ເເຜ່ນຫີນຂະໜາດໃຫຍ່ນີ້ທີ່ມີຮູທາງກາງນີ້ບໍ່ເເມ່ນເເທ່ນບູຊາເເຕ່ຢ່າງໃດ ເເຕ່ນີ້ເເມ່ນເງິນທີ່ໃຊ້ເເລກປ່ຽນກັນຢູ່ເທິງເກາະເເຢັບ. ມື້ນີ້ເຮົາຈະມາເວົ້າເຖິງສະກຸນເງິນ “ຣາອິ” ຫຼື “Rai” ຢູ່ເທິງເກາະເເຢັບກັນ! 

ເກາະເເຢັບຕັ້ງຢູ່ໃນມະຫາສະໝຸດປາຊີຟິກຫ່າງອອກໄປທາງຕາເວັນຕົກຂອງປະເທດຟິລິບປິນ ປັດຈຸບັນຕັ້ງຢູ່ໃນປະເທດສະຫະພັນລັດ Micronesia, ໂດຍເກາະນີ້ມີຄວາມພິເສດກໍຄືເເຜ່ນຫີນຂະໜາດໃຫຍ່ທີ່ມີຮູທາງກາງ. 

ເມື່ອຫຼາຍຮ້ອຍປີກ່ອນ, ພວກເຂົາໄດ້ນຳເອົາຫິນປູນຂະໜາດໃຫຍ່ “Rai Stone” ມາຂັດໃຫ້ມັນເປັນຮູບວົງມົນ ເເລ້ວເຈາະຮູທາງກາງ ຫຼັງຈາກນັ້ນ ກໍໃຊ້ມັນເປັນສື່ກາງໃນການເເລກປ່ຽນຕ່າງໆມາເປັນເວລາດົນນານ ເເລະ ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນຄົນຈົນຮອດປັດຈຸບັນ, ເທິງເກາະເເຢັບມີຫີນເເບບນີ້ເປັນ 1000 ກ້ອນ ເເລະ ກ້ອນທີ່ໃຫຍ່ທີ່ສຸດມີເສັ້ນຜ່ານສູນກາງ 12 ຟຸດ ເເລະ ໜັກເຖິງ 4 ໂຕນ. 

ເນື່ອງຈາກວ່າເຮົາບໍ່ສາມາດຖືຕິດໂຕໄປນຳໄດ້ ວິທີການນໍາໃຊ້ເງິນກ້ອນຫີນຣາອິ ຈຶ່ງຄ້າຍຄືກັນກັບການໂອນເງິນໃນບັນຊີທະນາຄານລະຫວ່າງກັນ ແລະ ກັນ ​ເມື່ອ​ມີ​ຂໍ້​ຕົກລົງ​ການຊື້ຂາຍ ແລະ ​ແລກປ່ຽນກັນ. ຫຼັງຈາກນັ້ນທັງສອງຈະໄປ “ທະນາຄານ” ເຊິ່ງເປັນກາງເດີ່ນຂອງໝູ່ບ້ານທີ່ມີເງິນກ້ອນຫີນວາງລຽງເປັນແຖວ, ຈາກ​ນັ້ນ​ ຈະເຮັດ​ເຄື່ອງ​ໝາຍ​ໃສ່​ຫີນວ່າໄດ້ມີການເເລກປ່ຽນ​ມືລະ​ຫວ່າງ​ເຈົ້າ​ຂອງ​ເກົ່າ ແລະ ​ເຈົ້າ​ຂອງ​ໃໝ່ເປັນທີ່ຮຽບຮ້ອຍ ກໍຖືວ່າສິ້ນສຸດຂອງຂະບວນການຊື້ຂາຍແລກປ່ຽນ.

ຫິນດັ່ງກ່າວນີ້ບໍ່ໄດ້ມີຢູ່ເທິງເກາະ ເເຕ່ຕ້ອງໄປນຳມາຈາກໝູ່ເກາະປາເລົາ (Palau) ເຊິ່ງຢູ່ຫ່າງອອກໄປປະມານ 300 ກິໂລເເມັດ, ເມື່ອຂຸດ ເເລະ ສະກັດຫິນເເລ້ວກໍຂົນຂຶ້ນເຮືອ ຫຼື ເເພກັບໄປເກາະເເຢັບອີກຄັ້ງ. ການເດິນທາງໄປເອົາເງິນກ້ອນຫິນນີ້ຖືເປັນເລື່ອງທີ່ອັນຕະລາຍຫຼາຍ ເເລະ ມັກຈະມີຜູ້ເສຍຊີວິດໃນລະຫວ່າງການເດີນທາງຢູ່ສະເໝີ.

ມູນຄ່າຂອງຫີນຣາອິບໍ່ໄດ້ມີກຳນົດຕາຍຕົວ ແຕ່ຈະຂຶ້ນຢູ່ກັບຄວາມຫາຍາກ, ສວຍງາມ, ຝີມືການຕົບແຕ່ງ ແລະ ຂະໜາດຂອງຫີນ. ນອກຈາກນັ້ນ ລາຄາຂອງມັນຍັງຂຶ້ນກັບປະຫວັດຄວາມເປັນມາຂອງມັນອີກດ້ວຍ ເຊັ່ນ: ຖ້າຣາອິຖືກນຳມາໂດຍນັກເດີນເຮືອທີ່ມີຊື່ສຽງ ຫຼື ລະຫວ່າງທາງທີ່ນຳມາມີຄົນບາດເຈັບລົ້ມຕາຍຫຼາຍ ຫີນຣາອິກ້ອນນັ້ນກໍຈະມີລາຄາທີ່ແພງຂຶ້ນ.

ເເນວໃດກໍຕາມເມື່ອເກາະນີ້ມີການຕິດຕໍ່ຊື້ຂາຍກັບຄົນຕ່າງຖິ່ນໂດຍສະເພາະຊາວເອີລົບທີ່ເຂົ້າມາເກາະເເຫ່ງນີ້, ກໍເຮັດໃຫ້ການນຳໃຊ້ເງິນກ້ອນຫິນຄ່ອຍໆຫຼຸດລົງຈົນໝົດໄປໃນທີ່ສຸດໃນຊ່ວງສັດຕະວັດທີ 20.

ທີ່ມາ: https://cutt.ly/t0NWLm3

https://cutt.ly/U0NWCd0
https://cutt.ly/w0NWVG7
https://cutt.ly/50NWB88

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.