Nayib Bukele ປະທານາທິບໍດີ El Salvador ປະກາດໃນວັນທີ 17 ພະຈິກວ່າປະເທດອາເມລິກາກາງຈະເລີ່ມຊື້ BTC ທຸກໆມື້ ເລີ່ມຕັ້ງເເຕ່ມື້ອື່ນໄປຕົ້ນໄປ. ໂດຍການປະກາດດັ່ງກ່າວເກີດຂຶ້ນໃນສາມເດືອນຫຼັງຈາກປະເທດໄດ້ຊື້ BTC ຄັ້ງສຸດທ້າຍໃນເດືອນກໍລະກົດ ປີ 2022.
El Salvador ເລີ່ມຊື້ BTC ໃນເດືອນກັນຍາ 2021. ໃນຂະນະນັ້ນ, BTC ຢູ່ໃນຊ່ວງກາງຂອງຕະຫຼາດ bull ແລະທຸກໆການຊື້ທີ່ເຮັດໃຫ້ປະເທດນັ້ນເບິ່ງຄືວ່າມີກໍາໄລ. ເນື່ອງຈາກລາຄານັ້ນເຮັດສະຖິຕິໃໝ່ທຸກໆອາທິດ, ຢ່າງໃດກໍຕາມ ເມື່ອຕະຫຼາດໝີໄດ້ເຂົ້າມາໃນໄຕມາດທີ່ສອງຂອງ ປີ 2022, ການຊື້ BTC ໃນຊ່ວງຕົ້ນຂອງ El Salvador ແມ່ນເບິ່ງຄືວ່າເປັນການພະນັນທີ່ສູນເສຍຢ່າງຫຼວງຫຼາຍ.
ຕາມການບັນທຶກສາທາລະນະ ປະຈຸບັນ El Salvador ຖື 2,381 BTC ໃນລາຄາຊື້ໂດຍສະເລ່ຍຂອງ 43,357 ໂດລາ, ຊຶ່ງຫມາຍຄວາມວ່າປະເທດໄດ້ໃຊ້ຈ່າຍເກືອບ 103.23 ລ້ານໂດລາໃນການຊື້ BTC ແລະມູນຄ່າຂອງ BTC ທີ່ຖືໃນປະຈຸບັນແມ່ນ 39.4 ລ້ານໂດລາ
ປະກາດການກັບຄືນມາຊື້ BTC ໃໝ່ໃນຊ່ວງເວລາທີ່ສະກຸນເງິນດິຈິຕອລຊັ້ນນໍາກຳລັງຫຼຸດຕໍ່າທີ່ສຸດໃນຮອບໃໝ່ ອາດຈະຊ່ວຍໃຫ້ El Salvador ຊົດເຊີຍການຂາດທຶນບາງສ່ວນໃນອີກສອງສາມເດືອນຂ້າງຫນ້າ.
ນອກເໜືອຈາກການສູນເສຍທີ່ເກີດຂຶ້ນໂດຍບັນດາປະເທດຂະໜາດນ້ອຍໃນການຊື້ BTC ເເລ້ວ, cryptocurrencies ຊັ້ນນໍາກໍ່ເປັນເຄື່ອງມືໃນການຫຼຸດຜ່ອນຕົ້ນທຶນການໂອນເງີນຂ້າມຊາຍແດນໄດ້ຢ່າງຫຼວງຫຼາຍເເລະຍັງຊ່ວຍຊຸກຍູ້ຂະແໜງການທ່ອງທ່ຽວໄດ້ອີກດ້ວຍ.
ທີ່ມາ : https://cutt.ly/lMIl2RI
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.
ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
© 2022-2023 bitqik Insight – All rights reserved.