Stagflation “ສິ່ງຂອງລາຄາແພງ, ຄ່າຈ້າງລາຄາຖືກ” ເປັນໂຈດທີ່ຍາກ ເເລະ ທ້າທາຍທົ່ວໂລກ, ມັນຖືກກ່າວເຖິງຫຼາຍ ໂດຍສະເພາະໃນໄລຍະທີ່ລາຄາສິນຄ້າອຸປະໂພກບໍລິໂພກເພີ່ມຂຶ້ນຢ່າງຫຼວງຫຼາຍເຊັ່ນ: ລາຄາສິນຄ້າປະເພດພະລັງງານ ນ້ຳມັນໄດ້ຖີບຕົວສູງຂຶ້ນຈົນສົ່ງຜົນກະທົບຕໍ່ພາກທຸລະກິດຢ່າງໜັກໜ່ວງ, ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ມີ​ກໍາ​ລັງ​ຊື້ເທົ່າເກົ່າ​ ເເລະ ​ຫຼຸດ​ລົງເລື້ອຍໆ ​ຫຼື ​ອາດຈະບໍ່​ມີ​ກໍາ​ລັງທີ່ຈະ​ຊື້​ເລີຍ.

ມື້ນີ້ເຮົາຈະມາສະຫຼຸບວ່າ Stagflation ໝາຍຄວາມວ່າແນວໃດ? ​ເເລະ ສະຖານະການໃນທົ່ວໂລກປະຈຸບັນເປັນເເນວໃດ?

  • Stagflation ເເມ່ນຫຍັງ?

Stagflation ແມ່ນການປະສົມປະສານຄຳລະຫວ່າງ stagnant (ເສດຖະກິດຢຸດຊະງັກ) + Inflation (ເງິນເຟີ້) ລວມເຂົ້າກັນ = ເເນວໂນ້ມທາງເສດຖະກິດທີ່ເຮັດໃຫ້ອັດຕາເງິນເຟີ້ ແລະ ການວ່າງງານເພີ່ມຂຶ້ນໃນຂະນະທີ່ການຂະຫຍາຍຕົວຂອງເສດຖະກິດໂດຍທົ່ວໄປແມ່ນຊ້າ.

“ເສດຖະກິດຊະລໍຕົວ ອັດຕາເງິນເຟີ້ເພີ່ມຂຶ້ນ”

  • 3 Keys ສຳຄັນໃນການເກີດ “Stagflation”

ເສດຖະກິດຂະຫຍາຍຕົວຊ້າ

ອັດຕາຫວ່າງງານເພີ່ມຂຶ້ນສູງ

ລາຄາສິນຄ້າ ເເລະ ການບໍລິການເພີ່ມຂຶ້ນສູງ

  • ສະຖານະການໃນທົ່ວໂລກ

​ໃນ​ຊ່ວງ​ວິ​ກິດ​ການ ​COVID-19 ທີ່​ຜ່ານ​ມາ, ສະຫະລັດ​ໄດ້​ມີການອັດສີດເງິນ​ເຂົ້າ​ໃນ​ລະບົບ​ເພື່ອ​ຫວັງ​ວ່າ​ມັນ​ຈະ​ຊ່ວຍ​ໃຫ້​ເສດຖະກິດ​ຟື້ນ​ຕົວ​ໄວ​ຂຶ້ນ ເປັນສາເຫດເຮັດໃຫ້ເກີດພາວະອັດຕາເງິນເຟີ້ສູງ, ລາຄາສິນຄ້າ ແລະ ການບໍລິການເພີ່ມຂຶ້ນ.

ໃນຂະນະ​ທີ່​ເສດຖະກິດທົ່ວ​ໂລກກຳລັງຄ່ອຍໆ​ຟື້ນ​ຕົວ​ເທື່ອ​ລະ​ກ້າວຢູ່ນັ້ນ, ກໍເກີດມີ​ຕົວ​ເເປ​ໃໝ່​ທີ່​ເກີດ​ຂຶ້ນນັ້ນກໍຄື “ສົງຄາມລັດເຊຍ – ຢູເຄຣນ” ສົ່ງຜົນໃຫ້ລາຄາພະລັງງານເພີ່ມຂຶ້ນ. ເນື່ອງຈາກນ້ຳມັນເປັນໜຶ່ງໃນສິ່ງທີ່ສຳຄັນຂອງສິນຄ້າ ແລະ ການບໍລິການ ຈຶ່ງເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ, ສິນຄ້າ ເເລະ ການບໍລິການມີລາຄາສູງຂຶ້ນ ເຮັດໃຫ້ທົ່ວໂລກຊອກຫາວິທີຮັບມືກັບສະຖານະການດັ່ງກ່າວ.

ລາຄາສິນຄ້າ ແລະ ການບໍລິການຍັງຄົງຢູ່ໃນລະດັບສູງ, ເຊິ່ງສວນທາງກັບທິດ​ທາງ​ຂອງ​ເສດຖະກິດທີ່ຍັງຢູ່ໃນສະພາວະການ​ຖົດ​ຖອຍ. ດັ່ງນັ້ນ, ເສດຖະກິດໂລກຈຶ່ງມີເເນວໂນ້ມເກີດພາວະ Stagflation, ຍ້ອນອັດຕາເງິນເຟີ້ທີ່ສູງຂຶ້ນເຮັດໃຫ້ຕົ້ນທຶນການຜະລິດສິນຄ້າ ແລະ ການບໍລິການເພີ່ມຂຶ້ນ, ສົ່ງຜົນໃຫ້ຄ່າໃຊ້ຈ່າຍໃນການດໍາລົງຊີວິດເພີ່ມຂຶ້ນໃນຂະນະທີ່ກໍາລັງຊື້ຫຼຸດລົງ.

ທີ່ມາ : https://cutt.ly/l9iQ2FA

https://cutt.ly/59iQ4rG
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.