Cardano ເເພລັດຟອມ blockchain ເເບບ Proof-of-stake ໄດ້ຮ່ວມມືກັບ COTI, ເຊິ່ງເປັນ protocol DAG-based Layer 1 ເພື່ອເປີດຕົວ algorithm stablecoin ທີ່ໄດ້ສະໜັບສະໜູນໂດຍຫຼັກປະກັນສ່ວນເກີນໃນຮູບເເບບຂອງ cryptocurrency ທີ່ເກັບຮັກສາໄວ້ໃນທຶນສຳຮອງ.

ອີງຕາມຂໍ້ມູນທີ່ຖືກເຜີຍແຜ່ລະບຸວ່າ: Djed ມີກຳນົດຈະເປີດຕົວໃນ mainnet ໃນເດືອນມັງກອນ ປີ2023 ເຊິ່ງຕອນນີ້ຍັງຢູ່ລະຫວ່າງການກວດສອບຫາຂໍ້ຜິດພາດຢ່າງເຂັ້ມງວດ.

ນັກພັດທະນາກ່າວວ່າ: Djed ຈະຖືກນໍາໄປຜູກກັບເງິນໂດລາສະຫະລັດເຊິ່ງໄດ້ຮັບສະໜັບສະໜູນໂດຍ Cardano ($ADA) ແລະ ຈະໃຊ້ $SHEN ເປັນຫຼຽນສຳຮອງ.

algorithm Stablecoin ຈະເປີດໃຫ້ຜູ້ຮ່ວມງານທີ່ໄດ້ຮັບການຄັດເລືອກ ແລະ Decentralized Exchanges (DEXs) ບາງເເຫ່ງໄດ້ທົດສອບກັນ ເຊິ່ງຈະໃຫ້ລາງວັນເເກ່ຜູ້ໃຊ້ໃນການຈັດສັນສະພາບຄ່ອງໂດຍຜ່ານ Djed. ທັງນີ້ນັກພັດທະນາວາງແຜນທີ່ຈະປັບໃຊ້ເເບບຄ່ອຍເປັນຄ່ອຍໄປເທື່ອລະກ້າວ, ເພື່ອຈັດສັນສະພາບຄ່ອງຂອງ $ADA ໃຫ້ກັບ Djed smart contract

ໃນການປະກາດຢ່າງເປັນທາງການຢູ່ທີ່ກອງປະຊຸມ Cardano Summit, Shahaf Bar-Geffen CEO ຂອງ COTI ກ່າວວ່າ: “ເຫດການຕະຫຼາດທີ່ຜ່ານມາໄດ້ພິສູດອີກເທື່ອໜື່ງວ່າ: ພວກເຮົາຕ້ອງການບ່ອນປອດໄພຈາກການຜັນຜວນ ແລະ Djed ຈະເຮັດໜ້າທີ່ເປັນບ່ອນຫຼົບໄພໃນເຄືອຂ່າຍ Cardano, ບໍ່ພຽງແຕ່ພວກເຮົາຕ້ອງການ Stablecoin ເທົ່ານັ້ນ ພວກເຮົາຕ້ອງການຫຼຽນທີ່ມີການແບ່ງຂັ້ນຄຸ້ມຄອງ ແລະມີ proof of reserves ໃນ Chain”

ທີ່ມາ : https://cutt.ly/WM12Z3q

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.