6 ຂໍ້ ຄວນລະວັງທີນັກລົງທຶນຕ້ອງຮູ້ກ່ອນເລີ່ມລົງທຶນກ່ອນເລີມລົງທຶນໃນຕະຫຼາດ Cryptocurrency

ສຶກສາຂໍ້ມູນ ແລະ ຮູບແບບຜົນຕອບແທນ ການລົງທຶນໃນ Cryptocurrency ເປັນສິ່ງທີ່ຕ້ອງສຶກສາຫາຄວາມຮູ້ໃນດ້ານນີ້ເປັນພິເສດກ່ຽວກັບທີ່ໄປທີ່ມາຂອງຫຼຽນນັ້ນໆທີ່ທ່ານໃຫ້ຄວາມສົນໃຈ ຕົວຢ່າງ: ຖ້າທ່ານຕອ້ງການລົງທຶນໃນຫຼຽນ Bitcoin ກໍຄວນຮູ້ຂໍ້ມູນ ຕົ້ນກຳເນີດຂອງຫຼ່ຽນວ່າຕົ້ນກຳເນີດມາຈາກໃສ ເປັນຫຍັງຫຼຽນນີ້ຈິ່ງມີມູນຄ່າສູງກ່ວາທຸກສະກຸນເງີນ ຖ້າຫາກບໍ່ມີການສຶກສາຢ່າງລະອຽດມາກ່ອນລ່ວງໜ້າ ອາດມີໂອກາດສູງໃນການຂາດທຶນ ສາມາດຮອງຮັບຄວາມຜັນຜວນຂອງຄ່າເງິນທີ່ສູງໄດ້ ການລົງທຶນໃນ Cryptocurrency ເປັນການເກງກຳໄລຈາກການຜັນປ່ຽນຂອງການ ຊື້-ຂາຍ ໃນຕະຫຼາດ ກ່ອນທີ່ຈະເລີມລົງທຶນ ນັກລົງທຶນຄວນເຂົ້າໃຈກ່ອນວ່າ ຈະບໍ່ຄືກັບການລົງທຶນໃນຕະຫຼາດຫຸ້ນທີ່ ມີການອີງຕາມການພິຈາລະນາຈາກຜົນປະກອບການ ບໍລິສັດ ຫຼື ທຸລະກິດ ນອກຈາກນັ້ນຍັງບໍ່ມີຜົນອ້າງອິງ ຫຼື ທິດສະດີບົ່ງບອກມູນຄ່າຂອງຫຼຽນຢ່າງຊັດເຈນ ດັ່ງນັ້ນມູນຄ່າຂອງຫຼຽນຈະມີຜົນຈາກການຕັ້ງຊື້ – ຂາຍ ແລະ ບໍ່ມີໜ່ວຍງານຄວບຄຸມລາຄາຫຼຽນ ເຮັດໃຫ້ຫຼຽນ Cryptocurrency ມີການຜັນຜວນ 20-50% ຕໍ່ມື້ ແລະ ສາມາດປ່ຽນແປງໄດ້ຕະຫຼອດເວລາ. ຍອມຮັບຜົນກະທົບໄດ້ໂດຍທີ່ບໍ່ເຮັດໃຜເດືອດຮ້ອນ ໃນໂລກຂອງ Cryptocurrency ມີຄວາມຜັນຜວນສູງ ມີການຕັ້ງຊື້-ຂາຍ ຕະຫຼອດເວລາ 24h/7ວັນ ບໍ່ມີການລະງັບການ ຊື້-ຂາຍ ໃນຕະຫຼາດຫຸ້ນ ຫຼື ຮ້ອງວ່າ Circuit […]

ກ່ອນທີ່ຈະເລີ່ມ Trade ໃນຕະຫຼາດ Cryptocurrency ສິ່ງສຳຄັນອີກຢ່າງໜຶ່ງທີ່ຕ້ອງຮູ້ ເເລະ ເຂົ້າໃຈກໍຄືຮູບແບບໃນການ trade 

ຮູບແບບການເທຣດທີ່ໄດ້ຮັບຄວາມນິຍົມຫລາຍໃນປັດຈຸບັນແບ່ງອອກເປັນ 2 ຮູບແບບຄື Spot ແລະ Future ເຊິ່ງກໍມີຮູບແບບການເທຣດ ແລະ ຄ່າຕອບແທນທີ່ແຕກຕ່າງກັນອອກໄປ Crypto spot Spot ຫຼື ເອີ້ນໄດ້ວ່າແມ່ນການເກງກຳໄລຍະຍາວ ເປັນການຊື້ຖືກຂາຍແພງ ເມື່ອທ່ານຊື້ Bitcoin ໃນຕະຫຼາດ Spot ທ່ານຈະສາມາດເກງກຳໄລໄດ້ກໍຕໍ່ເມື່ອລາຄາໃນຕະຫຼາດສູງຂຶ້ນ ແຕ່ທ່ານບໍ່ສາມາດເກງກຳໄລໄດ້ໃນຕະຫຼາດຂາລົງ ຕະຫຼາດ Spot ເປັນຕະຫຼາດທີ່ບໍ່ມີ Leverage ເປັນການ ຊື້-ຂາຍ ໂດຍໃຊ້ເງີນທຶນທີ່ສາມາດຈັບຕ້ອງໄດ້ ແລະ ໄດ້ຄອບຄອງຫຼຽນ, ດັ່ງນັ້ນການເທຣດແບບ Spot ມີຄວາມສ່ຽງຕ່ຳກ່ວາ ເມື່ອທຽບກັບ Future ຕົວຢ່າງເຊັ່ນ: ຖ້າທ່ານຊື້ຫຼຽນໃນລາຄາໜຶ່ງ ແຕ່ເມື່ອເວລາຜ່ານໄປລາຄາຫຼຽນໃນຕະຫຼາດມີການລົດລົງ ຫຼຽນທີ່ທ່ານຊື້ຈະມີມູນຄ່າລົດລົງຈາກລາຄາທີ່ຊື້ມາ ເຮັດໃຫ້ຫຼຽນທີ່ທ່ານຄອບຄອງຢູ່ມີມູນລະຄ່າລົດລົງ ຕໍ່າກວ່າລາຄາທີ່ທ່ານຊື້ ຈຶ່ງມີການຍອມຂາຍໃນເຣດລາຄາທີ່ຂາດທຶນ ແຕ່ຖ້າຫຼຽນນັ້ນມີມູນຄ່າເພີ່ມຂຶ້ນຫຼຽນທີ່ທ່ານມີຢູ່ ກໍຈະມີມູນຄ່າເພີ່ມຂຶ້ນຕາມມູນຄ່າໂຕຈິງຂອງຕະຫຼາດ ສະຫຼຸບໃຫ້ເຂົ້າໃຈງ່າຍໆໄດ້ວ່າຕະຫຼາດ Spot ຄືຜູ້ຊື້ ແລະ ຜູ້ຂາຍສະກຸນເງິນ Digital ແລກປ່ຽນສະກຸນເງິນກັນໂດຍໄດ້ຮັບສິນຄ້າທີ່ເປັນສະກຸນເງິນ Digital ເຂົ້າໃນກະເປົາ Wallet Crypto […]

Bitcoin ຈະກາຍເປັນລະບົບການເງິນທໍາອິດຂອງໂລກທີ່ບໍ່ມີມົນລະພິດພາຍໃນປີ 2024

Bitcoin (BTC) ຍັງຖືກວິພາກວິຈານຢ່າງຕໍ່ເນື່ອງກ່ຽວກັບຜົນກະທົບໃນການປ່ອຍ Carbon Footprint ເນື່ອງຈາກຊັບສິນດັ່ງກ່າວຍັງບໍ່ໄດ້ຮັບການຍອມຮັບໃນພື້ນທີ່ຕ່າງໆ, ຢ່າງໃດກໍຕາມສະຖານະການໃນປະຈຸບັນອາດຈະມີການປ່ຽນໄປທາງທີ່ດີ ຍ້ອນວ່ານັກຂຸດ Crypto ໄດ້ຮ່ວມໃຈກັນເລືອກໃຊ້ພະລັງງານໝູນວຽນເພື່ອຫຼຸດຜ່ອນການປ່ອຍມົນລະພິດ (Carbon Footprint) ລົງ. ມີລາຍງານວ່າ Bitcoin ຈະປ່ອຍ Carbon Footprint ເປັນສູນພາຍໃນເດືອນທັນວາ 2024 ໂດຍຈະກາຍເປັນລະບົບການເງິນທໍາອິດທີ່ນຳໃຊ້ພະລັງງານສະອາດເປັນມິດຕໍ່ສິ່ງແວດລ້ອມ. ອີງຕາມການວິໄຈ, ການຂຸດ Bitcoin ໃນປະຈຸບັນເຫັນວ່າ ມີການຫຼຸດຜ່ອນການປ່ອຍມົນລະພິດ (Carbon Footprint) ລົງໄດ້ເຖິງ 62.4% ໂດຍຄາດວ່າໃນເດືອນມີນາ 2023 ຈະລົດເພີ່ມຂຶ້ນເປັນ 72.7% ແລະ ຄາດວ່າຈະລົດເປັນ 100% ໃນ 2024. ຢ່າງໃດກໍຕາມມີການລາຍງານໃນວັນທີ 9 ສິງຫາ ທີ່ຜ່ານມາວ່າ ຄວາມຕ້ອງການໄຟຟ້າໃນການຂຸດ Bitcoin ໄດ້ຫຼຸດລົງ 21% ນັບຕັ້ງແຕ່ຕົ້ນປີເຊິ່ງເປັນສິ່ງທີ່ຫນ້າສົນໃຈຫຼາຍທີ່ການປ່ອຍມົນລະພິດຈະເປັນ 0 ໃນອີກສອງປີຂ້າງຫນ້າອາດຈະເກີດຂຶ້ນໄດ້ຈິງ. ແຫຼ່ງອ້າງອີງ : ****ໝາຍເຫດ : ການລົງທຶນມີຄວາມສ່ຽງ […]

ເຄີຍສົງໃສກັນບໍວ່າເປັນຫຍັງຄົນສ່ວນຫຼາຍຈຶ່ງມັກນຳ Bitcoin ແລະ ທອງຄຳ ມາປຽບທຽບກັນ ເຮົາຈະມາເບິ່ງຄວາມແຕກຕ່າງ ແຕ່ຄ້າຍຄືຂອງ Bitcoin ແລະ ທອງຄຳໄປນຳກັນ

ຄວາມແຕກຕ່າງລະຫວ່າງ Bitcoin VS ທອງຄຳ • ທອງຄຳ ເປັນເເຮ່ທາດຊະນິດໜຶ່ງທີ່ສາມາດຈັດຕ້ອງໄດ້ ພົບເຫັນໄດ້ບາງພື້ນທີ່ຂອງໂລກ ເປັນໂລຫະທີ່ມີມູນຄ່າຫາຍາກ ແລະ ມີທິດສະດີທີ່ວ່າທອງຄຳມີຕົ້ນກຳເນີດມາຈາກນອກໂລກ ໂດຍເກີດຈາກການລະເບີດຂອງດວງດາວ ຫຼື ທີ່ເອີ້ນກັນວ່າ Supernova ທີ່ເຮັດໃຫ້ເກີດເເຮງດັນປິດສະໜາກໍໃຫ້ເກີດເປັນແຮ່ທາດທອງຄຳ ເຊິ່ງຜົນຂອງລະເບີດເຮັດໃຫ້ມີບາງສ່ວນຕົກມາຢູ່ຕາມບາງພື້ນໂລກຂອງເຮົານັ້ນເອງ • Bitcoin ເປັນສະກຸນເງິນດິຈີຕອນຊະນິດໜຶ່ງທີ່ນອນຢູ່ໃນພື້ນຖານຂອງເທັກໂນໂລຢີ Blockchain ເກີດຂຶ້ນໃນປີ 2009 ຈາກແນວຄິດຂອງ ຜູ້ທີ່ເອີ້ນໂຕເອງວ່າ Satoshi Nakamoto ແລະ Bitcoin ເປັນຊັບສິນດີຈີຕອນທີ່ບໍ່ສາມາດຈັບຕ້ອງໄດ້ ແຕ່ສາມາດກວດສອບໄດ້ດ້ວຍເທັກໂນໂລຢີ Blockchian ການຂຸດ Bitcoin Vs ທອງຄຳ Bitcoin ແລະ ທອງຄຳ ລ້ວນຈະຕ້ອງອາໄສການຂຸດ ເຊິ່ງທອງຄຳຈະມີວິທີຂຸດໂດຍໃຊ້ເເຮງງານໃນການຂຸດ ຫຼື ການຂຸດເໝືອງທອງຄຳດັ່ງທີ່ເຮົາຮ້ອງກັນ ຫຼັງຈາກນັ້ນກໍຈະມີການນຳໄປແປຮູບເພື່ອວາງຈຳໜ່າຍຕາມທ້ອງຕະຫຼາດ ໃນຂະນະທີ່ Bitcoin ແມ່ນຈະມີວິທີຂຸດໂດຍໃຊ້ພະລັງງານໄຟຟ້າ ແລະ ການປະມວນຜົນຂອງຄອມພິວເຕີດ້ວຍການຊອກຫາລະຫັດຜ່ານ ຜ່ານລະບົບ Blockchian ເປັນຫຼັກ ມູນຄ່າຂອງ Bitcoin ແລະ […]

Vitalik Buterin ຜູ້ຮ່ວມກໍ່ຕັ້ງ Ethereum (ETH) ໄດ້ເວົ້າກ່ຽວກັບມື້ທີ່ເປັນໄປໄດ້ສໍາລັບການອັບເກດເປັນ The Merge 2.0 ໃນວັນທີ 15 ກັນຍານີ້

ກ່ອນອື່ນເຮົາມາທຳຄວາມຮູ້ຈັກ The Merge ແມ່ນຫຍັງ? The Merge ຄືການປ່ຽນ Ethereum Blockchain ຈາກກົນໄກການ Proof-of-Work (PoW) ໃນປະຈຸບັນໄປເປັນ Proof-of-Stake (PoS) ເຊິ່ງແມ່ນການລວມ Mainnet ໃນປັດຈຸບັນເຂົ້າກັບ Beacon Chain ໂດຍມີຈຸດປະສົງເພື່ອໃຫ້ມີປະສິດທິພາບທີໄວຂື້ນ ແລະ ປະຫຍັດພະລັງງານຫຼາຍຂຶ້ນ. ເປັນຫຍັງ The Merge ຂອງ Ethereum ຈຶ່ງມີຄວາມສໍາຄັນ? ສິ່ງທີ່ເຮັດໃຫ້ The Merge ມີຄວາມສໍາຄັນແມ່ນການປ່ຽນໄປໃຊ້ກົນໄກ Proof-of-Stake ຊຶ່ງເຮັດໃຫ້ມີແຮງຈູງໃຈໃນການກວດສອບ Ethereum Blockchain ມີການປ່ຽນແປງ ເນື່ອງຈາກວ່າກ່ອນຫນ້ານີ້ໃນກົນໄກ Proof-of-Work ນັກຂຸດຈະຕ້ອງການພະລັງງານຈຳນວນຫຼາຍເພື່ອຂຸດຄົ້ນ. ໂດຍການມາເຖິງຂອງ Proof-of-Stake ຈະເຮັດໃຫ້ສິ່ງເຫຼົ່ານີ້ຖືກແທນທີ່ດ້ວຍ Validator Node ຊຶ່ງເປັນ Software ສຳຫຼັບຊວ່ຍໃນການຢືນຢັນທຸລະກຳສິ່ງນີ້ຈະເຮັດໃຫ້ລົດພະລັງງານເຖິງ 99.95% ໂດຍໃນຂະບວນການກວດສອບຖ້າຢາກເປັນຜູ້ກວດສອບຕ້ອງຝາກຫຼຽນຢ່າງໜ້ອຍ 32 ຫຼຽນ ETH ເພື່ອເຂົ້າຮ່ວມ […]

Cryptocurrency Exchange ສູນຊື້-ຂາຍສະກຸນເງິນດີຈີຕອນແມ່ນຫຍັງ?

Cryptocurrency Exchange ສູນຊື້-ຂາຍສະກຸນເງິນດີຈີຕອນແມ່ນຫຍັງ?  Exchange ໃນວົງການ Cryptocurrency ໝາຍເຖິງແພັລດຟອມ ຫຼື ເວັບໄຊ້ທີ່ມີການແລກປ່ຽນລະຫວ່າງເງີນ Fiat ຫຼື ເງິນທີ່ອອກໂດຍລັດຖະບານ ແລະ ເງິນດີຈີຕອນຕ່າງໆບໍ່ວ່າຈະເປັນ Bitcoin ຫຼື Ethereum ນັ້ນເອງ•ໃນປັດຈຸບັນໂລກຂອງເຮົາໄດ້ເລີ່ມນໍາໃຊ້ເທັກໂນໂລຊີ່ທີ່ທັນສະໄຫມຫຼາຍຂື້ນ ເຊິ່ງໄດ້ມີ Exchange ເກີດຂື້ນໃນຫຼາຍປະເທດເພື່ອໃຫ້ສອດຄ່ອງກັບຍຸກສະໄໝ ແລະ ອຳນວຍຄວາມສະດວກຕໍ່ການແລະປ່ຽນຊັບສິນດີຈີຕອນຈຶ່ງມີແພລັດຟອມ Cryptocurrency Exchange ນີ້ຂື້ນມາໂດຍສະເພາະ.•Cryptocurrency ສາມາດ ຊື້-ຂາຍ ໄດ້ເຊັ່ນດຽວກັນກັບສະກຸນເງິນທົ່ວໄປ ໂດຍທີ່ເຮົາສາມາດ ຊື-ຂາຍ ຊັບສິນດີຈີຕອນໄດ້ທຸກໆມື້ຕະຫຼອດ 24 ຊົ່ວໂມງ ໂດຍຜ່ານແພລັດຟອມ Exchange•ເຊິ່ງເປັນຂໍ້ດີທີ່ສາມາດເຮັດທຸລະກຳໄດ້ຕະຫຼອດເວລາ ໂດຍການແລກປ່ຽນຕ່າງໆ ເຮັດວຽກຜ່ານລະບົບ Blockchain ທີ່ມີຄວາມປອດໄພສູງ ການທີ່ຈະເຂົ້າສູ່ລະບົບບັນຊີໄດ້ຈະມີແຕ່ທ່ານເທົ່ານັ້ນທີ່ສາມມາດເຂົ້າໄດ້ ເພາະທ່ານເອງເປັນຜູ້ຄວບຄຸມ Private Key ດ້ວຍໂຕເອງ.•ເຂົ້າໃຈໄດ້ງ່າຍໆວ່າ Cryptocurrency Exchange ເປັນແພລັດຟອມແລກປ່ຽນສະກຸນເງິນດີຈີຕອນ ທີ່ອຳນວຍຄວາມສະດວກໃຫ້ລູກຄ້າຊື້-ຂາຍ ສະກຸນເງິນດີຈີຕອນໄດ້ງ່າຍຂຶ້ນນັ້ນເອງ. ****ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ. […]