The Great Depression ສະພາວະ​ການ​ຕົກ​ຕໍ່າ​ຄັ້ງ​ໃຫຍ່​ແມ່ນພາວະການຕົກຕໍ່າທາງ​ເສດຖະກິດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ​ອຸດສາຫະກຳ​ທີ່​ແກ່ຍາວ​ມາ​ນັບ​ແຕ່​ຕະຫຼາດ​ຮຸ້ນ​ຕົກ​ໃນ​ປີ 1929 ຫາ 1939, ເຊິ່ງກໍ່ໃຫ້ເກີດການປ່ຽນເເປງພື້ນຖານຂອງສະຖາບັນເສດຖະກິດ, ນະໂຍບາຍເສດຖະກິດມະຫາພາກ ແລະ ທິດສະດີເສດຖະສາດ.

ເຖິງແມ່ນວ່າມັນມີຕົ້ນກຳເນີດຢູ່ໃນສະຫະລັດ ເເຕ່ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ນີ້ໄດ້ເຮັດໃຫ້ຜົນຜະລິດຫຼຸດລົງຢ່າງຫຼວງຫຼາຍ, ເກີດການວ່າງງານຢ່າງຮ້າຍເເຮງ ເເລະ ພາວະເງິນເຟີ້ຢ່າງຮຸນເເຮງໃນເກືອບທຸກປະເທດທົ່ວໂລກ. ຜົນກະທົບທາງດ້ານສັງຄົມ ແລະ ວັດທະນະທໍາຂອງກໍເປັນທີ່ໜ້າຕົກໃຈ ໂດຍສະເພາະໃນສະຫະລັດ, ເຊິ່ງພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ເປັນຕົວແທນຂອງຄວາມທຸກຍາກທີ່ຮ້າຍແຮງທີ່ສຸດທີ່ຊາວອາເມລິກາຕ້ອງປະເຊີນໜ້ານັບຕັ້ງແຕ່ສົງຄາມກາງເມືອງ.

ໃນໄລຍະກ່ອນວິກິດ ບໍລິສັດໄດ້ປະສົບຜົນສໍາເລັດຫຼາຍໃນການສົ່ງອອກໄປຮອດເອີຣົບ, ອັດຕາການວ່າງງານແມ່ນຕໍ່າ, ອຸດ​ສາ​ຫະ​ກໍາ​ລົດ​ຍົນ​ຊຸກ​ຍູ້​ການ​ຈ້າງ​ງານ​ ແລະ ​ເສດ​ຖະ​ກິດ.

ຈົນເຖິງຈຸດສູງສຸດໃນປີ 1929, ລວມທັງຕະຫຼາດຮຸ້ນ ທຸກຄົນລ້ວນຕ່າງໄດ້ເຂົ້າມາລົງທຶນ ທັງຜູ້ທີ່ມີຊັບສິນ ຫຼື ໜີ້ສິນ ເພື່ອລົງທຶນຈົນກ່ວາລາຄາຮຸ້ນປັບເພີ່ມຂຶ້ນເກືອບ 10 ເທົ່າ ແລະ ຕະຫຼາດ Dow Jones (DJIA) ໄດ້ບັນລຸຈຸດສູງສຸດ 381.17 ຈຸດໃນວັນທີ 3 ກັນຍາ 1929, ສະແດງໃຫ້ເຫັນນັກລົງທຶນຄາດຫວັງວ່າຮຸ້ນລາຄາຈະເຕີບໂຕ ເນັ້ນໃສ່ການຊື້ຂາຍທີ່ຄາດເດົາໂດຍບໍ່ໄດ້ເບິ່ງພື້ນຖານຂອງຫຼັກຮຸ້ນ.

ຈົນຮອດກາງປີ ເສດ​ຖະ​ກິດ​ເລີ່ມ​ຢຸດ​ສະ​ງັກ ​ເນື່ອງ​ຈາກ​ກຳລັງການ​ຜະ​ລິດທີ່​ມີຫຼາຍເກີນໄປ ເກີດອຸປະທານສ່ວນເກີນໃນຫຼາຍອຸດສາຫະກໍາ. ທັງການປູກພືດກະສິກໍາ ແລະ ເຫຼັກກ້າທີ່ກັກເກັບໄວ້ກໍເສຍຫາຍ, ລາຄາຮຸ້ນເລີ່ມຢຸດສະງັກ ແລະໃນທີ່ສຸດກໍຫຼຸດລົງ.

ວັນທີ 24 ຕຸລາ 1929 ໄດ້ເກີດເຫດການ “Black Thursday”,ຕະຫຼາດຮຸ້ນຫຼຸດລົງ -11% ຈາກລາຄາປິດຂອງມື້ກ່ອນໜ້າ. ເນື່ອງຈາກນັກລົງທຶນທຸກ​ສະ​ຖາ​ບັນ ​ແລະ​ ສະ​ຖາ​ບັນ​ການ​ເງິນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ​ລາຄາ​ຮຸ້ນ​ເລີ່ມ​ສູງ​ເກີນ​ມູນ​ຄ່າ​ພື້ນຖານ​ຂອງ​ຮຸ້ນ. ມັນໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຕະຫຼາດ Dow Jones ໃນ 2 ມື້ຂ້າງໜ້າ

ເມື່ອຕະຫຼາດຮຸ້ນຫຼຸດລົງອີກເທື່ອໜຶ່ງໃນວັນຈັນຕໍ່ມາ (Black Monday) ຫຼຸດລົງເຖິງ 13% ແລະ ວັນອັງຄານ (Black Tuesday) ຫຼຸດລົງອີກ 12%, ເຊິ່ງເປັນຈຸດປ່ຽນທີ່ສໍາຄັນ, ມັນສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ບັນຊີ margin ທີ່ຖືກບັງຄັບໃຫ້ຂາຍຍ້ອນການຫຼຸດລົງຢ່າງຫຼວງຫຼາຍຂອງລາຄາຮຸ້ນ. ດ້ານ broker ກໍ່ມີໜີ້ເສຍຍ້ອນລູກຄ້າບໍ່ສາມາດຊຳລະໜີ້ໄດ້. ຈົນໃນທີ່ສຸດ Dow Jones (DJIA) ບັນລຸຈຸດຕໍ່າສຸດທີ່ 41.22 ໃນວັນທີ 8 ກໍລະກົດ 1932 (ຫຼຸດລົງ 89.19% ຈາກຈຸດສູງສຸດ).

ຜົນກະທົບຂອງເຫດການນີ້ ແກ່ຍາວເປັນເວລາ 10 ປີ (AD 1929-1939), ເຮັດໃຫ້ເກີດການລົ້ມລະລາຍຂອງເສດຖະກິດ ແລະ ຕະຫຼາດຮຸ້ນ. ເຊິ່ງມີຜົນກະທົບໂດຍກົງຕໍ່ທຸກພາກສ່ວນ, ຮຸ້ນຂະໜາດນ້ອຍທີ່ມີລາຄາສູງຈາກການເກງກຳໄລ ກໍເລີ່ມລົ້ມລະລາຍ ແລະ ຖືກຖອນອອກຈາກຕະຫຼາດ, ສະຖາບັນການເງິນຫຼາຍແຫ່ງທີ່ໃຫ້ເງິນກູ້ກໍໄດ້ປິດຕົວລົງ. ລວມໄປເຖິງມຸມມອງຂອງນັກລົງທຶນໃນຕະຫຼາດເອງກໍເລີ່ມລະວັງໃນການລົງທຶນໃນຮຸ້ນ, ເນື່ອງຈາກຊ່ວງຕະຫຼາດທີ່ດີ ​ເສດ​ຖະ​ກິດເຕີບໂຕ ອາດຈະກາຍເປັນວິກິດການໄດ້

ທີ່ມາ : https://cutt.ly/Z02XaGA

https://cutt.ly/602Xdg0
https://cutt.ly/v02XgRg
https://cutt.ly/m02XjwW

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

#Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.