ໃນຍຸກປັດຈຸບັນນີ້ ທາງເລືອກໃນການໃຊ້ເງິນເທີງໂລກອິນເຕີເນັດ ມີຫຼາກຫຼາຍວິທີ ບໍ່ວ່າຈະເປັນການຊຳລະໂດຍການໂອນເງິນຜ່ານທະນາຄານ, ບັດເຄດິດ ຫຼື ແມ່ນແຕ່ການນຳໃຊ້ສະກຸນເງິນດິຈິຕອລ ຫຼື Cryptocurrency ກໍສາມາດເຮັດໄດ້ເຊັ່ນກັນ, ແຕ່ບໍ່ວ່າຈະນຳໃຊ້ວິທີໃດກໍຕາມ ການເກັບເງິນຂອງເຮົາໄວ້ບ່ອນທີ່ປອດໄພກໍຖືເປັນເລື່ອງທີ່ສຳຄັນທີ່ສຸດ ຍິ່ງເປັນະກຸນເງິນດິຈິຕອລ ແລ້ວຍິ່ງຕ້ອງລະມັດລະວັງເປັນພິເສດ.

ເຊິ່ງສິ່ງທີ່ຈຳເປັນໃນການນຳໃຊ້ເກັບສະກຸນເງິນດິຈິຕອລກໍຄື Crypto Wallet ຫຼື ກະເປົາເງິນສຳລັບເກັບ ສະກຸນເງິນດິຈິຕອລນັ້ນເອງ ເຊິ່ງຈະເປັນເຄື່ອງມືທີ່ມີໜ້າທີ່ຈັດ ເກັບກຸນແຈສ່ວນຕົວ (Private Key) ເພື່ອໃຫ້ເຈົ້າຂອງເງິນເທົ່ານັ້ນທີ່ມີສິດເປີດກະເປົາດັ່ງກ່າວໄດ້ ແລະ ຍັງຊ່ວຍໃນການຮັບ-ໂອນ ເງິນດິຈິຕອລ ອີກນຳ.

ໂດຍ Crypto Wallet ສາມາດມາໃນຮູບແບບຂອງ ໂປຣແກຣມ Software ຫຼື ຈະມາໃນຮູບແບບ ຂອງອຸປະກນທີ່ສາມາດຈັບຕ້ອງໄດ້ ແບບເປັນ Hardware ກໍໄດ້ເຊັ່ນດຽວກັນ. ມື້ນີ້ເຮົາຈະພາມາເບິ່ງກັນວ່າ ເຮົາຈະນຳໃຊ້ Crypto Wallet ແນວໃດຈຶ່ງຈະສາມາດລົດຄວາມສ່ຽງ ແລະ ມີຄວາມປອດໄພໄດ້.

  1. ແບ່ງເງິນໄວ້ໃນ ທັງກະເປົາອອນລາຍ Hot Wallet ແລະ ທັງກະເປົາອອຟລາຍ Cold Wallet

ກະເປົາອອນລາຍ Hot Wallet ເປັນກະເປົາເງິນທີ່ເຊື່ອມຕໍກັບອິນເຕີເນັດຢູ່ຕະຫຼອດເວລາ ເໝາະສຳຫຼັບການໃຊ້ຊື້ຂາຍສິນຄ້າໄລຍະສັ້ນລາຍວັນ. ສ່ວນກະເປົາອອຟລາຍ Cold Wallet ແມ່ນກະເປົາເງິນທີ່ບໍ່ໄດ້ເຊື່ອມຕໍອິນເຕເນັດເໝາະສຳຫຼັບການໃຊ້ພັກເງິນ ຫຼື ການລົງທືນໃນໄລຍະຍາວ ເຊິ່ງມີຄວາມສ່ຽງໜ້ອຍກວ່າກະເປົາເງິນອອນລາຍ.

ກະປົາເງິນແບບ Hardware ເປັນວິທີການເກັບເງິນດິຈິຕອລທີ່ປອດໄພທີ່ສຸດທີ່ມາໃນຮູບແບບ USB ໃຊ້ງານໃນຄອບພວເຕີ້ ອຸປະກອນດັ່ງກ່າວຖືກອອກແບບມາເພື່ອລັອກການລົງ Software ທຸກຊະນິດ malware ຈຶ່ງບໍ່ສາມາກໂຈຕີໄດ້.

        ສ່ວນກະເປົາເງິນແບບອອນໄລນັ້ນ ມີຄວາມສ່ຽງທີ່ຈະຖືກແຮັກໄດ້ ສະນັ້ນເຮົາຈຶ່ງບໍ່ຄວນເກັບເງິນທັງມົດໄວ້ໃນກະເປົາອອນໄລ ແລະ ຄວນເປີດໃຊ້ງານການຍືນຍັນຕົວຕົນແບບ 2 ຂັ້ນຕອນ ຫຼືວ່າ Two Factor Authentication (2FA).

  1. Backup ກະເປົາເງິນ

ກໍລະນີທີ່ອຸປະກອນເສຍຫາຍ ຫຼື ອາດຖືກໂຈລະກຳ ສາມາດ Restore ຂໍ້ມູນກະເປົາເງີນຈາກ Backup ໄດ້ ເຊິ່ງສິ່ງທີ່ຕ້ອງການເຮັດໃນການ Backup ກະເປົາເງິນມີດັ່ງນີ້:

  • Backup ທຸກຕົວອັກສອນ ຢ່າເກັບໄວ້ພຽງບາງສ່ວນ ເພາະເຮົາອາດຈະບໍ່ສາມາດກູ້ຄືນໄດ້
  • ຄວນ Backup ເກັບໄວ້ຫຼາຍບ່ອນ ແລະ ຫຼາຍອຸປະກອນທີ່ໃຊ້ຈັດເກັບ
  • ໝັນ Backup ເລື້ອຍໆ.
  • ອັບເດດ Software ກະເປົາເງິນ ແລະ ອຸປະກອນໃຫ້ເປັນປັດຈຸບັນຢູ່ສະເໝີ

ຜູ້ໃຫ້ບໍລິການກະເປົາເງິນຕ່າງໆຈະມີການປ່ອຍການອັບເດດດ້ານຄວາມປອດໄພຢູ່ສະເໝີເມື່ອພົບຊ່ອງຫວ່າງທີ່ຈະເປັນອັນຕະລາຍ ລວມທັງເພີ່ມຄວາມສາມາດບາງຢ່າງໃໝ່ເພື່ອຄວາມປອດໄພທີ່ສູງຂຶ້ນ  ສະນັ້ນເຮົາຄວນອັບເດດກະເປົາເງິນ ແລະ ອຸປະກອນທັນທີເມື່ອມີໂອກາດ

  • ຫຼີກລ້ຽງການໃຊ້ລະຫັດທີ່ຊໍ້າກັນ

ສຳຄັນທີ່ສຸດແມ່ນເຮົາຕ້ອງໃຊ້ການຍືນຍັນຕົວຕົນ 2 ຊັ້ນ ແລະ ໝັນປ່ຽນລະຫັດຢູ່ສະເໝີ ແຕ່ພະຍາຍາມບໍ່ບັນທຶກລະຫັດຂອງເຮົາໄວ້ໃນອຸປະກອນ ເອເລັກໂຕນິກ ເພື່ອປ້ອງກັນການຮົ່ວໄຫຼຂອງຂໍ້ມູນ ເລືອກສ້າງລະຫັດທີ່ຄາດເດົາໄດ້ຫຍາກ ແລະ ບໍ່ມີຄວາມກ່ຽວຂ້ອງກັບຂໍ້ມູນພື້ນຖານຂອງເຮົາເຊັ່ນ ວັນ ເດືອນ ປີເກີດ.

  1. ເລືອກເຊື່ອມຕໍ່ Wifi ແລະ ອິນເຕີເນັດ ທີ່ປອດໄພ

ພະຍາຍາມນຳໃຊ້ອິນເຕີເນັດທີ່ເຊື່ອຖືໄດ້ ຫຼື ຫຼີກລ້ຽງການເຊື່ອມຕໍ່ Wifi ສາທາລະນະ ແລະ ເຖິງແມ່ນວ່າຈະໃຊ້ເນັດບ້ານ ແຕ່ແນະນຳໃຫ້ໃຊ້ VPN ເພື່ອເພີ່ມຄວາມປອດໄພ ເພາະ VPN ຈະປ່ຽນ IP address ແລະ ​​Location ເພື່ອໃຫ້ Browsing Activity ຂອງເຮົາເພື່ອເພີ່ມຄວາມປອດໄພໃຫ້ຫຼາຍຍິ່ງຂຶ້ນ ແລະ ພະຍາຍາມນຳໃຊ້ບໍລິການ 4G ຂອງເຄືອຄ່າຍໂທລະສັບຂອງຕົນເອງ.

  • ລະວັງເລື່ອງ Phishing ຜ່ານ ອີເມວ ຫຼື ເວັບໄຊ

ກ່ອນເປີດ ອີເມວ ທີ່ອ້າງວ່າມາຈາກຜູ້ໃຫ້ບໍລິການກະເປົາເງິນອອນໄລ ຄວນສັງເກດທີ່ຢູ່ ຫຼື URL ວ່າງຖືກຕ້ອງ ຫຼືບໍ່.

ສຸດທ້າຍແລ້ວ ເພື່ອຄວາມປອດໄພໃນການໃຊ້ງານ ຄວນຮູ້ຈຸດປະສົງວ່າເຮົາຕ້ອງການໃຊ້ເງິນ ດິຈິຈອລໃນດ້ານໃດ ຫາກຕ້ອງການລົງທຶນໄລຍະຍາວ ຫຼື ເກັງກຳໄລ ກໍຄວນໃຊ້ກະເປົາເງິນອອຟລາຍ ຫຼື ຕ້ອງການຊື້ຂາຍສິນຄ້າກໍຄວນໃຊ້ກະເປົາເງິນອອນລາຍ ແລະ ຄວນສຶກສາຫາຂໍ້ມູນໃນການໃຊ້ງານເພື່ອ ເຮັດໃຫ້ທັງເງິນໃນກະເປົາເຮົາແທ້ໆ ແລະ ເງິນໃນກະເປົາດິຈິຕອລ ຂອງເຮົາບໍ່ຕ້ອງເຫືອດແຫ້ງໄປແບບບໍ່ຈຳເປັນ.

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.