ເເບບສຳຫຼວດທີ່ດຳເນີນການໂດຍ BlockFi ສະເເດງໃຫ້ເຫັນວ່າ ຜູ້ຍິງ Gen Z ຫຼື Gen Y ທີ່ເປັນມືໃໝ່ສຳລັບການລົງທຶນ, ພວກເຂົາຍິນດີທີ່ຈະນຳເງີນຂອງພວກເຂົາໄປລົງທຶນໃນ Crypto ກ່ອນສິ່ງອື່ນໃດ.

ວັນທີ 24 ເດືອນຕຸລາ, Blockfi ບໍລິສັດ cryptocurrency ຢູ່ໃນສະຫະລັດອາເມລິກາ ໄດ້ເປີດຕົວເເບບສໍາຫຼວດ crypto ສະບັບຫຼ້າສຸດຂອງຕົນທີ່ສຸມໃສ່ການປະເມີນຮູບແບບການລົງທຶນຂອງແມ່ຍິງ ຈາກຜົນວິໄຈພົບວ່າ ຜູ້ຍິງ 1 ໃນ 10 ຄົນເເມ່ນເລືອກ cryptocurrency ເປັນການລົງທຶນຄັ້ງທໍາອິດຂອງເຂົາເຈົ້າ.

ນອກຈາກຜົນລັບດັ່ງກ່າວ ຈາກການວິໄຈທີ່ຜ່ານມາຂອງເເບບສຳຫຼວດ Real Talk : ການສໍາຫຼວດ Women x Crypto 2.0 ທີ່ດໍາເນີນການໃນເດືອນມີນາ ປີ2022 ພົບວ່າ 33% ຂອງແມ່ຍິງທີ່ເຄີຍລົງທຶນໄດ້ເລີ່ມຫັນມາລົງທຶນໃນ crypto ແລ້ວ.

ໃນບັນດາຜູ້ຕອບເເບບສອບຖາມຫຼາຍກວ່າ 17% ແມ່ນ Millennials, ໃນຂະນະທີ່ 11% ແມ່ນ Gen Z ຫຼືຕ່ໍາກວ່າ Gen Y. ຊື່ງການສໍາຫຼວດມີຈຸດປະສົງເພື່ອໃຫ້ຂໍ້ມູນ, ສ້າງການສົນທະນາທີ່ຊື່ສັດແລະເວົ້າຄວາມຈິງ ກ່ຽວກັບໂລກຂອງ cryptocurrencies. ສະຖານະປັດຈຸບັນ ແລະທິດທາງຂອງການຍອມຮັບໂດຍລວມ

10% ຂອງແມ່ຍິງເປັນເຈົ້າຂອງ Crypto

ຈາກການສຳຫຼວດພົບວ່າ 10% ຂອງຜູ້ຍິງທີ່ລົງທຶນໃນ cryptocurrencies ເມື່ອປຽບທຽບນຳຄົນສ່ວນໃຫຍ່ກວ່າ 33% ຄາດວ່າຈະລົງທຶນໃນກອງທຶນບໍານານໃນເວລາທໍາອິດທີ່ເຂົ້າສູ່ຕະຫຼາດ.

Flori Marquez ຜູ້ກໍ່ຕັ້ງແລະຫົວຫນ້າຝ່າຍປະຕິບັດການຂອງ BlockFi, ກ່າວວ່າຂໍ້ມູນສະແດງໃຫ້ເຫັນວ່າ crypto ເປັນທີ່ຫນ້າສົນໃຈສຳລັບນັກລົງທຶນຍິງ ຈົນຖິງຂະໜາດທີ່ແມ່ຍິງທີ່ມີອາຍຸຫຼາຍໄດ້ປ່ຽນຈຸດຢືນຂອງພວກເຂົາໃນການລົງທຶນໃນຊັບສິນທີ່ມີຄວາມສ່ຽງສູງ ເເລະ ມີການຜັນຜວນຢູ່ຕະຫຼອດເວລາ.

“ຂໍ້ມູນການສໍາຫຼວດ  Women x Crypto ສະບັບຫຼ້າສຸດຂອງ BlockFi ເປີດເຜີຍວ່າແມ່ຍິງຫຼາຍຄົນກໍາລັງຊອກຫາຕະຫຼາດ crypto ເພື່ອເຮັດການລົງທຶນຄັ້ງທໍາອິດຂອງພວກເຂົາ ແລະໃນຂະນະທີ່ຄົນຮຸ່ນໃໝ່ທີ່ໃຊ້ຊີວິດແບບດິຈິຕັລມີແນວໂນ້ມທີ່ຈະໃຊ້ crypto ຫຼາຍຂຶ້ນ, Gen X ແລະ Baby Boomers ກໍມີແນວໂນ້ມທີ່ຈະເຂົ້າຮ່ວມຕະຫຼາດເຊັ່ນກັນ. ມັນເປັນເລື່ອງທີ່ຫນ້າຕື່ນເຕັ້ນທີ່ຈະເຫັນ crypto ໄດ້ຮັບການຍອມຮັບໃນຫຼາຍຊົ່ວອະຍຸຄົນ”

ລາວຍັງໄດ້ກ່າວຕື່ມວ່າ ຫວັງວ່າຕົວເລກນີ້ຈະເພີ່ມຂຶ້ນຕາມເວລາ.

20% ຂອງ Gen Z ເຊື່ອວ່າ Bitcoin ແມ່ນທາງເລືອກໃນໄລຍະຍາວທີ່ດີທີ່ສຸດ.

ເຖິງແມ່ນວ່າຫຼາຍກວ່າ 41% ຂອງແມ່ຍິງ Gen Z ມັກລົງທຶນໃນອະສັງຫາລິມະສັບ, ເເຕ່ 20% ເວົ້າວ່າການລົງທຶນໄລຍະຍາວທີ່ດີທີ່ສຸດແມ່ນ Bitcoin, ຊີ້ໃຫ້ເຫັນເຖິງ “ແນວໂນ້ມຂອງຊັບສິນໃນໄລຍະຍາວທີ່ຫມັ້ນຄົງ”

ນອກຈາກນັ້ນ, 69% ຂອງແມ່ຍິງທີ່ຖືກສໍາຫຼວດກ່າວວ່າພວກເຂົາຈະຊື້ cryptocurrencies ສໍາລັບການຖືຄອງໄລຍະຍາວ

ໃນຂະນະທີ່ຜົນການສໍາຫຼວດສະແດງໃຫ້ເຫັນວ່າແມ່ຍິງມີຄວາມສົນໃຈໃນການລົງທຶນ ແລະຍອມຮັບ cryptocurrencies ຫຼາຍຂຶ້ນ, Marquez ເນັ້ນຫນັກວ່າຍັງມີ “ຄວາມແຕກຕ່າງກັນຢ່າງຫຼວງຫຼາຍລະຫວ່າງແມ່ຍິງທີ່ມີຄວາມຮູ້ສຶກໝັ້ນໃຈແລະໝັ້ນຄົງໃນການລົງທຶນກັບຜູ້ທີ່ບໍ່ມັກ,” ສະນັ້ນຈຳເປັນຈະຕ້ອງໄດ້ເຮັດວຽກເພື່ອປິດຊ່ອງຫວ່າງນັ້ນໂດຍການສ້າງຊຸມຊົນທີ່ມີສ່ວນຮ່ວມແລະໃຫ້ຄວາມຮູ້ຫລາຍຂຶ້ນ ເຊີ່ງມັນຈະຊຸກຍູ້ໃຫ້ແມ່ຍິງເຂົ້າສູ່ລະບົບນິເວດຫຼາຍຂຶ້ນ.

ສໍາລັບ cryptocurrencies ທີ່ແມ່ຍິງມັກສ່ວນໃຫຍ່ເວົ້າວ່າ : ລາຍການທີ່ເຂົາມັກແມ່ນ Bitcoin (71%), Dogecoin (42%) ແລະ Ethereum (18%).

ທີ່ມາ : https://cutt.ly/ZNifSFx

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.