ຕະຫຼາດ Cryptocurrency ກໍາລັງປະເຊີນກັບລະດູຫນາວ Crypto ທີ່ຮ້າຍແຮງທີ່ສຸດໃນຊ່ວງເວລາໜຶ່ງ. ອັນເນື່ອງມາຈາກການຫຼຸດລົງຢ່າງຕໍ່ເນື່ອງໃນລາຄາຊັບສິນດິຈິຕອລ ແລະ ຄວາມລົ້ມເຫຼວຂອງບໍລິສັດ Crypto ລາຍໃຫຍ່, ເຊັ່ນດຽວກັນກັບກໍລະນີຂອງການ Hack ແລະ ການປົ້ນທົ່ວທັງອຸດສາຫະກໍາ. 

ຢ່າງໃດກໍຕາມ ບົດລາຍງານທີ່ຜ່ານມາຈາກບໍລິສັດວິເຄາະຂໍ້ມູນ blockchain DappRadar ເປີດເຜີຍວ່າອຸດສາຫະກໍາອາດຈະບໍ່ຢູ່ໃນສະພາບເເບບນີ້. ເນື່ອງຈາກໄດ້ສະແດງໃຫ້ເຫັນເຖິງຄວາມຢືດຢຸ່ນ ແລະ ການເຕີບໃຫຍ່ທີ່ໂດດເດັ່ນທ່າມກາງລະດູໜາວ Crypto. 

ອີງຕາມບົດລາຍງານ Dapp Industry Report 2022 ຂອງ DappRadar, ໄດ້ລະບຸວ່າ ການນໍາແອັບພລິເຄຊັນເເບບກະຈາຍອໍານາດ (dApps) ໄດ້ເພີ່ມຂຶ້ນສູງເຖິງແມ່ນວ່າຢູ່ໃນສະພາບຕະຫຼາດໝີ. 

ອຸດສາຫະກໍາ dApp ເຕີບໂຕເພິ່ມຂຶ້ນ 50% ເມື່ອທຽບເປັນຕໍ່ປີ. ໃນສ່ວນຂອງກະເປົາເງິນລາຍວັນທີ່ບໍ່ຊ້ຳກັນ (dUAW) ໄດ້ເພີ່ມຂຶ້ນຈາກ 1.58 ລ້ານໃນປີ 202 ເປັນ 2.37 ລ້ານໃນປີ 2022. ການຂະຫຍາຍຕົວນີ້ແມ່ນຜົນມາຈາກການເພີ່ມຂຶ້ນລະຫວ່າງຜູ້ບໍລິໂພກ ແລະ ທຸລະກິດ. 

ເກມ Blockchain ແລະ NFT ນໍາພາການຂະຫຍາຍຕົວຂອງຕະຫຼາດ Dapp 

ໂຄງການເກມ Blockchain, ໂດຍສະເພາະພາກສ່ວນ GameFi, ມີບົດບາດສໍາຄັນໃນອຸດສາຫະກໍາ dApp ແລະ ໃນປີນີ້ GameFi ກວມເອົາ 49% ຂອງກິດຈະກໍາ dApp ທັງໝົດ, ໂດຍມີ dUAW ສະເລ່ຍ 1.15 ລ້ານລາຍການຕໍ່ວັນ ແລະ ທຸລະກໍາ 7.4 ຕື້ ລາຍການ 

ຕະຫຼາດ non-fungible token (NFT) ຍັງມີສ່ວນຊ່ວຍໃຫ້ອຸດສາຫະກໍາ dApp ເຕິບໃຫຍ່ດ້ວຍຈຳນວນ dUAW ລາຍວັນເພີ່ມຂຶ້ນ 33% ແລະ ພໍ່ຄ້າ NFT ທີ່ບໍ່ຊ້ຳໜ້າເພີ່ມຂຶ້ນ 876%  

ຢ່າງໃດກໍຕາມ, ເນື່ອງຈາກວ່າຈໍານວນຂອງພໍ່ຄ້າ NFT ທີ່ບໍ່ຊ້ຳກັນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ປະລິມານການຊື້ຂາຍເພີ່ມຂຶ້ນພຽງແຕ່ 0.41% ຕໍ່ປີ, ສ່ວນຍອດຂາຍ NFT ກໍ່ເພີ່ມຂຶ້ນ 10.6% ເປັນ 68.35 ລ້ານໂດລາ, ເຖິງແມ່ນວ່າບົດລາຍງານອື່ນໆລະບຸວ່າ ເກືອບ 60% ຂອງປະລິມານການຊື້ຂາຍ NFT ໃນປີນີ້ເປັນຂອງປອມ. 

DeFi ສະແດງໃຫ້ເຫັນຄວາມຢືດຢຸ່ນເຖິງວ່າ TVL ຫຼຸດລົງ 73% 

ພາກສ່ວນການເງິນແບບກະຈາຍອຳນາດ (DeFi) ປະເຊີນກັບສິ່ງທ້າທາຍໃນປີ 2022, ໂດຍສູນເສຍຫຼາຍກ່ວາ 73% ຂອງມູນຄ່າທັງໝົດທີ່ຖືກລັອກໄວ້ ແຕ່ຕະຫຼາດກໍເຫັນການເພີ່ມຂຶ້ນຂອງ dUAW ລາຍວັນ 2% ເປັນ 652,970. 

ນີ້ອາດຈະເບິ່ງຄືວ່າບໍ່ສໍາຄັນ, ແຕ່ DappRadar ຕັ້ງຂໍ້ສັງເກດວ່າ ມັນເປັນຄວາມສໍາເລັດທີ່ໜ້າປະທັບໃຈສໍາລັບພາກສ່ວນ DeFi ຫຼັງຈາກການລົ້ມລົງຂອງ Terra (Luna), ເຊິ່ງເປັນລະບົບນິເວດ DeFi ທີ່ໃຫຍ່ທີ່ສຸດອັນດັບ 2 ໃນເວລານັ້ນ. 

ບົດລາຍງານສະຫຼຸບໂດຍຍອມຮັບວ່າ ຕະຫຼາດໝີໄດ້ສ້າງໂອກາດສໍາລັບອຸດສາຫະກໍາທີ່ຈະຮຽນຮູ້ຈາກຄວາມຜິດພາດຂອງມັນ ແລະ ສຸມໃສ່ການສ້າງໂຄງການທີ່ມີຄວາມຍືນຍົງ. ໃນຂະນະທີ່ກະກຽມສໍາລັບລະດູການກະທິງຄັ້ງຕໍ່ໄປ. 

ທີ່ມາ : https://cutt.ly/v02wTIf  

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

#Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.