. 

ທີ່ມາ : https://cutt.ly/T08R65n  

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

#Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.