DCA ເເມ່ນຫຍັງ?

DAC (Dollar cost averaging) ຫຼື ການລົງທຶນເເບບສະເລ່ຍ ເເມ່ນການທີ່ນັງລົງທຶນຈະທະຍອຍເຂົ້າຊື້ສິນຊັບເປັນຊ່ວງໆ ເວລາດ້ວຍເງິນລົງທຶນເເບ່ງອອກເປັນເທົ່າໆກັນຢ່າງສະໝ່ຳສະເໝີໃນເເຕ່ລະງວດ ໂດຍບໍ່ສົນວ່າລາຄາສິນຊັບນັ້ນຈະຫຼຸດລົງ ຫຼື ເພິ່ມຂຶ້ນໃນເວລານັ້ນ. ດ້ວຍເຫດຜົນນີ້ຜົນຕອບເເທນທີ່ໄດ້ໃນພາບລວມນັ້ນກໍຈະສະເລ່ຍກັນໄປ.

ໂດຍປົກກະຕິແລ້ວ, ຄວາມຖີ່ຂອງ DCA ສໍາລັບຫຼາຍໆຄົນແມ່ນເປັນປະຈໍາເດືອນ. ມັນເປັນອີກວິທີໜຶ່ງທີ່ນິຍົມໃນການສ້າງລະບຽບວິໄນໃນການລົງທຶນ.

  • Diversification (Diversify) ເເມ່ນຫຍັງ?

Diversification ຫຼື ການວາງແຜນເເບບກະຈາຍຄວາມສ່ຽງ ແມ່ນກົນລະຍຸດກະຈາຍຄວາມສ່ຽງໃນການລົງທຶນໃນສິນຊັບຕ່າງໆ ເພື່ອບໍ່ໃຫ້ນັກລົງທຶນຂາດທຶນຢ່າງໜັກຈາກການລົງທຶນຢ່າງໃດຢ່າງໜຶ່ງຫຼາຍເກີນໄປ, ເຊິ່ງກົນລະຍຸດນີ້ສາມາດປັບໃຊ້ໄດ້ກັບການລົງທຶນທຸກຮູບເເບບ ບໍ່ແມ່ນໃຊ້ນຳພຽງແຕ່ການລົງທຶນໃນກອງທຶນ ຫຼື ຮຸ້ນເທົ່ານັ້ນ.

  1. ຂໍ້ດີ ເເລະ ຂໍ້ເສຍຂອງ DCA

  • DCA ໄດ້ຊ່ວຍປ່ຽນມຸມມອງຂອງພວກເຮົາທີ່ມີຕໍ່ຕະຫຼາດ. ຈາກເເຕ່ກ່ອນທີ່ເຫັນວ່າສິນຊັບທີ່ໄດ້ລົງທຶນຫຼຸດລົງ ເເຕ່ກໍເປັນໂອກາດທີ່ດີທີ່ເຮົາຈະຊື້ສິນຊັບນັ້ນໄດ້ຫຼາຍຂຶ້ນເເຕ່ຈຳນວນເງິນລົງທຶນເທົ່າເກົ່າ ເເຕ່ລາຄາຕໍ່ຫົວໜ່ວຍລົດລົງເລີຍເຮັດໃຫ້ຊື້ໄດ້ຫຼາຍ.
  • DCA ຊ່ວຍໃຫ້ຕົວເອງມີລະບຽບວິໄນໃນການລົງທຶນຫຼາຍຂຶ້ນ ໂດຍບໍ່ໃຊ້ອາລົມທີ່ມີຕໍ່ຕະຫຼາດ ເພື່ອເປັນ​ປັດ​ໄຈໃນ​ການ​ຕັດ​ສິນ​ໃຈ​. ເພາະ​ການ​ລົງ​ທຶນ​ໂດຍ​ບໍ່​ມີ​ວິ​ໄນ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ມັກງ່າຍ ບໍ່ວ່າຈະເປັນເລື່ອງຂອງການເລືອກສິນຊັບທີ່ຈະລົງທຶນ ຫຼື ການ cut-loss ທີ່ຕ້ອງອາໄສລະບຽບວິໄນໃນການລົງມືເຮັດ.
  • DCA ຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການຊື້ຜິດຈັງຫວະ ແລະ ເຮັດໃຫ້ເກີດການຕິດດອຍ ເພາະວ່າ DCA ນັ້ນເປັນການທະຍອຍລົງທຶນເລື້ອຍໆບໍ່ວ່າຈະໃນຊ່ວງຫຼຸດລົງ ຫຼື ເພິ່ມຂຶ້ນຂອງຕະຫຼາດ.
  • DCA ບໍ່ໄດ້ຊ່ວຍລົດຄວາມສ່ຽງ, DCA ພຽງແຕ່ຫຼຸດຜ່ອນຄວາມສ່ຽງຕໍ່ Market Timing ຫຼື ການກະຈັງຫວະໄລຍະເວລາໃນການລົງທຶນ. ບໍ່ແມ່ນການຜັນຜວນຂອງຫຼັກຊັບການລົງທຶນ ແລະ ທີ່ສໍາຄັນແມ່ນມັນພຽງແຕ່ຊ່ວຍໃນຊ່ວງໄລຍະທຳອິດຂອງການລົງທຶນ ເນື່ອງຈາກວ່າ ເເຮງຈຳນວນໃນລົງທຶນຫຼາຍຂຶ້ນເງິນລົງທຶນກໍຈະເພີ່ມຕາມ ເຮັດໃຫ້ເປີເຊັນຕົ້ນທຶນທີ່ຈະຊຶ້ໃນເເຕ່ລະເທື່ອຫຼຸດລົງ.
  • DCA ເໝາະກັບບາງຊິນສັບເທົ່ານັ້ນ ເພາະມັນເປັນພຽງກົນລະຍຸດເເບບໜື່ງໃນການລົງທືນ ຕ້ອງໄດ້ນຳໃຊ້ເຖີງພື້ນຖານຄວາມຮູ້ທີ່ເໝາະສົມ ເເລະ ເຂົ້າໃຈໃນການເລືອກຊິນສັບທີ່ເໝາະເຖິງຈະເຫັນຜົນຮັບທີເເຕກຕ່າງ

2. ຂໍ້ດີ ເເລະ ຂໍ້ເສຍຂອງ Diversification

  • ການບໍລິຫານຄວາມສ່ຽງ: ເມື່ອທ່ານລົງທຶນໃນປະເພດຊັບສິນທີ່ແຕກຕ່າງກັນ, ທ່ານຈະຫຼຸດຜ່ອນຄວາມສ່ຽງທີ່ໄດ້ຮັບ. ຖ້າມູນຄ່າຂອງຫຼັກຊັບຂອງທ່ານຫຼຸດລົງ, ທ່ານກໍຈະສູນເສຍພຽງ 50% ຂອງການລົງທຶນໃນຂອບເຂດນັ້ນ. ນອກຈາກນັ້ນ, ປະເພດສິນຊັບໃນການລົງທຶນ ມັກຈະບໍ່ຄືກັນ ເເລະ ບໍ່ຄ່ອຍຈະເຮັດໜ້າທີ່ຂອງມັນໄດ້ດີພ້ອມກັບປະເພດອື່ນໆ. ການກະຈາຍຄວາມສ່ຽງຈະເພີ່ມປະສິດທິພາບຜົນຕອບແທນ ແລະ ປົກປ້ອງການຫຼຸດລົງຂອງທ່ານໃນກໍລະນີທີ່ຕະຫຼາດມີຄວາມຜັນຜວນ.
  • ສອດຄ່ອງກັບເປົ້າໝາຍທາງດ້ານການເງິນ: ຊ່ວຍໃຫ້ທ່ານລົງທຶນໃນປະເພດສິນຊັບທີ່ແຕກຕ່າງກັນ ເເລະ ໄລຍະຂອບເຂດເວລາທີ່ແຕກຕ່າງກັນ. ການຈັດສັນສິນຊັບ ໃນການລົງທຶນຂອງທ່ານຈະອີງໃສ່ເວລາທີ່ຕ້ອງການຈະໄຖ່ຖອນເພື່ອເປົ້າໝາຍທີ່ຈະບັນລຸຜົນ.
  • ໂອກາດການເຕີບໂຕ: ການລົງທຶນໃນປະເພດຊັບສິນທີ່ແຕກຕ່າງກັນເຮັດໃຫ້ເຈົ້າມີໂອກາດເຕີບໂຕຂະຫຍາຍຕົວໃນພາກສ່ວນຕ່າງໆ
  • ການລົງທຶນເພີ່ມເຕີມທີ່ຫຼາຍຂຶ້ນໝາຍຄວາມວ່າມັນມີຄວາມຜິດພາດຫຼາຍຂື້ນເຊິ່ງມັນເປັນເລື່ອງທີ່ຍາກໃນການຈັດການສິນຊັບທີ່ດີທີ່ສຸດ. ໃນເວລາທີ່ທ່ານພະຍາຍາມຫຼາຍເກີນໄປເພື່ອໃຫ້ໄດ້ຮັບການປະສົມທີ່ເໝາະສົມຂອງການລົງທຶນ ທ່ານມີແນວໂນ້ມທີ່ຈະມີຄວາມສ່ຽງຕໍ່ການເລືອກການລົງທຶນທີ່ບໍ່ຖືກຕ້ອງ, ເຊິ່ງໃນທາງກົງກັນຂ້າມມັນອາດເຮັດໃຫ້ທ່ານໄດ້ຮັບຜົນຕອບເເທນທີ່ໜ້ອຍລົງ.
  • ກົດລະບຽບທີ່ແຕກຕ່າງກັນສໍາລັບສິນຊັບທີ່ແຕກຕ່າງກັນ: ແຕ່ລະປະເພດສິນຊັບ ມີໂຄງສ້າງທີ່ແຕກຕ່າງກັນ ແລະ ເຮັດວຽກແຕກຕ່າງກັນ. ຖ້າທ່ານກະຈາຍຄວາມສ່ຽງຫຼາຍເກີນໄປ, ທ່ານມີຄວາມສ່ຽງຕໍ່ການລົງທຶນໂດຍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບສິນຊັບ ແລະ ການເຮັດວຽກຂອງມັນ. ນີ້ສາມາດນໍາໄປສູ່ຄວາມສັບສົນ ແລະ ການລົງທຶນທີ່ບໍ່ຖືກຕ້ອງ.
  • ຜົນກະທົບດ້ານພາສີ: ເຊັ່ນດຽວກັນກັບປະເພດສິນຊັບທີ່ເເຕກຕ່າງ, ພວກມັນຖືກເກັບພາສີແຕກຕ່າງກັນ. ຫາກບໍ່ມີການວາງແຜນການຈ່າຍພາສີທີ່ເໝາະສົມ, ທ່ານມີແນວໂນ້ມທີ່ຈະມີຄວາມສ່ຽງຕໍ່ການປະຕິບັດຂໍ້ກຳນົດດ້ານພາສີເພີ່ມເຕີມ ຫຼື ຄ່າໃຊ້ຈ່າຍທີ່ປຶກສາທີ່ສູງຂຶ້ນກັບຜູ້ວາງແຜນພາສີ.
  • ຄ່າໃຊ້ຈ່າຍຂອງການລົງທຶນ: ແຕ່ລະປະເພດຊັບສິນມີຄ່າທໍານຽມ ແລະ ຄ່າບໍລິການທີ່ແຕກຕ່າງກັນ. ສິ່ງນີ້ຈຳເປັນຕ້ອງໄດ້ຮັບການພິຈາລະນາຈາກການກະຈາຍສິນຊັບໃນການລົງທຶນຂອງທ່ານ, ຍ້ອນວ່າຄ່າທໍານຽມສາມາດເພີ່ມຂຶ້ນ ແລະ ເຮັດໃຫ້ມູນຄ່າຂອງການລົງທຶນຂອງທ່ານຫຼຸດລົງ.
  • Capping Growth: ເຖິງເເມ່ນວ່າກົນລະຍຸດຈະຊ່ວຍຫຼຸດຜ່ອນຄວາມສ່ຽງໃນຂະນະທີ່ປັບຜົນຕອບເເທນໃຫ້ເໝາະສົມ, ທ່ານມີໂອກາດທີ່ຈະສູນເສຍໂອກາດທີ່ຈະໄດ້ຮັບຜົນຕອບແທນທີ່ສູງຂຶ້ນເມື່ອຊັບສິນບາງຢ່າງເຮັດວຽກຂອງມັນໄດ້ດີ.
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.