ອຸດສາຫະກໍາ crypto ໄດ້ຟື້ນຕົວເລັກນ້ອຍໃນໄຕມາດທີ 3 ຫຼັງຈາກການຫຼຸດລົງຫຼາຍທ່າມກາງ​ສະພາບ​ການ​ຜັນຜວນໃນ​ຊ່ວງເຄິ່ງທຳອິດຂອງປີ 2022.

ອີງຕາມບົດລາຍງານປະຈໍາໄຕມາດຫຼ້າສຸດເຜີຍເເຜ່ໂດຍ CoinGecko ໄດ້ລະບຸວ່າ ມູນຄ່າຕະຫຼາດ crypto ໂດຍລວມເພີ່ມຂຶ້ນ 6.5 % ຫຼືປະມານ  100 ຕື້ ໂດລາ ໃນໄຕມາດທີ 3 ເມື່ອທຽບກັບ ໃນໄຕມາດທີ 2.

Bitcoin ມີປະສິດທິພາບເໜືອກວ່າຊັບສິນອື່ນໆ

ເຖິງວ່າຈະມີການຜັນຜວນສູງໃນໄຕມາດທີ 3, ເເຕ່ BTC ກັບມີປະສິດທິພາບເໜືອກວ່າຊັບສິນທັງຫມົດ. ຍົກເວັ້ນດັດຊະນີເງິນໂດລາສະຫະລັດ ເຊີ່ງວັດຈາກອັດຕາແລກປ່ຽນຂອງຕະຫຼາດເງິນສະກຸນເງີນຕ່າງປະເທດເມື່ອທຽບກັບເງິນໂດລາ.

ໃນຂະນະທີ່ລາຄາຂອງ Bitcoin ຫຼຸດລົງຕາມຕະຫຼາດຫຼັກຊັບສະຫະລັດ. ຊັບສິນດິຈິຕັລກໍາລັງຟື້ນຕົວຢ່າງໄວວາເມື່ອທຽບກັບຕະຫຼາດຫຼັກຊັບແລະສິ້ນສຸດໄຕມາດທີ 3 ດ້ວຍການປ່ຽນແປງລາຄາພຽງແຕ່ -1%.

Stablecoins ເຮັດຜົນງານໄດ້ບໍ່ຄ່ອຍດີ

ບົດລາຍງານຂອງ CoinGecko ຍັງເປີດເຜີຍວ່າຕະຫຼາດ Stablecoin ມີຜົນດຳເນີນງານທີ່ບໍ່ຄ່ອຍດີໃນໄຕມາດທີ 3, ໂດຍມູນຄ່າຕາມຕະຫຼາດຂອງ Stablecoin 15 ອັນດັບທຳອິດຫຼຸດລົງ 3% ຫຼືປະມານ 4.7 ຕື້ໂດລາເມື່ອທຽບກັບໄຕມາດຕໍ່ໄຕມາດ (QoQ).

ລາຍ​ງານໄດ້ລະບຸວ່າ ປັດໄຈໜຶ່ງທີ່ຢູ່ເບື້ອງຫລັງການຫຼຸດລົງຂອງມູຄ່າຕະຫຼາດStablecoin ຄືການຂວ້ຳບາດຂອງ Tornado Cash ທີ່ບັງຄັບໃຊ້ໂດຍສຳນັກງານຄວບຄຸມຊັບສິນຕ່າງປະເທດສະຫະລັດ (OFAC) ໃນເດືອນສິງຫາ. ການເເບນດັ່ງກ່າວແມ່ນການກະທໍາຜິດທາງອາຍາສໍາລັບຜູ້ອອກຫຼຽນStablecoin ໃນສະຫະລັດອາເມລິກາແລະຜູ້ໃຊ້ທີ່ພົວພັນກັບເເພລັດຟອມ.

USD Coin (USDC) ໄດ້ຮັບຜົນກະທົບຫນັກທີ່ສຸດ, ເຊີ່ງຫຼຸດລົງ 16% ຫຼັງຈາກຄວ່ຳບາດຂອງ Tornado Cash, ໃນຂະນະທີ່ USDT, ຊຶ່ງເປັນຫຼຽນ Stablecoin ທີ່ໃຫຍ່ທີ່ສຸດຂອງໂລກ, ມີມູນຄ່າຕະຫຼາດເພີ່ມຂຶ້ນເລັກນ້ອຍ, ເນື່ອງຈາກວ່າມັນຮອງຮັບການຂາຍບາງສ່ວນຈາກ USDC.

ໃນທາງກົງກັນຂ້າມ, BUSD ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການຂາຍອອກຂອງ USDC, ໂດຍມີມູນຄ່າໃນຕະຫຼາດເພີ່ມຂຶ້ນ 18% ຫຼືປະມານ 9 ຕື້ໂດລາ, ຫຼັງຈາກການເເບນ ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້ເຫັນວ່າ ການພັດທະນາໃນທາງບວກສໍາລັບ BUSD ນັ້ນໃກ້ຄຽວກັບການເປີດຕົວຂອງ Binance ກ່ຽວກັບການເເປງ Stablecoin ອື່ນໆໃຫ້ເປັນ BUSD ໂດຍອັດຕະໂນມັດ.

ຕະຫຼາດ NFT ຫຼຸດລົງ 77% QoQ

ສຸດທ້າຍ, ບົດລາຍງານໄດ້ຍົກໃຫ້ເຫັນວ່າຕະຫຼາດ non-fungible token (NFT) ບັນທຶກການຫຼຸດລົງຢ່າງຫຼວງຫຼາຍໃນໄຕມາດທີ່ຜ່ານມາ. ເຫັນໄດ້ຈາກປະລິມານການຊື້ຂາຍທີ່ຫຼຸດລົງໃນຕະຫຼາດ NFT 5 ອັນດັບທໍາອິດ ເຊິ່ງລວມເຖິງ OpenSea, LooksRare, ແລະອື່ນໆ, ທີ່ສົ່ງຜົນກະທົບຕໍ່ຕະຫຼາດທັງຫມົດ.

ດັ່ງນັ້ນ, ພາກທຸລະກິດຈື່ງໄດ້ເຮັດສະຖິຕິຕຳສຸດໃໝ່ຕະຫຼອດການ (ATL) ໃນປີ 2022, ເຊິ່ງການຫຼຸດລົງຢ່າງຫຼວງຫຼາຍເຖິງ 77.4% ຈາກ ໄຕມາດທີ 2 ຫາ ໄຕມາດທີ 3, ເຖິງວ່າມູນຄ່າຈະມີການຫຼຸດລົງ ແຕ່ຈໍານວນກະເປົາເງິນທີ່ຖື NFT ເພີ່ມຂຶ້ນ 1 ລ້ານລາຍການໃນ ໄຕມາດທີ 3.

ທີ່ມາ : https://cutt.ly/SNt70zB

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.