ໃນປັດຈຸບັນເວັບໄຊໃດມີການພັດທະນາຢ່າງຕໍ່ເນື່ອງເເລະໄດ້ປັບປຸງໃຫ້ສະດວກສະບາຍຂື້ນໂດຍບໍ່ມີຕົວກາງເຂົ້າມາຄວບຄຸມເເລະມີຄວາມປອດໄພຫຼາຍຂຶ້ນ , ມື້ນີ້ເຮົາຈະມາເວົ້າເຖິງ Web 3.0 ຫຼືເປັນທີ່ຮູ້ຈັກກັນໃນຊື່ Decentralized Website ເຊີ່ງຮຸ່ນທີ 3 ຂອງອິນເຕີເນັດ ເຊິ່ງເປັນການປັບປຸງໃຫ້ກ້າວຂ້າມ Web 2.0 ໃນປະຈຸບັນໂດຍມີເທັກໂນໂລຢີຢ່າງ Blockchain ເຮັດວຽກຢູ່ເບື້ງຫລັງເເລະກໍຄາດການວ່າພວກເຮົາຈະໄດ້ນຳໃຊ້ໄວໆນີ້.

ກ່ອນທີ່ຈະໄປຮູ້ຈັກກ່ຽວກັບ Web 3.0 ເຮົາມາເບີ່ງວິວັດທະນາການຄວາມເປັນມາຂອງມັນກ່ອນ, ໂດຍຈະເເບ່ງອອກເປັນ 3 ຍຸກຄື :

  • ຍຸກຕົ້ນ Web 1.0 ( ເເຕ່ປີ1990 – 2005 ປີ ) ໄດ້ເນັ້ນໃສ່ການສ້າງເວັບສໍາລັບຂໍ້ມູນຂ່າວສານ. ດັ່ງນັ້ນ, ມັນຈື່ງເປັນການສື່ສານທາງດຽວ, ເຊັ່ນເວັບໄຊທ໌ຂອງອັງກິດ Encyclopedia Britannica.
  • ຍຸກທີ່ 2 Web 2.0 ຮຸ່ນທີສອງ (2006 – ປະຈຸບັນ ) ການວິວັດທະນາການຂອງເວັບທີ່ໄປໄດ້ໄກເກີນກວ່າການໃຫ້ຂໍ້ມູນພຽງຢ່າງດຽວ ແຕ່ມັນຍັງສາມາດຕິດຕໍ່ສື່ສານ, ໂຕ້ຕອບຫຼືຕອບໂຕ້ໄດ້, ເຊັ່ນ social media platform ຄື Facebook , Twitter
  • ຍຸກທີສາມ Web 3.0, ອະນາຄົດຂອງເວັບໄຊທ໌ທີ່ຈະບໍ່ມີໃຜສາມາດຄວບຄຸມການແຈກຢາຍຂໍ້ມູນ. ເນື່ອງຈາກວ່າມີເທກໂນໂລຍີ blockchain ຢູ່ເບື້ອງຫຼັງ. ເຖິງແມ່ນວ່າ platform social, ພື້ນທີ່ເກັບຂໍ້ມູນ ( Storage ) ກໍຈະບໍ່ມີຄົນຄວບຄຸມໄດ້ເຊັ່ນ: Axie Infinity, ເກມທີ່ສາມາດຫຼິ້ນເພື່ອເເລກປ່ຽນເປັນເງິນ (Play-to-earn) Hive ທີ່ເກັບຂໍ້ມູນເເບບກະຈາຍສູນ (Decentralized Storage )

ເມື່ອຮູເຖີງທີ່ມາຂອງການພັດທະການຂອງມັນເເລ້ວເຮົາມາເຂົ້າເລື່ອງກັນເລີຍ Web 3.0 ເເມ່ນຫຍັງ ?

Tim Berners-Lee, ຜູ້ຄິດຄົ້ນ World Wide Web, ໃຫ້ນິຍາມວ່າ Web 3.0 ເປັນເວັບໄຊທ໌ທີ່ສາມາດເຮັດວຽກໄດ້ເເບບ “Read-Write-Execute” ເຊິ່ງຈະບໍ່ມີຂອບເຂດກຳນົດສຳລັບຜູ້ໃຊ້ງານໃນການສ້າງເນື້ອຫາອີກຕໍ່ໄປ, ແຕ່ເວັບໄຊທ໌ຕ້ອງສາມາດຮອງຮັບການສ້າງເຄື່ອງມື ຫຼື software ຂອງຕົນເອງຂຶ້ນມາເພື່ອໃຊ້ງານໄດ້.

ເເຕ່ໃນດຽວນີ້, Web 3.0 ຄືກັບເດັກນ້ອຍທີ່ກໍາລັງຮຽນຍ່າງ ຕ້ອງໄດ້ລໍຖ້າຈົນກວ່າລະບົບເປີດກວ້າງໃຫ້ມີເຄືອຂ່າຍທີ່ສາມາດເຂົ້າເຖິງໄດ້ໂດຍບໍ່ມີການອະນຸຍາດ. ມັນຕ້ອງໄດ້ອາໄສອົງປະກອບຫຼາຍຢ່າງເຖິງຈະເກີດຂຶ້ນໄດ້ທັງ Edge Computing , Decentralized Data Networks , 3D Graphics ເເລະ Artificial Intelligence (AI).

ເເຕ່ຖ້າຫາກມັນສຳເລັດຂຶ້ນມາກໍຈະເປັນອັນດີເເກ່ຜູ້ຊົມໃຊ້ເເລະອາດຈະມີການປ່ຽນເເປງ ດັ່ງນີ້ :

1​.  ການ​ຮັບ / ສົ່ງ​ຄອນເທັນຕ່າງໆ​

ໃນຍຸກທໍາອິດ, ເວັບໄຊທ໌ໄດ້ຖືກສ້າງຂື້ນເພື່ອໃຫ້ສາມາດອ່ານໄດ້ເທົ່ານັ້ນ ( read-only ) , ໃນປັດຈຸບັນພວກເຮົາສາມາດອ່ານແລະໂຕ້ຕອບໄດ້ (interactive) ,ສ່ວນຍຸກຕໍ່ໄປຈະບໍ່ມີໃຜສາມາດຄວບຄຸມ (Decentralization) ຫຼືຈໍາກັດການເຂົ້າເຖິງໄດ້.

2.  ການນໍາໃຊ້ເວັບໄຊທ໌

ໃນຍຸກທຳອິດ, ແມ່ນເວັບໃຫ້ຂໍ້ມູນທີ່ມີຮູບແບບເປັນສະບັບ (Web Forms), ຕໍ່ມາໄດ້ພັດທະນາເປັນເວັບເເອັບພິເຄຊັ່ນ (Web Apps) ທີ່ພວກເຮົາສາມາດດາວໂຫລດຜ່ານແອັບໄດ້ແລະຍຸກຕໍ່ໄປແມ່ນພັດທະນາເປັນແອັບອັດສະລິ(Smart Apps) ຫຼື ແອັບທີ່ເກັບຂໍ້ມູນເເບບກະຈາຍສູນ (dApps : Decentralizd Apps)

3.  ມຸມມອງເເບບສາມມິຕິ (3D Graphics)

ມີຢູ່ໃນສະເພາະ Web 3.0 ເທົ່ານັ້ນ, ໂດຍມັນຈະລວມເອົາເທກໂນໂລຍີ VR ເພື່ອເຮັດໃຫ້ໂລກເປັນຈິງແລະສະເໝືອນຈິງ ລວມເຂົ້າກັນແລະເຮັດວຽກໄດ້ຢ່າງກົມກືນ.

4.  ຜູ້ທີ່ສາມາດສ້າງຄອນເທັນດ້ວຍຕົວເອງ

ຍຸກທໍາອິດແມ່ນເຈົ້າຂອງເວັບໄຊທ໌ທີ່ສ້າງຂຶ້ນດ້ວຍຕົວເອງ. ໃນປັດຈຸບັນ, ເຈົ້າຂອງແລະຜູ້ໃຊ້ສາມາດສ້າງເວັບໄຊທ໌ຂອງຕົນເອງໄດ້, ແລະໃນຍຸກຕໍ່ໄປ, ທຸກຄົນສາມາດສ້າງເວັບໄຊທ໌ຂອງຕົນເອງໄດ້.

5.  ແຫຼ່ງລາຍຮັບ

ໃນຍຸກທໍາອິດ, ລາຍໄດ້ຂອງເວັບແມ່ນມາຈາກການຂາຍພື້ນທີ່ໂຄສະນາເຊັ່ນປ້າຍໂຄສະນາ, ຕໍ່ມາ ເຈົ້າຂອງເວັບໄຊທ໌ໄດ້ປະໂຫຍດຈາກຂໍ້ມູນຜູ້ໃຊ້ຫຼື Data ເພື່ອ ສ້າງມູນຄ່າເພີ່ມ. ສ່ວນໃນຍຸກຕໍ່ໄປ, ຜູ້ໃຊ້ຈະຕ້ອງໃຫ້ການຍິນຍອມກ່ອນ(consensus) ກັບເຈົ້າຂອງເວັບຈື່ງຈະນໍາຂໍ້ມູນໄປໃຊ້ໄດ້.

ເເຕ່ເຖິງຢ່າງໃດກໍຍັງຕ້ອງຄົງຖ້າຕໍ່ໄປເເລະຫວັງວ່າສຳເລັດເເລະສາມາດເອົາມານຳໃຊ້ໄດ້ໄວໆນີ້

ທີ່ມາ : https://cutt.ly/PBZ9nal

https://cutt.ly/5BZ9Lxg

** ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.


Follow our channels for more updates:

Website: www.bitqik.com
bitqik Suport :  https://support.bitqik.com/
bitqik Insight: https://insight.bitqik.com/
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/
Youtube :ps:/www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
Facebook Academy: https://www.facebook.com/profile.php?id=100086347500753

bitqik #bitcoin #cryptocurrency#Laos

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.