ເຖິງເເມ່ນວ່າປີ 2022 ຈະເເມ່ນປີທີ່ຕົກຕໍ່າທີ່ສຸດສຳລັບ BTC ໃນເລື່ອງຂອງການເຄື່ອນໄຫວຂອງມູນຄ່າ, ເນື່ອງຈາກອຸດສະຫະກຳ Crypto ທັ້ງໝົດກຳລັງຕົກຢູ່ໃນທ່າມກາງການລົ້ມລະລາຍຄັ້ງໃຫຍ່ເຊັ່ນ: ການລົ້ມລະຫຼາຍຂອງລະບົບນິເວດ Terra, ໃນຊ່ວງກາງປີບໍລິສັດຕ່າງໆທີ່ກ່ຽວຂ້ອງກັບວິກິດການ Luna ເເລະ UST ກໍຢື່ນຟ້ອງລົ້ມລະລາຍເປັນຈຳນວນຫຼາຍ, ໃນຊ່ວງທ້າຍປີ FTX ກໍຕົກຢູ່ໃນວິກິດການ ເເລະ ຄ່ອຍໆເພີ່ມທະວີຄວາມຮຸນເເຮງຂຶ້ນ ໂດຍສົ່ງຜົນກະທົບເປັນວົງກວ້າງ.
ເມື່ອຍ້ອນກັບໄປເບິ່ງໃນວັນທີ 1 ມັງກອນ ປີ 2022, ລາຄາ bitcoin ຫຼຸດລົງຕໍ່າກວ່າ 16,000 ໂດລາເປັນຄັ້ງທໍາອິດໃນຮອບສອງປີ ເເລະ ມີລາຄາການຊື້ຂາຍສູງກວ່າ 46,000 ໂດລາ ໂດຍລາຄາຫຼຸດລົງເຖິງ 65%, ເຖິງແມ່ນວ່າລາຄາຈະເພີ່ມຂຶ້ນຢ່າງຫຼວງຫຼາຍຕໍ່ທ້າຍປີກໍຕາມ.
ກ້າວເຂົ້າສູ່ປີ 2023, ໃນອາທິດທໍາອິດລາຄາຂອງ bitcoin ຍັງຢູ່ຕໍ່າກວ່າ 17,000 ໂດລາ. ຫຼັງຈາກນັ້ນ, ໃນວັນທີ່ 9 ມັງກອນ Bitcoin ກໍມີລາຄາເພິ່ມຂຶ້ນເໜືອກວ່າ 20,000 ໂດລາ ເເລະ ບໍ່ມີທ່າທີຈະຫຼຸດລົງ. ໂດຍລາຄາຂອງ bitcoin ນັ້ນຍັງເພິ່ມຂຶ້ນເຖິງລະດັບ 24,000 ໂດລາ ເເລະ ໄດ້ທຳລາຍສະຖິຕິໃໝ່ສູງສຸດໃນຮອບ 5 ເດືອນ, ເຖິງເເມ່ນວ່າໃນທ້າຍເດືອນລາຄາຂອງມັນຈະຫຼຸດລົງເຫຼືອປະມານ 23,000 ໂດລາ ເຊິ່ງເພິ່ມຂຶ້ນ 39.66% ອີງຕາມຂໍ້ມູນຈາກ CoinGlass.
ທີ່ມາ : https://cutt.ly/N9VPteM
© 2022-2023 bitqik Insight – All rights reserved.