ຫຼາຍອາທິດຫຼັງຈາກກະດານເທຣດ AAX ເລິ່ມຢຸດການຖອນເງິນ ຮອງປະທານຝ່າຍການຕະຫຼາດ ແລະ ການສື່ສານທົ່ວໂລກ ປະກາດວ່າ ລາວໄດ້ລາອອກຈາກບົດບາດຂອງລາວໃນບໍລິສັດ.

Ben Caselin ໄດ້ຢືນຢັນວ່າລາວໄດ້ອອກຈາກບໍລິສັດ ແລະ ອະທິບາຍວ່າເປັນຫຍັງລາວຈຶ່ງຕັດສິນໃຈລາອອກຈາກຕໍາແໜ່ງ ໃນເທິງ Twitter. ຈາກຂໍ້ມູນຂອງ Caselin, ເຖິງວ່າເຂົາຈະມີຄວາມພະຍາຍາມຕໍ່ສູ້ເພື່ອຊຸມຊົນ ແຕ່ຄວາມຄິດລິເລີ່ມທີ່ເຂົາເຈົ້າຄິດຂຶ້ນບໍ່ໄດ້ຮັບການຍອມຮັບ. ຜູ້ບໍລິຫານໄດ້ອະທິບາຍເຖິງບົດບາດຂອງລາວຢູ່ໃນບໍລິສັດວ່າ ມັນກາຍເປັນເລື່ອງ “ຫວ່າງເປົ່າ”

ອະດີດຜູ້ບໍລິຫານຂອງ AAX ຍັງໄດ້ສະແດງຄວາມບໍ່ເຫັນດີກັບວິທີທີ່ AAX ໃຊ້ຈັດການກັບບັນຫາ. Caselin ອະທິບາຍການກະທຳຂອງເເພລັດຟອມດັ່ງກ່າວວ່າ “ປາສະຈາກຄວາມເອົາໃຈໃສ່ ” ແລະ “ທຶບເກີນໄປ”

ໃນລະຫວ່າງການລະງັບການຖອນເງິນ, ອະດີດ​ຜູ້​ບໍລິຫານ​ຍັງ​ໄດ້​ເນັ້ນ​ໜັກ​ວ່າ ມີ​ຫລາຍ​ຄົນ ລວມທັງ​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ​ບາງ​ຄົນ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກລາວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, Caselin ​ກ່າວ​ວ່າ ບໍ່​ມີ​ຫຍັງ​ທີ່​ລາວ​ສາມາດ​ເຮັດ​ໄດ້​ໃນ​ເວລາ​ນີ້.

ເຖິງແມ່ນວ່າກໍາລັງປະເຊີນກັບສະຖານະການໃນປະຈຸບັນ, Caselin ເຊື່ອວ່າສິ່ງຕ່າງໆ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ​ ເເລະ​ ຄວາມ​ເສຍ​ຫາຍ​ໄດ້​ເກີດຂຶ້ນແລ້ວ “ຍີ່ຫໍ້ນີ້ບໍ່ມີອີກແລ້ວ ແລະ ຄວາມໄວ້ວາງໃຈກໍໄດ້ພັງທະລາຍລົງ”

ໃນວັນທີ 14 ເດືອນພະຈິກ, ກະດານເທຣດ AAX ເລີ່ມຢຸດການຖອນເງິນໂດຍອ້າງເຖິງຄວາມຕ້ອງການທີ່ຈະແກ້ໄຂຂໍ້ຜິດພາດຂອງການອັບເດດລະບົບ. ໂດຍຊີ້ເເຈງກັບຊຸມຊົນວ່າ ການຫຍຸດຖອນເງິນໃນຄັ້ງນີ້ບໍ່ມີສ່ວນກ່ຽວຂ້ອງກັບວິກິດການທີ່ FTX ກຳລັງປະເຊີນຢູ່ ແລະ ກ່າວວ່າພວກເຂົາບໍ່ມີຄວາມສ່ຽງທາງດ້ານການເງິນຕໍ່ FTX.

ຫຼັງຈາກການປະກາດ, ທີມງານ AAX ໄດ້ເນັ້ນໜັກວ່າບໍລິສັດຕ້ອງການທຶນເພີ່ມເຕີມ. ເນື່ອງຈາກວ່ານັກລົງທຶນໄດ້ຕັດສິນໃຈຖອນເງິນຂອງພວກເຂົາອອກຈາກ AAX

ເນື່ອງຈາກການລົ້ມລະລາຍຂອງ FTX ເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ການຂາດດຸນເງີນທຶນ. ເຊິ່ງພວກເຂົາຕ້ອງແກ້ໄຂກ່ອນທີ່ຈະກັບຄືນສູ່ການດໍາເນີນງານຕາມປົກກະຕິ.

ທີ່ມາ : https://cutt.ly/01vEAvH

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.