ໜ່ວຍງານຄຸ້ມຄອງດູເເລທາງການເງິນແຖວໜ້າຂອງຮົງກົງໄດ້ປະກາດໃນມື້ວັນຄານທີ່ຜ່ານມາວ່າ: ຮົງກົງກຽມອອກໃບອະນຸຍາດທີ່ຈໍາເປັນໃຫ້ເເກ່ຫຼຽນ Stabilitycoin, ເເຕ່ຈະບໍ່ອະນຸຍາດໃຫ້ Algorithmic Stablecoin ຄື TerraUSD (UST) ທີ່ມີບັນຫາມາເປັນເວລາຍາວນານ ດໍາເນີນການເເລກປ່ຽນຊື້່ຂາຍພາຍໃນປະເທດ.
ໂດຍທະນາຄານກາງຂອງຮ່ອງກົງ (HKMA) ໄດ້ກໍານົດເເຜນການຄຸ້ມຄອງດູເເລຫຼັງຈາກໄດ້ຮັບຂໍ້ສະເໜີກ່ຽວກັບເອກະສານການໂຕ້ວາທີເມື່ອປີທີ່ເເລ້ວ, ເຊິ່ງມີການຕອບຮັບຫຼາຍເຖິງ 58 ລາຍງານ ເຮັດໃຫ້ໜ່ວຍງານຄຸ້ມຄອງດູເເລຈັດຕັ້ງລະບອບການຄຸ້ມຄອງ Stablecoin ຂຶ້ນມາ.
ໃນເບື້ອງຕົ້ນ, HKMA ໄດ້ວາງແຜນທີ່ຈະຄວບຄຸມ ແລະ ຫຼຽນ Stablecoin ທີ່ ດ້ວຍຕົວເອງ, ແຕ່ແນວຄວາມຄິດເຫຼົ່ານັ້ນເບິ່ງຄືວ່າຈະປ່ຽນໄປສູ່ແຜນການຮັກສາສະຖຽນລະພາບຂອງຫຼຽນທີ່ມີຢູ່ກ່ອນ. ໂດຍພ້ອມທີ່ຈະກວດສອບທຶນສຳຮອງ Stablecoin ຢ່າງເຂັ້ມງວດໃນທົ່ວໂລກນັບຕັ້ງແຕ່ 2021.
ສິ່ງນີ້ເກິດຂຶ້ນຫຼັງຈາກ Tether, ຜູ້ອອກ Stablecoin ອັນດັບຕົ້ນໆຕາມມູນຄ່າໃນຕະຫຼາດ, ເປີດເຜີຍວ່າ ທຶນສຳຮອງສ່ວນໃຫຍ່ປະກອບດ້ວຍໜີ້ສິນໄລຍະສັ້ນທີ່ບໍ່ມີຫຼັກຄໍ້າປະກັນໃນປະເທດເສດຖະກິດເຊັ່ນ: ສະຫະລັດ, ສະຫະພາບເອີຣົບ ແລະ ຍີ່ປຸ່ນ.
“ມູນຄ່າຂອງທຶນສຳຮອງເພື່ອຈັດການ stabilitycoin ຄວນເທົ່າກັບມູນຄ່າຂອງ stabilitycoin ທີ່ໂດດເດັ່ນໃນຕະຫຼາດ ຫຼື ທຶນສຳຮອງຄວນມີຄຸນນະພາບສູງ ແລະ ມີສະພາບຄ່ອງສູງໃຫ້ກັບ Stablecoins. ທັງນີ້ທັງນັ້ນ Stablecoin ບໍ່ສົມຄວນໃຊ້ເພື່ອເກັງກຳໄລ algorithmic stabilitycoin ເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້”
ຢ່າງໃດກໍຕາມ, Eddie Yue ຫົວໜ້າບໍລິຫານ HKMA ກ່າວໃນຖະແຫຼງການວ່າ “ປະຊາຊົນຈະມີສ່ວນຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມຕະຫຼາດ ເຊິ່ງຄາດວ່າຈະດຳເນີນການຕາມຂໍ້ຕົກລົງດ້ານກົດລະບຽບໃນປີ 2023/24”.
ທີ່ມາ : https://cutt.ly/p9GAXq6
© 2022-2023 bitqik Insight – All rights reserved.