• ຄວາມເເຕກຕ່າງລະຫວ່າງ BNB ເເລະ ETH
  • ປະຫວັດ

Ethereum ແລະ BNB Smart Chain ມີຄວາມແຕກຕ່າງກັນຫຼາຍຢ່າງ Ethereum ໄດ້ເລິ່ມໃຊ້ງານໃນປີ 2015, ໃນຂະນະທີ່ BNB Smart Chain ໄດ້ເລີ່ມໃຊ້ງານໃນປີ 2022.

ເນື່ອງຈາກ Ethereum ມີການນຳໃຊ້ກ່ອນເປັນເວລາດົນ ຈຶ່ງເປັນsolution ທີ່ຜ່ານການທົດສອບຕາມການເວລາ, ເຊິ່ງອາດຈະເຮັດໃຫ້ຜູ້ສ້າງມີຄວາມໝັ້ນໃຈໃນ Ethereum blockchain. ໃນທາງກົງກັນຂ້າມ,  Ethereum ໄດ້ຖືກສ້າງຂື້ນໂດຍໃຊ້ເທັກໂນໂລຢີເກົ່າ ແລະ ໄດ້ເລີ່ມປ່ຽນ framework ໂດຍການປ່ຽນໄປໃຊ້ consensus layer.

  • Centralization

ຄວາມແຕກຕ່າງອີກຢ່າງໜຶ່ງກໍຄື: Ethereum blockchain ມີຜູ້ເຂົ້າຮ່ວມໃນເຄື່ອຂ່າຍຫຼາຍກ່ວາ BNB Smart Chaim. ແນວໃດກໍ່ຕາມ, BSC ເເມ່ນ community-driven, ເປັນ decentralized blockchain ທີ່ຂັບເຄື່ອນໂດຍ BNB token. ພາຍໃຕ້ກົນໄກ Proof-of-stake Authority (PoSA), BSC ມີຜູ້ກວດສອບເຄືອຂ່າຍ 21  ຕົວທີ່ດໍາເນີນການ blockchain ຂອງຕົນ.

ບັນຊີລາຍຊື່ຂອງຜູ້ເຂົ້າຮ່ວມ 21 ຄົນແມ່ນປະກອບດ້ວຍຜູ້ມີສ່ວນຮ່ວມລາຍໃຫຍ່ທີ່ສຸດຂອງສິນຊັບ BNB ຂອງ Binance. ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ຮັບ​ການຄັດ​ເລືອກ​​ໃໝ່ທຸກມື້,​ ​ໂດຍ​ການຈັດ​ວາງ​ການຄຸ້ມຄອງດູເເລເພື່ອໃຫ້​ຄົງ​ຢູ່​ຊຸດການກວດສອບຄວາມ​ຖືກ​ຕ້ອງ.

ເຈົ້າສາມາດເປັນຜູ້ກວດສອບ BNB Smart Chain ໄດ້ແນວໃດ? ຜູ້ກວດສອບຕ້ອງສ້າງ hardware node ທີ່ມີຂໍ້ມູນສະເພາະທີ່ຈໍາເປັນ, ດໍາເນີນການ node BSC ເຕັມຮູບແບບ ແລະ stake ຢ່າງຫນ້ອຍ 10,000 BNB. ເເຕ່ນັ້ນບໍ່ແມ່ນທັງໝົດ, ສິ່ງເຫຼົ່ານີ້ແມ່ນພຽງແຕ່ເງື່ອນໄຂເບື້ອງຕົ້ນສໍາລັບການເປັນຜູ້ສະໝັກເລືອກຕັ້ງ (ມີອຳນາດໃນການລົງຄະແນນສຽງສູງສຸດ).

ອີກທາງເລືອກໜຶ່ງ Ethereum blockchain ມີຜູ້ຂຸດນັບບໍ່ຖ້ວນທີ່ເຮັດວຽກ proof-of-work (PoW) blockchain. ເມື່ອເຄືອຂ່າຍຫັນປ່ຽນໄປສູ່ໃຊ້ proof-of-stake (PoS), stakers ທີ່ຖືຈໍານວນ ETH ຂັ້ນຕໍ່າສຸດຈະດໍາເນີນການໃນ blockchain.

ຄວາມແຕກຕ່າງທີ່ສຳຄັນແມ່ນຂໍ້ກຳນົດຂອງສິນຊັບສຳລັບການກາຍເປັນຜູ້ກວດສອບ. ການກາຍມາເປັນຕົວກວດສອບຂອງ Ethereum ຫຼື Eth2 (Ethereum’s PoS blockchain ເຊິ່ງປະຈຸບັນຢູ່ໃນການປ່ຽນແປງຈາກ Ethereum’s PoW blockchain) ຕ້ອງມີ Stake 32 ETH, ທ່າມກາງຂໍ້ກໍານົດທາງເທັກນິກອື່ນໆ. ຜູ້ຖື ETH ຍັງສາມາດລວມ ETH ຂອງເຂົາເຈົ້າກັບຜູ້ອື່ນເພື່ອຕອບສະໜອງຄວາມຕ້ອງການຂັ້ນຕໍ່າ, ໂດຍລວມກັນກາຍເປັນຜູ້ກວດສອບໄດ້.

  • ຄວາມໄວ ແລະ ຄ່າໃຊ້ຈ່າຍໃນການທຸລະກໍາ

ໂດຍທົ່ວໄປ, BSC ໄດ້ສ້າງຊື່ສຽງໃຫ້ຕົວມັນເອງໃນຖານະທາງເລືອກທີ່ ລາຄາຖືກກວ່າ ໃນເງື່ອນໄຂຂອງຄ່າທໍານຽມການເຮັດທຸລະກໍາໃນ on-chain. Block times ສໍາລັບ Ethereum ຕັ້ງແຕ່ປະມານ 2 ຫາ 14 ວິນາທີຕໍ່ Block, ໃນຂະນະທີ່ BSC ໂພສເວລາ Block 3 ວິນາທີ, ການພັດທະນາຂະໜາດຂອງ Ethereum (Eth2) ຊ່ວຍປ່ຽນແປງສິ່ງຕ່າງໆສໍາລັບ Ethereum ໄດ້.

ຢ່າງໃດກໍ່ຕາມ, ຄ່າໃຊ້ຈ່າຍໃນການເຮັດທຸລະກໍາ ແລະ ຄວາມໄວແມ່ນມາພ້ອມກັບເເລກປ່ຽນ. BSC ມີຈໍານວນຜູ້ເຂົ້າຮ່ວມໃຊ້ງານທີ່ຂ້ອນຂ້າງໜ້ອຍ ເເຕ່ມີການເຮັດທຸລະກໍາທີ່ໄວ ແລະ ລາຄາຖືກກວ່າ.

  • Token standards

ມາດຕະຖານ ERC (Ethereum Request for Comments) ແມ່ນໃຊ້ໂດຍ Ethereum, ໃນຂະນະທີ່ BEP ຖືກນໍາໃຊ້ໂດຍ BNB Smart Chain (ເຊິ່ງຫຍໍ້ມາຈາກ Binance Evolution Proposal).

ໃນທາງກົງກັນຂ້າມ, BEP-20 tokens ມີສະຖາປັດຕະຍະກໍາທີ່ຄ້າຍຄືກັບ Ethereum’s ERC-20 token.

BEP-20 ແມ່ນສາມາດເຮັດວຽກຮ່ວມກັບ ERC-20 ໃນ Ethereum ໄດ້ຢ່າງສົມບູນ, ເຮັດໃຫ້ນັກພັດທະນາ BSC ມີຄວາມຢືດຢຸ່ນໃນລະດັບດຽວກັນ. ນອກຈາກນັ້ນ, BEP-20 ຍັງເຂົ້າກັນໄດ້ກັບມາດຕະຖານ BNB Beacon Chain BEP-2, ຊ່ວຍໃຫ້ພວກມັນສາມາດແລກປ່ຽນໄດ້ຢ່າງເທົ່າທຽມກັນ.

ທີ່ມາ :  https://cutt.ly/J2BzVMF

https://cutt.ly/C2BzNX5
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.