Whales ໃນໂລກ crypto ໄດ້ກັບມາສະສົມ Bitcoin (BTC) ອີກຄັ້ງ ຫຼັງຈາກບໍ່ມີການເຄື່ອນໄຫວມາຫຼາຍເດືອນຂອງ. ເຊິ່ງການເຄື່ອນໄຫວນີ້ເກີດຂຶ້ນໃນຂະນະທີ່ຕະຫຼາດຊົບເຊົາລາຄາ ແລະ momentum ທີ່ຕໍ່າ. ອີງຕາມບົດລາຍງານໂດຍ Santiment, ບໍລິສັດການວິເຄາະລະບົບ On-Chain ກ່ຽວກັບ blockchain ແລະ cryptocurrencies.

  • Whales ກຳລັງເພີ່ມ Bitcoin (BTC) ເຂົ້າ Wallet

ຈາກ​ການ​ເກັບ​ກໍາ​ຂໍ້​ມູນ On-Chain ຂອງ Santiment ໄດ້ລະບຸວ່າ: whales ທີ່ຖື​ຄອງ Bitcoin ລະ​ຫວ່າງ 1,000 – 10,000 BTC ໄດ້ເຄື່ອນໄຫວ ເລັ່ງ​ການ​ເກັບສະ​ສົມ Bitcoin ຂອງ​ເຂົາ​ເຈົ້າ​ໃນ 5 ມື້​ທີ່​ຜ່ານ​ມາ, whales ໄດ້​ສະ​ສົມ Bitcoin ສູງ​ເຖິງ 20,000 BTC ໄດ້​ເຮັດ​ໃຫ້​ມີ​ trend ເກີດ ‘ການ​ສະ​ສົມ’ ທີ່​ສໍາ​ຄັນ​ໃນ​ຕະຫຼາດ crypto.

ດ້ວຍ​ເຫດ​ນີ້ whale ​ໃນ​ປະຈຸ​ບັນ​ໄດ້ຖື 4,57 ລ້ານ Bitcoin (BTC), ​ເຊິ່ງກວມ​ເອົາ 23,7% ຂອງ​ອຸປະທານໝູນ​ວຽນ (Circulating Supply) ໃນເວລານີ້. ການເກັບສະສົມ Bitcoin ຂອງ whales ໃນຄັ້ງນີ້ອາດຈະເປັນປັດໄຈທີ່ເຮັດໃຫ້ເກີດແນວໂນ້ມທີ່ Bitcoin ຈະຟື້ນຕົວໃນໄວໆນີ້.

ຢ່າງໃດກໍຕາມ, ຂໍ້ມູນໄດ້ຊີ້ໃຫ້ເຫັນວ່າ ການເກັບສະສົມຂອງ whale ຄັ້ງນີ້ແມ່ນມີເປົ້າໝາຍເພື່ອການລົງທຶນໄລຍະຍາວ ແລະ ຍັງສະແດງໃຫ້ເຫັນຄວາມເຕັມໃຈໃນການຊື້ Bitcoin ທີ່ 16,000 ໂດລາ, ເຊິ່ງອາດໝາຍຄວາມວ່າ Whales ມີຄວາມໝັ້ນໃຈວ່າ Bitcoin ໄດ້ຫຼຸດລົງມາຮອດຈຸດຕໍ່າສຸດໃນຮອບເເລ້ວ.

  • Bitcoin (BTC) ຈະປ່ຽນເປັນ trend ຂາຂຶ້ນ?

Bitcoin ມີການຊື້ຂາຍກັນສູງກວ່າ 17,000 ໂດລາ, ຫຼັງຈາກເກີດເເຮງກົດດັນໃນການຊື້ໃນທ້າຍອາທິດທີ່ຜ່ານມາ ສົ່ງຜົນໃຫ້ Bitcoin ຂຶ້ນມາຢືນເໜືອລະດັບເສັ້ນສຳຄັນທາງເທັກນິກນັ້ນກໍຄື: ເສັ້ນ DMA 50 (50-Day Moving Average) ຫຼື ຄ່າສະເລ່ຍ 50 ມື້ ຢູ່ໃນລາຄາ 16,800 ໂດລາ, ເຊິ່ງຍັງຖືວ່າຢູ່ໃນສະຖານະການທີ່ບໍ່ແນ່ນອນ.

ເຖິງເເມ່ນວ່າການເກັບສະສົມຂອງ Whales ຈະເປັນສ່ວນໜຶ່ງທີ່ຊ່ວຍກະຕຸ້ນໃຫ້ເກິດ trend ຂາຂຶ້ນ, ເເຕ່ Bitcoin (BTC) ຈຳເປັນຕ້ອງມີອຸປະສົງ ຫຼືຄວາມຕ້ອງການຫຼາຍກວ່າເກົ່າ ເເລະ ຍັງຕ້ອງຂຶ້ນຢືນເໜືອເສັ້ນ DMA 200 (200-Day Moving Average) ເພື່ອທີ່ຈະກັບເຂົ້າສູ່ trend ຂາຂຶ້ນ. ເຊິ່ງປະຈຸບັນລາຄາປະມານ 19,500 ໂດລາ.

ທີ່ມາ : https://cutt.ly/N2SMY9q

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.