ອີງຕາມຂໍ້ມູນຂອງ CryptoQuant ບໍລິສັດວິເຄາະ cryptocurrency ເຫັນວ່າ hashrate ຂອງ Bitcoin ໄດ້ເພີ່ມຂຶ້ນສູງເປັນສະຖິຕິໃໝ່ໂດຍວັດຈາກຄ່າສະເລ່ຍເຄື່ອນທີ່ເເບບ Exponential Moving Average (EMA) 30ວັນ.

ນີ້ຫມາຍຄວາມວ່າເຄືອຂ່າຍມີຄວາມປອດໄພທີ່ສຸດ ເຖິງແມ່ນວ່າລາຄາຂອງ cryptocurrencies ແຖວໜ້າຈະສືບຕໍ່ຫຼຸດລົງຕໍ່ເນຶ່ອງໃນປີ 2022.

ການເພີ່ມຂຶ້ນຂອງ hashrate ເຮັດໃຫ້ມັນຍາກຫຼາຍສໍາລັບຜູ້ບໍ່ຫວັງດີຈະ ໂຈມຕີ 51% ເພື່ອທີ່ຈະລະເມີດເຕັກໂນໂລຢີແລະການປັບໂຄງສ້າງຂອງ blockchain.

ຄ່າໃຊ້ຈ່າຍທີ່ຈະໂຈມຕີ 51% ໃນເວລາພຽງໜຶ່ງຊົ່ວໂມງ ໃນປັດຈຸບັນແມ່ນ 772,364 ໂດລາ, ອີງຕາມຂໍ້ມູນຂອງ crypto51.app.

ການໂຈມຕີ 51% ຫມາຍເຖິງການທີ່ກຸ່ມນັກຂຸດຫຼຽນກຸ່ມໃດກຸ່ມໜຶ່ງທີ່ຄວບຄຸມ Hash Power ໃນການຂຸດຂອງ blockchain ເທົ່າກັບຫຼືຫຼາຍກວ່າ 51% ແລະໃຊ້ອໍານາດນັ້ນໃນທາງທີ່ບໍ່ດີ, ເຊີ່ງການທີ່ມີ  Hash Power ຫຼາຍນັ້ນໝາຍຄວາມວ່າ ຜູ້ຂຸດນັ້ນຈະມີກໍາລັງໃນການຂຸດໄວ ເເລະ ໄດ້ຮັບຫຼາຍກວ່າຄົນອື່ນໆໃນເຄືອຂ່າຍ.

ຄວາມຫຍຸ້ງຍາກໃນຂຸດ Bitcoin ໄດ້ມາເຖິງຈຸດສູງສຸດໃໝ່, ມັນໄດ້ສ້າງເເຮງ ກົດດັນເພີ່ມເຕີມໃຫ້ກັບຜູ້ຂຸດທີ່ມີກຳລັງດິ້ນລົນຕໍ່ຜົນກໍາໄລທີ່ນ້ອຍຫຼຸດລົງ. ຕົວຊີ້ວັດນີ້ຈະຖືກປັບປຸງປະມານທຸກໆສອງອາທິດ ເພື່ອໃຫ້ໝັ້ນໃຈວ່າມີຫຼຽນທີ່ຜະລິດຂື້ນໃໝ່ຢ່າງຕໍ່ເນື່ອງ.

ບໍລິສັດຂຸດ Bitcoin ຂະຫນາດໃຫຍ່ທີ່ນໍາໃຊ້ເຄື່ອງຂຸດຕາມຂະຫນາດໄດ້ເຮັດໃຫ້ການຂຸດມີຄວາມຫຍຸ້ງຍາກເພີ່ມຂຶ້ນ ແລະ ການຫວນກັບຄືນມາຂອງຜູ້ຫຼີ້ນລາຍໃຫຍ່ໃນອຸດສາຫະກໍາທີ່ສໍາຄັນຈາກ Texas ທີ່ກັບມາດຳເນີນການໃນເດືອນກັນຍາ ເພາະວ່າພວກເຂົາບໍ່ຕ້ອງຮັບມືກັບຄື້ນຄວາມຮ້ອນໃນລະດູຮ້ອນອີກຕໍ່ໄປ, ເຊີ່ງເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ການຂຸດມີຄວາມຫຍຸ້ງຍາກເພີ່ມຂຶ້ນ.

ຕົ້ນທຶນດ້ານພະລັງງານທີ່ສູງຂຶ້ນມີແນວໂນ້ມທີ່ສົ່ງຜົນຕໍ່ອັດຕາກໍາໄລຂອງບໍລິສັດຂຸດເໝືອງທີ່ຕ້ອງຕໍ່ສູ້ດິ້ນລົນ ແລະ ຜູ້ຂຸດລາຍຍ່ອຍບາງລາຍຖືກບັງຄັບໃຫ້ຖິ້ມການຂຸດຂອງຕົນໃນໄຕມາດທີ 4 ຫາກພວກເຂົາບໍ່ສາມາດຮັກສາທືນໄວ້ໄດ້

ລາຄາ Bitcoin ມີແນວໂນ້ມທີ່ຈະຫຼຸດລົງຕື່ມອີກຍ້ອນວ່າອັດຕາດອກເບ້ຍເພີ່ມຂຶ້ນເຮັດໃຫ້ຊັບສິນທີ່ມີຄວາມສ່ຽງກາຍເປັນທີ່ສົນໃຈຫນ້ອຍລົງ.

ທີ່ມາ : https://cutt.ly/aNtTV3u

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.