Binance ບໍລິສັດຊື້ຂາຍແລກປ່ຽນ Cryptocurrency ວາງແຜນການທີ່ຈະເຂົ້າສູ່ຕະຫຼາດຍີ່ປຸ່ນອີກຄັ້ງ ຫຼັງຈາກໄດ້ຮັບຫຸ້ນສ່ວນ 100% ຂອງຜູ້ໃຫ້ບໍລິການ crypto ສັນຊາດຍີ່ປຸ່ນທີ່ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍໃນປະເທດ.

ໃນການປະກາດຢ່າງເປັນທາງການໃນວັນທີ 30 ພະຈິກ, CEO ຂອງ Binance Changpeng Zhao ກ່າວວ່າການແລກປ່ຽນ crypto ມຸ່ງໝັ້ນທີ່ຈະເຂົ້າສູ່ຕະຫຼາດຍີ່ປຸ່ນຄືນໃໝ່ອີກຄັ້່ງ. ໂດຍການເຂົ້າຊື້ກິດຈະການເວັບເທຣດ Sakura Exchange BitCoin (SEBC), ເຊິ່ງເປັນທຸລະກິດທີ່ໄດ້ຮັບອະນຸຍາດຈາກ Japan Financial Services Agency.

ໂຄສົກຂອງ Binance ກ່າວວ່າ: ພວກເຮົາສາມາດເວົ້າໄດ້ວ່າການຊື້ກິດຈະການ SEBC ແມ່ນໃບອະນຸຍາດໃບທໍາອິດຂອງ Binance ໃນອາຊີຕາເວັນອອກ ແລະ​ເນື່ອງ​ຈາກ​ວ່າ​ອາ​ຊີ​ເປັນ​ຕະ​ຫຼາດ​ທີ່​ມີ​ສັກກະຍະພາບ​ ພວກເຮົາຫວັງວ່າຈະຂະຫຍາຍການບໍລິການຂອງພວກເຮົາໄປສູ່ພູມມິພາກອື່ນຫຼາຍຂຶ້ນ.

Binance ຕ້ອງຍຸຕິແຜນການທີ່ຈະເປີດສໍານັກງານໃຫຍ່ຂອງຍີ່ປຸ່ນໃນປີ 2018 ພາຍຫຼັງຈາກການປະກາດຂອງ FSA ຂອງການດໍາເນີນງານໂດຍບໍ່ມີໃບອະນຸຍາດ. ຊຶ່ງລັດຖະບານຍີ່ປຸ່ນໄດ້ເຕືອນບໍລິສັດອີກເທື່ອໜື່ງໃນປີ 2021 ດ້ວຍເຫດຜົນດຽວກັນ.

ການເຂົ້າຊື້ກິດຈະການຂອງ Binance ພາຍໃຕ້ການຄວບຄຸມຂອງໜ່ວຍງານຄຸ້ມຄອງດູເເລເພື່ອເຂົ້າສູ່ຕະຫຼາດ crypto ຖືກເບິ່ງວ່າເປັນການຍາກທີ່ຈະໄດ້ຮັບໃບອະນຸຍາດເພື່ອດໍາເນີນການໄດ້ຢ່າງອິດສະຫຼະ, ກ່ອນຫນ້ານີ້ Binance ສາມາດເຂົ້າສູ່ຕະຫຼາດມາເລເຊຍໄດ້ອີກຄັ້ງ ຫຼັງຈາກເຂົ້າຊື້ຮຸ້ນໃນກິດຈະການທີ່ໄດ້ຮັບການຄວບຄຸມໂດຍໜ່ວຍງານຄຸ້ມຄອງດູເເລຂອງປະເທດ.

ເຊັ່ນດຽວກັນ ກະດານເທຣດດັ່ງກ່າວໄດ້ກັບຄືນສູ່ຕະຫຼາດສິງກະໂປໂດຍມີຫຸ້ນສ່ວນ 18% ໃນຕະຫຼາດຫຼັກຊັບທີ່ຖືກຄວບຄຸມ, ອີກທັງບໍລິສັດຍັງໄດ້ຮັບການເຂົ້າເຖິງເຄືອຂ່າຍການຊຳລະເງິນ sterling ຂອງສະຫະລາຊະອານາຈັກໂດຍການເປັນຮຸ້ນສ່ວນກັບ Paysafe ຫຼັງຈາກໜ່ວຍງານຄຸ້ມຄອງປະຕິເສດບໍ່ໃຫ້ພວກເຂົາເຂົ້າເຖິງເຄືອຂ່າຍນັ້ນ.

ປະຈຸບັນ SEBC ໄດ້ຮອງຮັບການເທຣດ Crypto ເປັນຈຳນວນທັງໝົດ 11 ຄູ່ໄດ້ເເກ່: BTC/JPY, ETH/JPY, BCH/JPY, XRP/JPY, LTC/JPY, ETC/JPY, XEM/JPY, MONA/JPY, ADA/JPY, XYM. /JPY ແລະ COT/ JPY

ບໍ່ດົນມານີ້, ປະເທດຍີ່ປຸ່ນໄດ້ລົດຜ່ອນຄວາມເຂັ້ມງວດນະໂຍບາຍການຄວບຄຸມດູເເລເພີ່ມເຕີມເພື່ອຊຸກຍູ້ທຸລະກິດການເລີ່ມຕົ້ນ crypto ແລະ ອະນຸຍາດໃຫ້ພວກເຂົາພັດທະນາລາຍຊື່ຫຼຽນຂອງພວກເຂົາໄດ້ງ່າຍຂຶ້ນ.

ທີ່ມາ : https://cutt.ly/C1Tuj0r

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.