• ວິກິດການດອກທິລລິບ ຫຼື Tulip mania ເເມ່ນວິການການທາງດ້ານການເງິນ, ເເມ່ນໜຶ່ງໃນຟອງສະບູ່ຂອງຕະຫຼາດທີ່ມີຊື່ສຽງທີ່ສຸດ ເເລະ ພັງທະລາຍຕະຫຼອດການ. ໂດຍເກີດຂຶ້ນທີ່ປະເທດເນເທີເເລນໃນຊ່ວງຕົ້ນປີ 1636 – 1637.

 ກ່ອນໜ້ານີ້ໃນປະເທດເນເທີເເລນຍັງບໍ່ມີດອກທິລລິບ ດ້ວຍການທີ່ມັນເປັນຂອງເເປກໃໝ່ນີ້ເອງ ຈຶ່ງຕ້ອງໄດ້ສັ່ງຊື້ເຂົ້າມາຈາກປະເທດຕຸຣເຄຍ, ກາຍເປັນຂອງຫາຍາກທີ່ໃຜໆຕ່າງກໍຢາກຈັບຈອງ ເຮັດໃຫ້ລາຄາຂອງມັນຄ່ອຍໆສູງຂຶ້ນເລື້ອຍໆ.

ເມື່ອການເກັງກຳໄລຊຸກດັນໃຫ້ມູນຄ່າຂອງດອກທິລລິບສູງຂຶ້ນຈົນຢູ່ສູງສຸດຂອງຕະຫຼາດ, ດອກທິລລິບທີ່ຫາຍາກມີມູນຄ່າເຖິງ 6 ເທົ່າຂອງເງິນເດືອນຄົນທົ່ວໄປ.

ໃນການຊື້ຂາຍດອກທິລລິບຈະເລິ່ມຊື້ຕອນທີ່ມັນຍັງບໍ່ທັນບານ, ພໍ່ຄ້າ – ເເມ່ຄ້າມັກຈະເເລກປ່ຽນກັນຕອນນັ້ນ ເພາະກວ່າມັນຈະປານຕ້ອງໃຊ້ເວລາດົນເປັນປີ. ນອກຈາກນີ້ ເຂົາເຈົ້າຍັງເຮັດການຊື້ຂາຍລ່ວງໜ້າ ຫຼື ການຈັບຈອງໂດຍຈ່າຍເງິນເປັນຈຳນວນຫຼາຍເພື່ອດອກທິລລິບດອກດຽວ, ໂດຍດອກທິລລິບທີ່ມີສີປົກກະຕິກໍຈະບໍ່ຄ່ອຍເເພງຕ່າງຈາກດອກທີ່ມີຫຼາກຫຼາຍສີ ມີລວດລາຍຕ່າງໆ ຫຼື ມີຈຸດພິເສດທີ່ເເປກໆເເນ່ ກໍຈະມີລາຄາເເພງທຽບເທົ່າຊື້ເຮືອນໄດ້ຫຼັງໜຶ່ງເເລ້ວຍັງເຫຼືອເງິນຊື້ເຄື່ອງໃຊ້ເຂົ້າໃນເຮືອນໄດ້ຢ່າງສະບາຍ.

  • ເເຕ່ໃນທີ່ສຸດຟອງສະບູກໍເເຕກ ຜູ້ຊື້ປະກາດວ່າພວກເຂົາບໍ່ສາມາດຈ່າຍລາຄາສູງທີ່ໄດ້ຕົກລົງກັນກ່ອນໜ້ານີ້ສໍາລັບດອກທິລລິບ ແລະ ຕະຫຼາດລົ້ມລະລາຍລົງ, ເຖິງແມ່ນວ່າຈະບໍ່ແມ່ນເຫດການທີ່ຮ້າຍແຮງສໍາລັບເສດຖະກິດຂອງປະເທດ ແຕ່ມັນກໍທໍາລາຍຄວາມຄາດຫວັງຂອງສັງຄົມ.

   ເຫດການດັ່ງກ່າວທໍາລາຍຄວາມສໍາພັນທີ່ສ້າງຂຶ້ນຈາກຄວາມໄວ້ວາງໃຈ ແລະ ຄວາມເຕັມໃຈຂອງປະຊາຊົນທີ່ຈະຈ່າຍ. ແຕ່ທຸກສິ່ງທຸກຢ່າງມີວັດທະຈັກຂອງມັນ, ສິ່ງ​ທີ່​ເຄີຍ​ມີ​ຄ່າ​ຄື​ດອກ​ທິລລິບກໍ​ເລີ່ມ​ຖືກ​ເທຂາຍ​ກັນຈົນເຕັມຕະຫຼາດ ຍ້ອນ​ຜູ້ຄົນ​ເລິ່ມຮັບ​ຮູ້​ໄດ້ວ່າ​ດອກ​ໄມ້ມັນກໍ​ເປັນ​ພຽງ​ດອກ​ໄມ້. ເມື່ອລາຄາຕົກ ມັນ​ກໍເຮັດ​ໃຫ້​ຊີວິດ​ອັນ​ຮຸ່ງ​ເຮຶອງຂອງ​ຫຼາຍ​ຄົນ​ຫ່ຽວ​ແຫ້ງ​ໄປ ມູນຄ່າຂອງມັນກັບຄືນໄປຫາສູ່ລາຄາທີ່ມັນຄວນຈະເປັນອີກຄັ້ງ.

  • ເມື່ອນຳມາປຽບທຽບກັບຄວາມເປັນຈິງເເລ້ວ

ວິ​ກິດ​ການ​ນີ້​ເຮັດ​ໃຫ້​ລາ​ຄາ​ຂອງດອກທິລລິບຖືກຊຸກກດັນຂຶ້ນ​ສູ່ລະ​ດັບ​ສູງ​ທີ່​ສຸດ. ໂດຍປົກກະຕິດອກທິລລິບກໍມີລາຄາແພງຢູ່ເເລ້ວ ດັ່ງທີ່ໄດ້ກ່າວໃນຕອນຕົ້ນວ່າ ດອກທິລລິບແມ່ນຂອງຫາຍາກໃນສະໄໝນັ້ນ, ດັ່ງນັ້ນລາຄາຈຶ່ງແພງດ້ວຍຕົວມັນເອງ.

ວິກິດການດອກທິລລິບບໍ່ໄດ້ເກີດມາຈາກການເກັງກຳໄລຂອງຄົນຈໍານວນຫຼາຍ ແຕ່ຍ້ອນລາຄາທີ່ສູງຂຶ້ນຂອງຕົນເອງບວກກັບການຊື້ຂາຍຂອງກຸ່ມຄົນຈຳນວນໜ້ອຍ. ມັນບໍ່ໄດ້ຖືກຊື້ຂາຍໃນຕະຫຼາດຫຼັກຊັບທີ່ຫຼາຍຄົນເຊື່ອ ມັນພຽງແຕ່ຂາຍຢູ່ຕະຫຼາດ ຫຼື ຂາຍໃຫ້ຄົນຮູ້ຈັກ. ສະນັ້ນ ລາຄາ​ຈຶ່ງ​ບໍ່​ຂຶ້ນ​ສູງ​ຂຶ້ນ​ຍ້ອນ​ປະຊາຊົນ​ພາກັນ​ເເຫ່ເຂົ້າມາຊື້ເພື່ອເກັງກຳໄລ ມັນເປັນພຽງແຕ່ການຕັດສິນໃຈຂອງຄົນຈໍານວນໜ້ອຍເທົ່ານັ້ນ.

ວິກິດການດອກທິລລິບບໍ່ໄດ້ມີຜົນກະທົບຢ່າງກວ້າງຂວາງດັ່ງທີ່ພວກເຮົາຄິດ, ເນື່ອງຈາກວ່າການຊື້ຂາຍແມ່ນມີຄວາມຈໍາກັດ. ການລົ້ມລະລາຍຂອງຟອງສະບູ່ອາດຈະເປັນພຽງແຕ່ຄຳກ່າວອ້າງທີ່ເກີນຈິງ. ດອກທິລລິບບໍ່ໄດ້ປູກເພື່ອຕອບສະໜອງຕໍ່ຄວາມຕ້ອງການຫຼາຍ. ບໍ່ມີແມ່ນແຕ່ບັນທຶກຢ່າງເປັນທາງການວ່າມີຜູ້ໃດໄດ້ຮັບຄວາມເດືອດຮ້ອນຈາກວິກິດການນັ້ນ. ພວກເຮົາບໍ່ສາມາດສະຫຼຸບໄດ້ວ່າວິກິດການນີ້ແມ່ນໄພພິບັດທາງເສດຖະກິດທີ່ສໍາຄັນ. ອາດຈະແມ່ນຟອງສະບູທີ່ແທ້ຈິງ ລາຄາເພິ່ມຂຶ້ນ ແລະ ຫຼຸດລົງຢ່າງຮຸນເເຮງ ແຕ່ກໍອາດຈະບໍ່ໄດ້ເສຍຫາຍດັ່ງທີ່ພວກເຮົາຄິດ.

ທີ່ມາ : https://cutt.ly/n2bEi1T

https://cutt.ly/W2bEo90
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.