ປັດຈຸບັນໃນໂລກ Crypto ມີຫຼຽນເປັນຈຳນວນຫຼາຍເເຕກຕ່າງກັນເເລ້ວເເລະຍັງຖືກສ້າງຂຶ້ນໃໝ່ໃນເເຕ່ລະມື້, ເຊິ່ງຫຼຽນມີຊື່ສຽງທີ່ຜູ້ຄົນສ່ວນຫຼາຍຮູ້ຈັກກໍມີ Bitcoin, Ethereum ຫຼື Solana ແລະທີ່ເກີດຂື້ນມາໃໝ່ເຊັ່ນ LOOF, Bitmon ຫຼື Jetset, ນອກຈາກນີ້ຍັງກຸ່ມຫຼຽນທີ່ໜ້າສົນໃຈເເລະເປັນກະເເສດຶງດູດຄວາມສົນໃຈຢູ່ສະເໝີນັ້ນກໍຄື Meme Coins ຫຼື “ຫຼຽນມີມ” ນັ້ນເອງ. ມື້ນີ້ເຮົາມາທໍາຄວາມຮູ້ຈັກກ່ຽວກັບຫຼຽນກວນໆນີ້ວ່າເເມ່ນຫຍັງ? ເປັນຫຍັງມັນຈື່ງໄດ້ຮັບຄວາມນິຍົມ?

  • ຫຼຽນ Meme ແມ່ນຫຍັງ?

Meme Coins ແມ່ນໂທເຄັນທີ່ມາຈາກເລື່ອງຕະຫຼົກ ຫຼືເລື່ອງໄວຣັສທາງອິນເຕີເນັດ. ພວກເຮົາອາດຈະໄດ້ເຫັນ Dogecoin ຫຼືຫຼຽນນ້ອງໝາ Shiba Inu, ເຊິ່ງ Dogecoin ເປັນຫຼຽນ meme ຕົວທໍາອິດທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.

  • ເປັນຫຍັງ Meme Coin ຈຶ່ງເປັນທີ່ນິຍົມ?
  1. ຜູ້ທີ່ມີອິດທິພົນແລະບຸກຄົນທີ່ມີຊື່ສຽງ

ເຫດຜົນຫຼັກທີ່ີເຮັດໃຫ້ຄົນສົນໃຈ Meme Coins ນັ້ນຄືອິດທິພົນຈາກຜູ້ທີ່ມີຊື່ສຽງເຊັ່ນ Elon Musk, ນັກທຸລະກິດທີ່ມີຊື່ສຽງແລະນັກລົງທຶນທີ່ມີຄວາມສົນໃຈໃນ Dogecoin, ລວມທັງ Mark Cuban, Kevin Jonas, ຫນຶ່ງໃນສະມາຊິກຂອງວົງດົນຕີ Jonas Brothers ແລະ Jake Paul YouTuber ຊື່ດັງ ທີ່ມັກເເລະຫຼົງໄຫຼໃນ coin memes ອີກດ້ວຍ

  • ກະເເສຈາກ Community

ກະເເສຕ່າງໆໃນ Social media ສົ່ງຜົນຕໍ່ Meme Coins ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນເລື່ອງຕະຫຼົກ ເລື່ອງສຽດສີເເລະກະເເສສັງຄົມທີ່ກຳລັງເປັນທີ່ຈຳຕາໃນເວລານັ້ນໆ

  • Meme Coins ຕ່າງຈາກຫຼຽນຄຣິບໂຕອື່ນເເນວໃດ?
ດັ່ງທີ່ພວກເຮົາທຸກຄົນຮູ້ກັນ, cryptocurrencies ໄດ້ຖືກສ້າງຂື້ນເພື່ອແກ້ໄຂບັນຫາຂອງສະກຸນເງິນແບບດັ້ງເດີມ ຫຼື ສະກຸນເງີນ fiat ທັງ Bitcoin,

Ethereum ແລະ Solana ກໍສາມາດນຳມາຊື້​ແລະ​ຂາຍ​ສິນຄ້າ / ການ​ບໍ​ລິ​ການ​ອື່ນໆ ມັນໄດ້ຖືກຍອມຮັບໂດຍນັກທຸລະກິດແລະນັກລົງທຶນທົ່ວໂລກ, ແຕ່ Meme Coins ແມ່ນຖືກສ້າງຂຶ້ນເພື່ອຄວາມບັນເທີງແລະການຄ້າ. ໂດຍລາຄາຂອງມັນຂຶ້ນກັບຄວາມສົນໃຈຜູ້ຄົນໃນຫຼຽນຫຼືກະເເສໃນປະຈຸບັນຂອງມັນ.

ຫຼາຍຄົນເລືອກທີ່ຈະຊື້ Meme Coins ສໍາລັບການເກັບສະສົມຫຼືເພື່ອຕາມກະເເສເທົ່ານັ້ນ. ແລະມັນເປັນໄປໄດ້ວ່າລາຄາຂອງ Meme Coins ບາງອັນຈະຫຼຸດລົງຢ່າງຫຼວງຫຼາຍໃນອະນາຄົດເນື່ອງຈາກກະເເສທີ່ເບົາບາງລົງແລະຄວາມສົນໃຈຂອງຜູ້ຄົນຫຼຸດລົງນັ້ນເອງ.

  • ຄວາມສ່ຽງຂອງການຖືຫຼຽນ Meme

ເນື່ອງຈາກວ່າຫຼຽນ Meme ສ່ວນຫຼາຍແມ່ນຖືກສ້າງຂຶ້ນໂດຍ Social media. ດັ່ງນັ້ນລາຄາຂອງມັນສາມາດເພີ່ມຂຶ້ນແລະຫຼຸດລົງໂດຍບໍ່ຄາດຄິດໃນສອງສາມມື້ຍ້ອນວ່າຜູ້ຄົນໃຫ້ຄວາມສົນໃຈໜ້ອຍລົງກັບແນວໂນ້ມຂອງມັນ. ດັ່ງນັ້ນ, ນັກລົງທຶນຄວນຈົດຈຳສິ່ງນີ້ຢູ່ໃນໃຈສະເໝີ.

ຫຼາຍຄັ້ງລາຄາຂອງ Meme Coins ແມ່ນອີງໃສ່ຄົນດັງແລະແນວໂນ້ມທາງສັງຄົມທີ່ພວກເຮົາບໍ່ສາມາດຮູ້ລ່ວງຫນ້າ. ດັ່ງນັ້ນ, ພວກເຮົາຄວນບໍລິຫານຄວາມສ່ຽງຂອງພວກເຮົາແລະເລືອກການລົງທຶນທີ່ເໝາະສົມ.

ທີ່ມາ : https://cutt.ly/BNb79bJ

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.