Larry Fink CEO ຂອງ BlackRock ໄດ້ທຳນາຍວ່າບໍລິສັດ cryptocurrency ສ່ວນໃຫຍ່ຈະລົ້ມເຫຼວ ໃນລະຫວ່າງການປະກົດຕົວຄັ້ງຫຼ້າສຸດທີ່ງານ New York Times DealBook Summit.

Fink ຍັງເປີດເຜີຍວ່າ BlackRock ຜູ້ຈັດການຊັບສິນທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ລົງທຶນ 24 ລ້ານໂດລາໃນ FTX, ເຊິ່ງມູນຄ່າຂອງມັນແມ່ນເປັນສູນໃນທັນທີຫຼັງຈາກການລົ້ມລະລາຍຂອງກະດານເທຣດ.

ເມື່ອສໍາພາດກ່ຽວກັບການລົ້ມລະລາຍຂອງ FTX, Fink ປະຕິເສດທີ່ຈະສະຫຼຸບວ່າ BlackRock ຖືກຫລອກລວງໂດຍກະດານເທຣດ crypto ທີ່ລົ້ມເຫລວຫຼືບໍ່ “ພວກເຮົາອາດຈະຖືກຫຼອກ? ຈົນກ່ວາພວກເຮົາມີຂໍ້ເທັດຈິງຫຼາຍກວ່ານີ້ ຂ້ອຍຈະບໍ່ຄາດເດົາໂດຍບໍ່ໄຕຕອງ” ລາວກ່າວ.

ເມື່ອເວົ້າເຖິງສະພາບເສດຖະກິດ, Fink ຄາດການວ່າອັດຕາເງິນເຟີ້ຈະຫຼຸດລົງ ແຕ່ອັດຕາດອກເບ້ຍຈະຍັງຄົງສູງ.

ໃນປີ 2020, Fink ເວົ້າວ່າ Bitcoin ອາດຈະພັດທະນາໄປສູ່ຕະຫຼາດທົ່ວໂລກໄດ້ ຫຼັງຈາກທີ່ລາວເຄີຍໄດ້ວິພາກວິຈານ cryptocurrencies ໃນໄລຍະຜ່ານມາ.

ໃນຕົ້ນປີທີ່ຜ່ານມາ, Salim Ramji ຫົວໜ້າລະດັບໂລກຂອງ ETFs ແລະການລົງທຶນດັດສະນີຂອງ BlackRock ກ່າວວ່າບໍລິສັດມີຄວາມໝັ້ນໃຈໃນ blockchain ເພາະວ່າເຕັກໂນໂລຢີມີທ່າແຮງທີ່ຈະເຮັດໃຫ້ຕະຫຼາດການເງິນມີປະສິດທິພາບຫຼາຍຂຶ້ນ.

ໃນເດືອນສິງຫາ, BlackRock ໄດ້ຮ່ວມມືກັບນາຍໜ້າຊື້ຂາຍຫຼັກຊັບຂອງ Coinbase ເພື່ອນຳສະເໜີ crypto ໃຫ້ກັບລູກຄ້າ.

ຜູ້ຈັດການຊັບສິນທີ່ໃຫຍ່ທີ່ສຸດຂອງໂລກຍັງໄດ້ເຂົ້າຮ່ວມການລະດົມທຶນ 400 ລ້ານໂດລາ ຂອງ Circle ບໍລິສັດ cryptocurrency. ເຊິ່ງຍັງເປັນຜູ້ອອກ Stablecoin ຄື USDC ອີກດ້ວຍ.

ທີ່ມາ : https://cutt.ly/v1UYgKa

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.