ການປະກວດ Miss Universe 2022 ມີຫຼາຍຊ່ວງທີ່ໜ້າສົນໃຈ ເເລະ ເປັນທີ່ຈັບຕາເບິ່ງເຖິງຄວາມສວຍງາມໃນຊ່ວງການປະກວດຊຸດປະຈຳຊາດ.

ມາຮອດ Alejandra Guajardo ຈາກປະເທດ El Salvador ໄດ້ສວມຊຸດ Bitcoin ຂຶ້ນຍ່າງເທິງເວທີ ສະແດງໃຫ້ເຫັນເຖິງ Bitcoin ທີ່ເປັນໜຶ່ງໃນເອກະລັກຂອງຊາດໄປແລ້ວ.

BTC ໃນເວທີ Miss Universe

Alejandra Guajardo, ນັກສະແດງ ແລະ ນາງແບບ ອາຍຸ 27 ປີ ໄດ້ສະແດງເຖິງວິວັດທະນາການຂອງເງິນຕາໃນປະເທດຂອງລາວ ຜ່ານຊຸດທີ່ໃສ່ຢູ່ໃນການປະກວດ Miss Universe.

Alejandra Guajardo ໄດ້ຂຶ້ນມາຢູ່ເທິງເວທີໃນຊຸດ bitcoin ສີທອງ, ຖືຄະທາທີ່ມີສັນຍາລັກ BTC.

ເຊີ່ງໃນຊຸດເເຕ່ງກາຍນີ້ ມີຄວາມໂດດເດັ່ນທີ່ຄ້າຍຄືກັບໂລໂກ້ BTC, ໂດຍເຄື່ອງແຕ່ງກາຍມີສາມສີທີ່ໂດດເດັ່ນຄື  ຄໍາ, ເງິນ, ແລະ ທອງແດງ. ໄດ້ສວມໃສ່ຊຸດທີ່ມີຫຼຽນຂະໜາດໃຫຍ່ຢູ່ດ້ານຫລັງ ເເລະ ໃນຫຼຽນຍັງໄດ້ສະຫຼັກຊື່ຂອງປະເທດໄວ້ອີກດ້ວຍ.

ເຄື່ອງແຕ່ງກາຍ bitcoin ຂອງ Guajardo ໄດ້ກາຍເປັນປະເດັນທີ່ໄດ້ຮັບຄວາມສົນໃຈ ເເລະ ຖືກເວົ້າເຖິງໃນວົງການ Cryptosphere ຢ່າງໄວວາ. ຊຸດດັ່ງກ່າວ ຖືກອອກແບບໂດຍສິລະປິນ El Salvadoran ແລະ ນັກອອກແບບແຟຊັ່ນ Francisco Guerrero. ເຂົາເຈົ້າໄດ້ອະທິບາຍກ່ຽວກັບຊຸດນີ້ວ່າ: ຊຸດນີ້ສື່ໃຫ້ເຫັນເຖິງການວິວັດທະນາການຂອງສະກຸນເງິນໃນປະເທດ, ຕັ້ງເເຕ່ໂກໂກ້ໄປຈົນເຖິງ colón, ເງິນໂດລາສະຫະລັດ ແລະ BTC.

Guajardo ນຸ່ງຊຸດ bitcoin ໃນງານ Miss Universe ມື້ວານນີ້, ກົງກັບມື້ທີ່ສະພານິຕິບັນຍັດໃນປະເທດ El Salvadoran ໄດ້ຜ່ານກົດໝາຍທີ່ອະນຸຍາດໃຫ້ອອກ Bitcoin Bond ທີ່ເປັນພັນທະບັດລັດຖະບານຂອງ El Salvador.

ເມື່ອບໍ່ດົນມານີ້, ປະທານາທິບໍດີ El Salvador Nayib Bukele ໄດ້ກ່າວຕຳນິສື່ມວນຊົນທີ່ໂຈມຕີການໂຄສະນາຂອງລາວເພື່ອຊື້ bitcoins ເພີ່ມເຕີມ, ໂດຍຜ່ານ Volcano Bond ທີ່ຈະມາເຖິງນີ້.

ການກ້າວໄປທາງໜ້າກັບກົນລະຍຸດ bitcoin, ລັດຖະບານຂອງ Bukele ໄດ້ເປີດຕົວສຳນັກງານ bitcoin ແຫ່ງຊາດໃນເດືອນພະຈິກທີ່ຜ່ານມາ ເພື່ອປະສານງານໂຄງການຕ່າງໆທີ່ເຮັດກ່ຽວຂ້ອງກັບ bitcoin ແລະ cryptocurrency ທັງພາຍໃນປະເທດ ແລະ ທົ່ວໂລກ.

ປະເທດຍັງໄດ້ຕັດສິນໃຈທີ່ຈະຊື້ໜຶ່ງ bitcoin ທຸກໆມື້ ເພື່ອຮັບຜົນປະໂຫຍດຈາກການຫຼຸດລົງ, ເນື່ອງຈາກ BTC ຫຼຸດລົງເກືອບ 65% ນັບຕັ້ງແຕ່ເເຕະລະດັບສູງສຸດຕະຫຼອດການໃນເດືອນພະຈິກ ປີ 2021.

ທີ່ມາ : https://cutt.ly/x2BowoC

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.