ໃນໂລກເເຫ່ງການລົງທຶນ Crypto ນອກຈາກການເທຣດຫຼຽນເເລ້ວ ກໍຍັງມີອີກຫຼາກຫຼາຍວິທີ, ເເຕ່ໜຶ່ງໃນວິທີທີ່ເຮົາຈະມາເວົ້າໃນມື້ນີ້ເເມ່ນເປັນວິທີທີ່ມີຄວາມນິຍົມເຮັດຫຼາຍນັ້ນກໍຄືການຂຸດ Bitcoin.

  • ການຂຸດ Bitcoin ເເມ່ນຫຍັງ?

ການຂຸດຄົ້ນ Bitcoin ແມ່ນການນໍາໃຊ້ຄອມພິວເຕີ ຫຼື ເຄື່ອງຂຸດ ເພື່ອ Run programs ປະມວນຜົນ, ເພື່ອໄດ້ຮັບສິດໃນການຢືນຢັນການເຮັດທຸລະກໍາ ແລະເພີ່ມບລ໋ອກຂໍ້ມູນໃນ blockchain. ໂດຍຈະໄດ້ຮັບລາງວັນຕອບເເທນເປັນຫຼຽນ Bitcoin (BTC).

ທັງນີ້ການຂຸດ Bitcoin ເເມ່ນມີຈໍານວນຈໍາກັດຢູ່ທີ່ 21 ລ້ານຫຼຽນ, ຫຼ້າສຸດຫຼຽນໄດ້ຖືກຂຸດໄປເເລ້ວກວ່າ 19ລ້ານຫຼຽນ ຫຼື ປະມານ 90% ໃນເດືອນເມສາທີ່ຜ່ານມາ, ໂດຍຄາດການວ່າຫຼຽນ Bitcoin ຈະຖືກຂຸດຈົນໝົດໃນປະມານປີ 2140 , ມັນຈຶ່ງເຮັດໃຫ້ມີການເເຂ່ງຂັນເເຍ່ງຊິງກັນຂຸດຢ່າງດຸເດືອດເພື່ອໃຫ້ໄດ້ຫຼຽນມາຖືຄອງ.

  • Bitcoin Halving ເເມ່ນຫຍັງ?

Bitcoin Halving ຄືການລົດຜົນຕອບເເທນທີ່ໄດ້ຈາກການຂຸດລົງ “ເຄິ່ງຫນຶ່ງ”, ໂດຍຈະຫຼຸດລົງ 50% ທຸກໆ 4 ປີເຊັ່ນ: ຈາກການຂຸດ 1 ບລ໋ອກ, ຜູ້ຂຸຸດຈະໄດ້ຮັບ 25 BTC. ໂດຍເຫດການ Halving, ລາງວັນການຂຸດໄດ້ຖືກຫຼຸດລົງເຫຼືອທີ່ 12.5 BTC. ນັ້ນກໍຍ້ອນວ່າຕ້ອງລົດອຸປະທານການໝູນວຽນ ເເລະ ກໍເພື່ອກະຕຸ້ນຄວາມຕ້ອງການໃນການຊື້ຫຼຽນເພິ່ມຂຶ້ນ ຊຶ່ງມີສ່ວນຊ່ວຍໃນການດັນລາຄາ Bitcoin ໃຫ້ສູງຂຶ້ນ.

ໃນປະກົດການນີ້ນັກຂຸດຈະໄດ້ຮັບລາງວັນຈາກການຂຸດ, ເຖິງເເມ່ນວ່າຫຼຽນຈະຫຼຸດລົງ ໂດຍຈະໄດ້ຮັບໃນຮູບເເບບຄ່າທຳນຽມ ເເລະ ຍັງຊ່ວຍຮັກສາລະບົບນິເວດເເບບກະຈາຍສູນໃຫ້ຄົງຕົວຢູ່ຕໍ່ໄປ ອັນຖືເປັນເປົ້າໝາຍຫຼັກຂອງ Bitcoin Halving.

ການຂຸດຄົ້ນ bitcoin ມີການແຂ່ງຂັນຢ່າງດຸເດືອດ ໂດຍສະເພາະຜູ້ຂຸດລາຍຍ່ອຍ ຜູ້ທີ່ມີຄວາມສົນໃຈໃນການຂຸດຄົ້ນ Bitcoin ຈໍາເປັນຕ້ອງຮູ້ອົງປະກອບທີ່ຊ່ວຍໃຫ້ການແຂ່ງຂັນໃນການຂຸດ ແລະ ເຮັດກໍາໄລຈາກການລົງທຶນໃນການຂຸດນີ້.

  • ສິ່ງທີ່ຕ້ອງມີໃນການຂຸດ Bitcoins
  •  ASIC ຫຼື Bitcoin Miner ຄວນເລືອກທີ່ຕົວທີ່ຈະຊ່ວຍປະມວນຜົນໃຫ້ໄວຂຶ້ນ ເເລະ ທົນທານ ໃຊ້ງານໜັກໄດ້, ລວມທັງລາຄາທີ່ຄຸ້ມຄ່າກັບການລົງທຶນ.
  • GPU ຄວນປຽບທຽບການໃຊ້ພະລັງງານໄຟຟ້າ, ລາຄາ ແລະ ກຳລັງການຂຸດທີ່ເໝາະສົມກັບຄວາມຕ້ອງການ. ລວມທັງການພິຈາລະນາວ່າມີການຄໍ້າປະກັນ ຫຼືບໍ່
  • Cloud mining ແມ່ນການບໍລິການຂຸດ bitcoin ຈາກບໍລິສັດສະເພາະທາງ, ຊຶ່ງຈະໃຫ້ເຊົ່າເຄື່ອງຂຸດ. ຂໍ້ດີກໍຄື ບໍ່ຈໍາເປັນຕ້ອງລົງທຶນໃນການຊື້ອຸປະກອນການຂຸດ ຫຼື ອຸປະກອນເສີມອື່ນໆ. ເໝາະສໍາລັບຜູ້ເລີ່ມຕົ້ນໃນອຸດສາຫະກໍາຂຸດຫຼຽນ. ແຕ່ອາດຈະຕ້ອງລະມັດລະວັງກ່ຽວກັບຄວາມໜ້າເຊື່ອຖືຂອງການເລືອກຜູ້ໃຫ້ບໍລິການແຕ່ລະເຈົ້າ.
  • Crypto Wallet ຖືເປັນສິ່ງສໍາຄັນທີ່ຕ້ອງມີໃນການຂຸດ Bitcoin ຫຼື ການເຮັດທຸລະກຳຕ່າງໆ. ໂດຍກະເປົ໋າເງີນນີ້ຖືເປັນບັນຊີເຂົ້າລະຫັດລັບ ຊ່ວຍໃຫ້ຜູ້ໃຊ້ງານເກັບ, ໂອນ ຫຼືີ ຮັບຫຼຽນ Crypto ໄດ້ສະດວກຂຶ້ນ.
  • ຫຼັກການເຮັດວຽກຂອງການຂຸດ Bitcoin

ຂະບວນການຂຸດຄົ້ນ Bitcoin ແມ່ນ ການແກ້ໄຂສົມຜົນທີ່ຊັບຊ້ອນໃນບລ໋ອກໃຫ້ໄດ້ ນີ້ແມ່ນເລກຖານສິບຫົກທີ່ປະກອບດ້ວຍຕົວເລກ ແລະ ຕົວອັກສອນ. ດັ່ງຕົວຢ່າງຕໍ່ໄປນີ້:

000000000000000000057fcc708cf0130d95e27c5819203e9f967ac56e4df598ee

ໂດຍ​ທົ່ວ​ໄປ ຕົວເລກແຕ່ລະຕົວໃນລະບົບນີ້ສາມາດມີເຖິງ 16 ຮູບເເບບຄວາມເປັນໄປໄດ້, ແຕ່ລະບົບຕົວເລກທີ່ໃຊ້ພາຍໃຕ້ເຄືອຂ່າຍມີພຽງແຕ່ 10 ຮູບເເບບ, ດັ່ງນັ້ນຕົວອັກສອນຕ້ອງຖືກໃສ່ເຂົ້າມານຳ.

ໜ້າທີ່ຂອງຜູ້ຂຸດ ຫຼື Miner ແມ່ນການແກ້ໄຂສົມຜົນທາງຄະນິດສາດໃຫ້ຜ່ານ. ໂດຍການນໍາໃຊ້ເຄື່ອງຂຸດ Bitcoin ທີ່ມີປະສິດທິພາບ ແລະ ພະລັງງານສູງພໍສົມຄວນ. ເພື່ອແກ້ໄຂບັນຫານັ້ນ ຜູ້ຂຸດບໍ່ຈໍາເປັນຕ້ອງຄິດໄລ່ຜົນໄດ້ຮັບທັງໝົດຂອງຕົວເລກນັ້ນ ຫຼື Target Hash, ແຕ່ຕ້ອງ ‘ເດົາ’ ຜົນໄດ້ຮັບຢ່າງຖືກຕ້ອງ. ຕົວເລກດັ່ງກ່າວຈະເປັນຕົວເລກທີ່ໃຊ້ໄດ້ຄັ້ງດຽວ.

ນັກຂຸດທີ່ເດົາໄດ້ໃກ້ຄຽງ ຫຼື ກົງ Target Hash ເປັນຄົນທຳອິດຈະໄດ້ຮັບລາງວັນເປັນຫຼຽນ BTC ສໍາລັບການຂຸດທີ່ປະສົບຜົນສໍາເລັດ.

ຈາກຂະບວນການຂ້າງເທິງ, ມັນສາມາດເວົ້າໄດ້ວ່າ: ການຂຸດຄົ້ນ bitcoins ທີ່ປະສົບຜົນສໍາເລັດແມ່ນກ່ຽວກັບການຄາດເດົາຜົນໄດ້ຮັບຂອງບລ໋ອກຢ່າງຖືກຕ້ອງຫຼື ໃກ້ຄຽງເທົ່າທີ່ເປັນໄປໄດ້. ວິທີການນີ້ເອີ້ນ Proof of Work, ນັກຂຸດຕ້ອງມີແຮງງານການຂຸດທີ່ມີປະສິດທິພາບ ເພື່ອຊ່ວຍໃຫ້ເດົາ Target Hash ໄດ້ໃກ້ຄຽງທີ່ສຸດເທົ່າທີ່ເປັນໄປໄດ້ ແລະ ໄວເທົ່າທີ່ຈະໄວໄດ້.

  • ຜົນຕອບເເທນຈາກການຂຸດ Bitcoin

ຜົນຕອບແທນຂອງການຂຸດ bitcoin ຄວນໄດ້ຮັບການສົ່ງຄືນເທົ່າກັບຄ່າໃຊ້ຈ່າຍທີ່ໃຊ້ໄປສໍາລັບອຸປະກອນ ແລະ ໄຟຟ້າທີ່ໃຊ້ໃນການຂຸດຄົ້ນຫຼຽນ. ວິທີທີ່ຈະໄດ້ຮັບຜົນຕອບແທນແມ່ນ ໃຊ້ hardware ທີ່ມີປະສິດທິພາບໃນລະດັບໜຶ່ງ, ຄິດໄລ່ການໃຊ້​ພະ​ລັງ​ງານ​ຢ່າງມະຫາສານ​. ລວມທັງການເຂົ້າຮ່ວມ Pool ສໍາລັບການຂຸດຫຼຽນ ເຊິ່ງມີໂອກາດໄດ້ຮັບຜົນຕອບແທນຫຼາຍກວ່າ.

  • ຂໍ້ເສຍໃນການຂຸດ Bitcoin

ຢ່າງທີ່ເຮົາຮູ້ດີ ຕະຫຼາດ Crypto ມີຄວາມຜັນຜວນຢູ່ຕະຫຼອດເວລາໂດຍການຜັນຜວນນັ້ນສົ່ງຜົນຕໍ່ການຂຸດເຮັດໃຫ້ໄດ້ຍາກຂຶ້ນ, ຕົ້ນທຶນທີ່ເສຍໄປໃນການຊຶ້ອຸປະກອນ ເເລະ ພະລັງງານທີ່ໃຊ້ ບໍ່ມີຫຼັກປະກັນເເນ່ນອນວ່າຈະໄດ້ຮັບຜົນກຳໄລຄຸ້ມຕະຫຼອດໄປ, ໃນການຂຸດຍັງໃຊ້ພະລັງງານສູງພໍສົມຄວນ ອີກທັງການຂຸດຄົ້ນ bitcoin ມີອັດຕາໃນການປ່ອຍອາຍພິດ CO2 ອອກມາກວມເອົາຢ່າງໜ້ອຍ 95% ອີງຕາມການລາຍງານຂອງ Digiconomist.

ທີ່ມາ : https://cutt.ly/x1kkN7B

https://cutt.ly/O1kk8b4
https://cutt.ly/t1kk6Sn
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.