Robot trade ເເມ່ນໂປຣເເກຣມທີ່ຊ່ວຍໃຫ້ນັກລົງທຶນມີຄວາມສະດວກສະບາຍໃນການຊື້ຂາຍ, ໂດຍໂປຣເເກຣັມຖືກລວມຢູ່ໃນ trading platform ເເລະ ດໍາເນີນການພາຍໃຕ້ເງື່ອນໄຂບາງຢ່າງ ໂດຍບໍ່ມີການເເຊກເເຊງຂອງເທຣດເດີ້. ໂປຣດເເກຣັມປະເພດນີ້ສາມາດປ້ອນຄຳສັ່ງຊື້ ເເລະ ຂາຍໂດຍ algorithms ທີ່ຖືກພັດທະນາມາເປັນຢ່າງດີ ເເຕ່ໃນບາງຄັ້ງມັນກໍຖືກເອີ້ນວ່າ Trading bot, Autotrader ຫຼື Expert Advisor (ໃນ platform Metatrader).

  • ການນຳໃຊ້ Robot trade

ວິທີການນຳໃຊ້ bot ອາດຈະເເຕກຕ່າງກັນໄປ ຂຶ້ນຢູ່ກັບປະເພດຂອງ software ທີ່ໃຊ້, ໂດຍທົ່ວໄປ trading platform ຈະອະນຸຍາດໃຫ້ຜູ້ໃຊ້ເລືອກ ເເລະ ສ້າງກົນລະຍຸດຢ່າງງ່າຍດາຍຈາກຕົວຊີ້ວັດທາງດ້ານເທັກນິກ ກໍເພື່ອສ້າງຊຸດຄຳສັ່ງໃນການຊື້ຂາຍໃຫ້ເປັນໄປໂດຍອັດຕະໂນມັດ.

ອີກທາງເລືອກໜຶ່ງຄື ໃຫ້ຜູ້ໃຊ້ສ້າງ trading robots ຊື້ຂາຍໂດຍຕັ້ງໂປຣເເກຣັມຕົວບົ່ງຊີ້ທີ່ກຳນົດເອງເພື່ອໃຫ້ສາມາດເຮັດວຽກຮ່ວມກັບຜູ້ໃຊ້ເພື່ອໃຫ້ມີຄວາມຢືດຢຸ່ນຫຼາຍຂຶ້ນ ເເລະ ສາມາດຄວບຄຸມການລົງທຶນໄດ້.

ການສ້າງກົນໄກຂອງ Robot trade ຈຶ່ງປຽບເໝືອນ source code ທີ່ທາງ programmers ບັນທຶກເງື່ອນໄຂໃນການຂຽນຄໍາສັ່ງຊື້ໄວ້. ໂດຍຕົວກຳນົດ (parameters) ທີ່ນໍາມາພິຈາລະນາມີຫຼາຍຢ່າງເຊັ່ນ:

  • ເເນວໂນ້ມການຕະຫຼາດ
  • ຂ່າວເສດຖະກິດ
  • technical indicators
  • ການເຄື່ອນໄຫວຂອງລາຄາ
  • ປັດໄຈອື່ນໆ

Robot trade ເໝາະກັບນັກລົງທຶນເເບບໃດ?

ຫຼາຍຄົນອາດຄິດວ່າ robot trade ນີ້ເໝາະສຳລັບເທຣດເດີ້ເທົ່ານັ້ນ, ອັນທີ່ຈິງເເລ້ວມັນເໝາະສຳລັບນັກລົງທຶນທຸກຄົນບໍ່ວ່າຈະເປັນ ຄົນທີ່ບໍ່ມີລະບຽບວິໄນໃນການລົງທຶນ, ຄົນທີ່ບໍ່ມີເວລາໃນການຈັດສັນພັອຕການລົງທຶນ, ຄົນທີ່ໃຊ້ກົນລະຍຸດໃນການລົງທຶນທີ່ຕ້ອງການຄວາມແມ້ນຢຳ ຫຼື ອາໄສການຄຳນວນເປັນຈຳນວນຫຼາຍ ກໍສາມາດນຳໃຊ້ robot trade ໄດ້.

ໂດຍ robot trade ຈະເເບ່ງອອກເປັນຫຼາຍປະເພດດ້ວຍກັນເຊັ່ນ : Technical Analysis Robots, Fundamental Analysis Robots, Quantitative Analysis Robots, Scalping Robots ເເລະ Day Trading Robots. ນັກລົງທຶນຈຳເປັນຕ້ອງໄດ້ສຶກສາກ່ຽວກັບປະເພດຂອງມັນເພື່ອນຳໃຊ້ໃຫ້ຖືກຕ້ອງ ເເລະ ໄດ້ຮັບປະສິດພາບຫຼາຍສຸດ.

ຂໍ້ດີຂອງ Robot trade

  • ມີການປະມວນຜົນທີ່ໄວ
  • ເພິ່ມສະພາບຄ່ອງໃຫ້ຕະຫຼາດ
  • ການໃຊ້ເວລາໃຫ້ເກີດຜົນປະໂຫຍດ ເເລະ ມີປະສິດທິພາບສູງສຸດ
  • ມີການວິເຄາະຕະຫຼອດ 24/7
  • ບໍ່ມີອາລົມສ່ວນຕົວເຂົ້າມາໃນການເເລກປ່ຽນ
  • ມີຂໍ້ຜິດພາດນ້ອຍ

ຂໍ້ເສຍຂອງ Robot trade

  • ໃນການນຳໃຊ້ຈຳເປັນຕ້ອງໄດ້ຈັບຕາເບິ່ງເພື່ອອາດຈະເກີດມີບັນຫາ ຫຼື ຂໍ້ບົກພ່ອງອື່ນໆໃນໂປຣເເກຣັມ
  • Flash Crashes ຫຼື ລະບົບລົ້ມກະທັນຫັນ ເຊິ່ງເກີດຂຶ້ນຫຼາຍຄັ້ງໃນຕະຫຼາດຮຸ້ນ
  • ຄວນໃຊ້ Stop Loss ທຸກຄັ້ງ ເພາະຕະຫຼາດສາມາດເຮັດໃຫ້ເຂົ້າລາຍການຜິດພາດໄດ້

ທີ່ມາ : https://cutt.ly/W23YY3b

https://cutt.ly/C23YOHy
https://cutt.ly/523YS1t
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.