ຈາກການສໍາຫຼວດລ່າສຸດຂອງ CNBC ໃນທ້າຍເດືອນພະຈິກ ສະແດງໃຫ້ເຫັນວ່າມີພຽງແຕ່ 8% ຂອງຊາວອາເມລິກັນທີ່ມີທັດສະນະຄະຕິທີ່ດີຕໍ່ cryptocurrencies. ນີ້ແມ່ນການຫຼຸດລົງຢ່າງຫຼວງຫຼາຍຈາກ 19% ທີ່ບັນທຶກໄວ້ໃນເດືອນມີນາ.

ການສໍາຫຼວດເສດຖະກິດໃນອາເມລິກາຂອງ CNBC ໄດ້ດໍາເນີນໃນລະຫວ່າງວັນທີ 26 ພະຈິກ ຫາ 30 ພະຈິກ. ແນວໃດກໍ່ຕາມ ການສໍາຫຼວດແມ່ນຂ້ອນຂ້າງນ້ອຍ ເນື່ອງຈາກວ່າມີຜູ້ຕອບເເບບສອບຖາມພຽງເເຕ່ 800 ຄົນໃນທົ່ວສະຫະລັດ. ໂດຍມີຄ່າເຜື່ອອາດຈະມີຄວາມຜິດພາດ +/- ຢູ່ທີ່ 3.5%.

ການສໍາຫຼວດໄດ້ຖືກເຜີຍເເຜ່ໃນວັນທີ 7 ທັນວາ, ສະແດງໃຫ້ເຫັນເຖິງການຫຼຸດລົງຂອງຈໍານວນຜູ້ຕອບເເບບສອບຖາມທີ່ເປັນມິດກັບ crypto. ໃນທາງກົງກັນຂ້າມ ຈໍານວນຜູ້ກຽດຊັງ(ຜູ້ທີ່ມີທັດສະນະທີ່ບໍ່ດີກ່ຽວກັບ crypto) ແມ່ນເພີ່ມຂຶ້ນຢ່າງໄວວາ. ໂດຍເພີ່ມຂຶ້ນຈາກ 25% ໃນເດືອນມີນາເປັນ 43% ໃນເດືອນພະຈິກ.

ບໍ່ວ່າຜູ້ຕອບເເບບສຳຫຼວດນີ້ຈະລົງທຶນໃນ crypto ຫຼື ບໍ່, ພວກເຂົາທັງໝົດລ້ວນເເຕ່ຕ້ອງການໃຫ້ກົດລະບຽບທີ່ຄວບຄຸມ Crypto ເຄັ່ງຄັດຫຼາຍຂຶ້ນ ເຊັ່ນດຽວກັບກົດລະບຽບທີ່ໃຊ້ກັບຮຸ້ນ ແລະ ພັນທະບັດ, ໂດຍມີ 21% ຂອງຜູ້ໃຫຍ່ ແລະ 16% ຂອງນັກລົງທຶນ crypto ທີ່ຕ້ອງການໃຫ້ມີກົດລະບຽບເພີ່ມເຕີມ.

“ຈາກຜົນການສໍາຫຼວດນີ້ 42% ຂອງນັກລົງທຶນ Crypto ໃນປັດຈຸບັນມີທັດສະນະທີ່ບໍ່ດີຕໍ່ Crypto, ເຊິ່ງສອດຄ່ອງກັບ 43% ຂອງຕົວຢ່າງກຸ່ມຜູ້ໃຫຍ່ທີ່ໄດ້ສໍາຫຼວດ. ໂດຍມີສັດສ່ວນຄວາມແຕກຕ່າງແມ່ນ 17% ຂອງຜູ້ມີມຸມມອງຕໍ່ crypto ໃນເເງ່ລົບຫຼາຍ, ເຊິ່ງເປັນນັກລົງທຶນ Crypto ທຽບກັບ 47% ຂອງຜູ້ທີ່ບໍ່ໄດ້ລົງທຶນໃນ Crypto” CNBC ໄດ້ກ່າວ

ທີ່ມາ :  https://cutt.ly/u0qVBDu

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.