ໃນ 5-10 ປີທີ່ຜ່ານມາ ໄດ້ມີການປ່ຽນແປງເກີດຂຶ້ນຫຼາຍ, ການແຜ່ລະບາດຂອງ COVID-19 ແມ່ນໜຶ່ງໃນຕົວກະຕຸ້ນທີ່ສຳຄັນໃຫ້ມີການປ່ຽນແປງໄວຂຶ້ນ. ທັງການນໍາໃຊ້ເທັກໂນໂລຢີສໍາລັບທຸລະກິດ, ແນວໂນ້ມຂອງ Cryptocurrency ແລະ ການມາເຖິງຂອງປັນຍາປະດິດ ຖ້າທຸລະກິດໃດບໍ່ສາມາດປັບຕົວໄດ້ຕາມຂະບວນການດັ່ງກ່າວ ຫຼື ບໍ່ສາມາດແຂ່ງຂັນໃນຕະຫຼາດໄດ້.

ມື້ນີ້ເຮົາຈະພາໄປຮູ້ຈັກກັບ Digital Transformation! ການຫັນເປັນດິຈິຕອລທີ່ຈະປ່ຽນທຸລະກິດ ແລະ ອຸດສາຫະກໍາການລົງທຶນ.

  • Digital Transformation ແມ່ນຫຍັງ?

Digital Transformation ຫຼື ການຫັນເປັນດິຈິຕອລໝາຍເຖິງຂະບວນການທີ່ນໍາເອົາເທັກໂນໂລຢີເພື່ອສ້າງມາປ່ຽນແປງ ຫຼື ພັດທະນາຂະບວນການທຸລະກິດ, ວັດທະນະທໍາຂອງອົງກອນ, ກົນລະຍຸດ ຫຼື ປະສົບການຂອງລູກຄ້າເພື່ອບັນລຸເປົ້າໝາຍ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

  • Cryptocurrency & Digital Transformation

ການມາເຖິງຂອງເທັກໂນໂລຍີ blockchain (Blockchain Technology) ແລະ ສະກຸນເງິນດິຈິຕອລ (Cryptocurrency) ໄດ້ເຮັດໃຫ້ເກີດການຕື່ນຕົວ ຢ່າງກວ້າງຂວາງກ່ຽວກັບ FinTech (Financial Technology) ຫຼື ເທັກໂນໂລຢີທາງດ້ານການເງິນ. ທຸລະກິດຈໍານວນຫຼາຍໄດ້ນໍາໃຊ້ເທັກໂນໂລຍີ blockchain ມາປະຍຸກໃຊ້ຮູບແບບທຸລະກິດຂອງພວກເຂົາເຊັ່ນ ການກວດສອບເອກະສານ, ການກວດສອບທີ່ມາຂອງຜະລິດຕະພັນ ເເລະ ອື່ນໆ. ທັງນີ້ກໍເພື່ອເພີ່ມຄວາມໄວໃນການເຮັດວຽກ, ຍົກລະດັບຄວາມໂປ່ງໃສ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຂອງອົງກອນ.

ສະກຸນເງິນດິຈິຕອລໄດ້ເຂົ້າມາມີບົດບາດຫຼາຍຂຶ້ນໃນຊີວິດປະຈໍາວັນຂອງປະຊາຊົນ ເກີດມີການປ່ຽນແປງຮູບແບບການເຮັດທຸລະກໍາຂອງລູກຄ້າເຊັ່ນ ມີການນໍາໃຊ້ wallets ດິຈິຕອລຫຼາຍຂຶ້ນໃນການຊື້ຂາຍ ແລະ crypto ໄດ້ຖືກນໍາສະເໜີເພື່ອໃຊ້ແລກປ່ຽນສິນຄ້າ/ບໍລິການ.

FinTech (Financial Technology) ໄດ້ຊ່ວຍເຮັດໃຫ້ທຸລະກໍາທາງດ້ານການເງິນຂອງບໍລິສັດມີປະສິດທິພາບຫຼາຍຂຶ້ນເຊັ່ນ: ການຫຼຸດຜ່ອນຕົວກາງ, ການອໍານວຍຄວາມສະດວກໃນການຈ່າຍເງິນ ແລະ ເພີ່ມຄວາມໂປ່ງໃສໃນການລະດົມທຶນຂອງບໍລິສັດ.

ຕົວຢ່າງເຕັກໂນໂລຢີອື່ນໆ

  • Hybrid Cloud 
  • Cybersecurity 
  • AI (Artificial Intelligence) 
  • Quantum Computing 
  • Cloud Computing
  • Reskill/Upskill 
  • Remote Working 

ອົງກອນທີ່ສາມາດຢູ່ລອດ ແລະ ແຂ່ງຂັນໃນຍຸກທີ່ມີການປ່ຽນແປງຢ່າງໄວວານີ້ຕ້ອງສາມາດ “Transform” ອົງກອນຂອງຕົນໄດ້, ບໍ່ເເມ່ນ “Change”.

Digital Transformation ຈະນໍາໄປສູ່ການປ່ຽນແປງຫຼາຍໃນອະນາຄົດ ລວມທັງການມອບຄຸນຄ່າໃຫ້ແກ່ລູກຄ້າທີ່ສົ່ງຜົນກະທົບຕໍ່ຄວາມຄາດຫວັງຂອງລູກຄ້າໃນອະນາຄົດ, ການ Disrupt ອຸດສາຫະກໍາທີ່ບໍ່ສາມາດປ່ຽນແປງໄດ້ທັນຕໍ່ການມາຮອດຂອງເທັກໂນໂລຢີຕ່າງໆ ແລະ ພິຈາລະນາທາງເລືອກການລົງທຶນຂອງນັກລົງທຶນຮຸ່ນໃໝ່ທີ່ບໍ່ເບິ່ງເຫັນພຽງແຕ່ຕົວເລກກໍາໄລຂອງທຸລະກິດ ແຕ່ເບິ່ງເລິກເຂົ້າໄປໃນວັດທະນະທໍາອົງການຈັດຕັ້ງ ແລະ ສັກກະຍະພາບທີ່ຈະ “Transform” ທຸລະກິດນັ້ນ.

ທີ່ມາ : https://cutt.ly/Y9wEOhD

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.