ໃນປັດຈຸບັນ ອະນາຈັກສະກຸນເງີນດິຈິຕອລໄດ້ກາຍເປັນທີ່ນິຍົມສຳລັບນັກລົງທຶນຫຼາຍເນື່ອງຈາກມັນສະດວກສະບາຍໃນການເຮັດເເລກປ່ຽນໄດ້ໂດຍບໍ່ມີຄົນກາງ ເເລະ ຍັງສາມາດເຮັດທຸລະກຳໄດ້ທຸກເວລາ, ເຊິ່ງຕະຫຼາດໃນຕອນໄດ້ມີການຜັນຜວນຢູ່ຕະຫຼອດ ຈຶ່ງເຮັດໃຫ້ນັກວິຊາການກ່ຽວກັບ Crypto ຕັ້ງຄຳຖາມຂຶຶ້ນວ່າ Cryptocurrencies ຄວນຈະໄດ້ຮັບການພິຈະລະນາເປັນສະຖາບັນປະເພດສິນຊັບໃໝ່ຫຼືບໍ່?

ກ່ອນຈະເວົ້າ Asset class ໃນໂລກ Crypto, ກ່ອນອື່ນໝົດເຮົາມາທຳຄວາມເຂົ້າຮູ້ຈັກກ່ຽວກັບ ປະເພດສິນຊັບ ຫຼື Asset Class ກັນກ່ອນ.

Asset Class ເເມ່ນຫຍັງ?

Asset class ເເມ່ນການຈັດກຸ່ມປະເພດຊິນສັບ, ຫຼືຊັ້ນ, ຂອງປະເພດການລົງທຶນທີ່ຄ້າຍຄືກັນ, ໂດຍພິຈາລະນາຈາກສີ່ງທີ່ພວກເຂົາລົງທຶນ ຫຼື ວິທີການທີ່ພວກເຂົ້າໄດ້ຮັບຜົນຕອບແທນ.

  • ໂດຍ Asset class ຈະເເບ່ງອອກເປັນ 5 ປະເພດຄື :
  • ເງິນສົດ (Cash) ແມ່ນເງິນທີ່ຢູ່ໃນຮູບເເບບຂອງທຸກສະກຸນເງິນທັງໝົດ ບໍ່ວ່າຈະເປັນຫຼຽນ, ເງິນຕາ, ເງິນຝາກຂອງທະນາຄານປະເພດຕ່າງໆ ເຊິ່ງໃນນີ້ຈະລວມເຖິງການທຽບເທົ່າເງິນສົດ (Cash equivalents)
  • ພັນທະບັດ (Fixed Income) ເເມ່ນ ພັນທະບັດທີ່ພວກເຮົາຮູ້ຈັກກໍມີ ພັນທະບັດລັດຖະບານ, ໃບເກັບເງິນຄັງ, ພັນທະບັດເອກະຊົນ, ແລະອື່ນໆ, ເຊິ່ງຈະມີໄລຍະເວລາການໄຖ່ຖອນ ອັດ​ຕາ​ດອກ​ເບ້ຍ ແລະ ລັກສະນະພິເສດທີ່ແຕກຕ່າງກັນ
  • ອະສັງຫາລິມາຊັບ (Real Estate) ເເມ່ນປະເພດທີ່ດິນແລະຊັບສິນ, ລວມທັງສີ່ງທີ່ສ້າງຂຶ້ນໂດຍບຸກຄົນນັ້ນເຊັ່ນ: ເຮືອນ, ອາຄານ, ຫ້ອງແຖວ, ຄອນໂດມິນຽມ, ແລະອື່ນໆ, ມັນຍັງລວມເຖິງການເປັນເຈົ້າຂອງທີ່ດິນ
  • ຫຸ້ນ (Stocks) ຫຼື ຄວາມທ່ຽງທຳ (Equity) ເເມ່ນການເປັນເຈົ້າຂອງຂອງບໍລິສັດທີ່ຊຶ້ຂາຍໃນຕະຫຼາດຫລັກຊັບ ມີການຊື້ຂາຍໃນຕະລາດຫຼັກຊັບ ໂດຍບໍລິສັດເຮັດກຳໄລຈາກຫຸ້ນ ບໍ່ວ່າຈະເປັນການເພີ່ມຂຶ້ນຂອງຫຸ້ນຫຼືເງິນປັນ
  •  ສິນຄ້າ (Commodities) ຄື ປະເພດ: ທອງຄໍາ ,ຖ່ານຫິນ, ນ້ຳມັນເຊື້ອໄຟ ….

ເມື່ອຮູ້ກ່ຽວກັບ Asset class ເເລ້ວ ເຮົາມາເວົ້າເຖິງ Asset class ໃນໂລກ Crypto (Digital Asset) ກັນເລີຍ

Digital Asset ເເມ່ນປະເພດຂອງຊັບສິນດິຈິຕອນ ເຊິ່ງແມ່ນຫົວໜ່ວຍເອເລັກໂຕຣນິກທີ່ສະແດງຄ່າດຽວກັນກັບຊັບສິນປົກກະຕິທົ່ວໄປ ພຽງ​ແຕ່​ບໍ່​ສາ​ມາດ​ສໍາ​ພັດ​ໄດ້​, ເຊິ່ງເຮົາ​ສາ​ມາດ​ຊື້​ຂາຍ​ແລະ​ແລກ​ປ່ຽນ​ ໂດຍ​ບໍ່​ຈໍາ​ເປັນ​ຕ້ອງ​ຜ່ານ​ຕົວ​ກາງ​, ແບ່ງ​ອອກ​ເປັນ 2 ປະ​ເພດ​ຄື:

  1. Cryptocurrency ຫຼືສະກຸນເງິນດິຈິຕອລ

ແມ່ນຫົວໜ່ວຍເອເລັກໂຕຣນິກທີ່ສ້າງຂຶ້ນເພື່ອເປັນ “ສື່ກາງຂອງການແລກປ່ຽນສິນຄ້າເເລະການບໍລິການ ຫຼື ສິດອື່ນໆ” ເຊິ່ງມູນຄ່າຂອງ Crypto ແມ່ນຂຶ້ນກັບຄວາມພໍໃຈຂອງຜູ້ຊື້ ແລະ ຜູ້ຂາຍເປັນຫຼັກ. Bitcoin ຖືເປັນຫນຶ່ງໃນສະກຸນເງິນດິຈິຕອນທີ່ນິຍົມທີ່ສຸດແລະແລກປ່ຽນໄດ້ຫຼາຍທີ່ສຸດ.

2. Token (Token Digital)

ຫນ່ວຍບໍລິການເອເລັກໂຕຣນິກໄດ້ຖືກສ້າງຂື້ນເພື່ອກໍານົດ “ສິດທິໃນການເຂົ້າຮ່ວມລົງທືນໃນໂຄງການ” ຫຼື “ສິດທິໃນການເຂົ້າເຖິງສິນຄ້າ, ການບໍລິການຫຼືສິດທິອື່ນໆທີ່ໄດ້ກໍານົດໄວ້” ມັນສາມາດອອກສະເໜີຂາຍໄດ້ໂດຍຜ່ານຂະບວນການ initial coin offering (ICO) ຫຼື initial public offering (IPO) ໃຫ້ແກ່ນັກລົງທຶນໃນຕະຫຼາດຫຸ້ນ.

ໂດຍ Token ແບ່ງອອກເປັນ2ປະເພດໄດ້ເເກ່ :

  • Investment Token ຫຼື token ການລົງທຶນ ມັນຖືກສ້າງຂື້ນເພື່ອກໍານົດສິດທິການລົງທຶນຮ່ວມກັນ ເຊັ່ນ: ສິດການແບ່ງປັນລາຍໄດ້, ສິດໄດ້ຮັບກໍາໄລຈາກການລົງທຶນແລະອື່ນໆ.
  • Utility Token ຫຼື token ເພື່ອການນຳໃຊ້ ເຊິ່ງໄດ້ຖືກສ້າງຂື້ນເພື່ອກໍານົດສິດທິທີ່ຈະໄດ້ຮັບສິນຄ້າແລະບໍລິການສະເພາະເຈາະຈົງ ເຊັ່ນ: ປີ້ລົດໄຟ ,ຄູປອງໃນສູນອາຫານ ຫຼືຊິບໃນຄາສິໂນ, ແລະອື່ນໆ.

ທີ່ມາ : https://cutt.ly/1BNrWaU

https://cutt.ly/xBNrTBw

** ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.


Follow our channels for more updates:

Website: www.bitqik.com
bitqik Suport :  https://support.bitqik.com/
bitqik Insight: https://insight.bitqik.com/
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/
Youtube :ps:/www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
Facebook Academy: https://www.facebook.com/profile.php?id=100086347500753

bitqik #bitcoin #cryptocurrency#Laos

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.