ເພື່ອໃຫ້ສອດຄ່ອງກັບແຜນການລົງທຶນທີ່ມີຄວາມທະເຍີທະຍານຂອງຕົນໃນສະພາວະຕະຫຼາດໝີ, Binance Labs ຊຶ່ງເປັນບໍລິສັດຮ່ວມທຶນຂອງກະດານເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກ, ໄດ້ປະກາດເປັນຜູ້ນໍາການລະດົມທຶນຮອບທີສອງສໍາລັບ GoPlus Security, ໂດຍບໍ່ໄດ້ເປີດເຜີຍມູນຄ່າຂອງການລົງທຶນ.

ເງິນທຶນກ້ອນໃໝ່ຈະຖືກນໍາໄປໃຊ້ເພື່ອພັດທະນາ security data ຕື່ມອີກ, ເພື່ອສ້າງການບໍລິການດ້ານຄວາມປອດໄພສໍາລັບຕະຫຼາດ ແລະ ດໍາເນີນການຈ້າງໃໝ່ສໍາລັບຜູ້ໃຫ້ບໍລິການໂຄງສ້າງພື້ນຖານດ້ານຄວາມປອດໄພ Web3.

ອີງຕາມການຕອບ blog ຢ່າງເປັນທາງການໄດ້ລະບຸວ່າ, Go Plus Security ຕັ້ງໃຈທີ່ຈະໃຊ້ເງິນເພື່ອເປີດຕົວ security service marketplaceໃນທ້າຍປີ 2022.

Yi He, ຜູ້ຮ່ວມກໍ່ຕັ້ງຂອງ Binance ແລະ ຫົວໜ້າຂອງ Binance Labs ໄດ້ໃຫ້ຄໍາຄິດເຫັນວ່າ:
“ການຮັກສາຄວາມປອດໄພແມ່ນພື້ນຖານຂອງລະບົບນິເວດ ແລະ ຊຸມຊົນ Web3 ທີ່ກໍາລັງເຕີບໃຫຍ່ ໂດຍການສະໜັບສະໜູນການແກ້ໄຂທີ່ສາມາດຕິດຕໍ່ກັບຜູ້ບໍລິໂພກເຊັ່ນ Goplus Security, ພວກເຮົາຫວັງວ່າຈະເຫັນວ່າການບໍລິການຮັກສາຄວາມປອດໄພຂອງຜູ້ໃຊ້ປາຍທາງສາມາດພັດທະນາ ແລະ ປະສົບຄວາມສຳເລັດ”

ການເຄື່ອນໄຫວດັ່ງກ່າວມີຂຶ້ນສອງສາມມື້ຫຼັງຈາກ CEO Changpeng Zhao (CZ) ຂອງ Binance ໄດ້ຢືນຢັນແຜນການທີ່ຈະໃຊ້ເງິນສຳຮອງ 1 ຕື້ໂດລາເພື່ອການເຂົ້າຊື້ກິດຈະການ ແລະ ການລົງທຶນ.

ອີງຕາມການຄາດການທີ່ຜ່ານມາບໍ່ດົນນີ້, Binance ໄດ້ລົງທຶນຫຼາຍກວ່າ 325 ລ້ານໂດລາໃຫ້ກັບໂຄງການຫຼາຍກວ່າ 67 ໂຄງການໃນປີນີ້. ໃນທາງກົງກັນຂ້າມ, ກະດານເທຣດໄດ້ໃຊ້ເງີນປະມານ 140 ລ້ານໂດລາໃນ 73 ໂຄງການຕະຫຼອດທັງປີ 2021 ໃນຊ່ວງຕະຫຼາດ crypto ທີ່ເປັນຂາຂຶ້ນ.

Binance Labs ເປີດຕົວກອງທຶນ 500 ລ້ານໂດລາເພື່ອສະຫນັບສະຫນູນໂຄງການ Web 3 ແລະ ການເລີ່ມຕົ້ນທີ່ມີສັກກະຍະພາບສູງໃນຕົ້ນປີນີ້.

ບໍລິສັດ E-commerce ແລະ ເກມແບບດັ້ງເດີມຈະຍັງຄົງຢູ່ໃນກຸ່ມເປົ້າໝາຍຂອງ Binance ສໍາລັບໂອກາດການລົງທຶນທີ່ມີສັກກະຍະພາບ.

ທີ່ມາ : https://cutt.ly/s0s3Z69

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.