ເເມ່ນເຄື່ອງມືວັດທາງການເງີນກ່ຽວກັບປະລິມານການຊື້ຂາຍ, ເປັນຕົວບອກຈຳນວນໃນຊ່ວງເວລາທີ່ກຳນົດ ມັນສາມາດອ້າງອີງເຖິງຮຸ້ນ, ສັນຍາ ຫຼື ຂະໜາດໃນການຊື້ຂາຍ. ໂດຍຂໍ້ມູນຈະຖືກຕິດຕາມ ເເລະ ຈັດສັນຈາກຕະຫຼາດເເລກປ່ຽນ.
Volume Indicator ເປັນໜຶ່ງໃນເຄື່ອງມືທີ່ເກົ່າເເກ່ ເເລະ ເປັນທີ່ນິຍົມທີ່ສຸດ, ໂດຍຈະມີຮູບເເບບເປັນເເຖບສີເຊັ່ນ: ເເຖບສີຂຽວເເມ່ນສຳລັບການເພີ່ມຂຶ້ນຂອງປະລິມານ ເເລະ ສີເເດງເເມ່ນສຳລັບການຫຼຸດລົງກັບຄ່າສະເລ່ຍໃນການເຄື່ອນໄຫວ. ເປັນໜຶ່ງໃນຕົວຊີ້ວັດຈໍານວນໜ້ອຍທີ່ບໍ່ໄດ້ອີງໃສ່ລາຄາ ,ປະລິມານການຊື້ຂາຍຫຼາຍ ແມ່ນຊີ້ໃຫ້ເຫັນເຖິງຄວາມສົນໃຈຂອງລາຄາຫຼັກຊັບນັ້ນໃນປະຈຸບັນ ເເລະ ໃນທາງກົງກັນຂ້າມປະລິມານການຊື້ຂາຍໜ້ອຍ ຊີ້ໃຫ້ເຫັນເຖິງຫຼັກຊັບນັ້ນບໍ່ເປັນທີ່ໜ້າສົນໃຈໃນການລົງທຶນ.
Volume Indicator ຊ່ວຍຫຍັງເເນ່ເຮົາເເນ່?
– ຊ່ວຍຢືນຢັນເເນວໂນ້ມ: ນັກເທຣດຫຼາຍຄົນອາດຄຸ້ນເຄີຍກັບລາຄາທີ່ເພີ່ມຂຶ້ນໃນຊ່ວງທີ່ຕະຫຼາດມີການເຄື່ອນໄຫວຫຼາຍ, ເມື່ອລາຄາໃນຕະຫຼາດເພີ່ມຂຶ້ນ ເເຕ່ປະລິມານຫຼຸດລົງ ນັ້ນອາດເປັນສັນຍານວ່າລາຄາອາດຈະມີການກັບຕົວໃນໄວໆ ເເລະ ນັກລົງທຶນອາດຈະເທຂາຍສິນຊັບນັ້ນອອກໄປໃນທີ່ສຸດ.
– ຊ່ວຍພິຈາລະນາປະລິມານ ແລະ ການເຄື່ອນໄຫວ: ໃນເວລາທີ່ຕະຫຼາດມີເເຮງຊື້ ແລະ ເເຮງຂາຍເກີດຂຶ້ນ, ໃນຊ່ວງເວລາທີ່ຕະຫຼາດມີການເຄື່ອນໄຫວມາໄລຍະໜຶ່ງ ຈົນເຖິງຕອນທີ່ມັນເລີ່ມອ່ອນເເຮງລົງ. ສ່ວນຫຼາຍເຮົາມັກຈະເຫັນລາຄາ ເເລະ ປະລິມານເພິ່ມຂຶ້ນຢ່າງໄວວາ, ຖ້າພວກເຮົາສັງເກດເຫັນພຶດຕິກຳຂອງລາຄາ ເເລະ ປະລິມານປະເພດນີ້ ນັ້ນໝາຍຄວາມວ່າເເນວໂນ້ມນັ້ນໆກຳລັງຈະສິ້ນສຸດລົງ ເເລະ ຈະມີການຫັນປ່ຽນເເນວໂນ້ມໃນໄວໆນີ້.
– ຊ່ວຍສັງເກດເຫັນສັນຍານຂາຂຶ້ນ: ເມື່ອລາຄາຫຼຸດລົງແຕ່ຍັງບໍ່ທັນແຕະ Low ກ່ອນໜ້າ, ສິ່ງນີ້ອາດເປັນການສົ່ງສັນຍານເຖິງແນວໂນ້ມຂອງຂາຂຶ້ນ. ໂດຍສະເພາະໃນເວລາທີ່ລາຄາຫຼຸດລົງແຕ່ປະລິມານການຊື້ກັບຂາຍເພີ່ມຂຶ້ນ.
– ຊ່ວຍພິຈາລະນາພາບລວມປະລິມານການຊື້ຂາຍຍ້ອນຫຼັງ : ເທຣດເດີຄວນຕິດຕາມການເຄື່ອນໄຫວຂອງຕະຫຼາດ ແລະ ລາຄາໃນຊ່ວງເວລາຕ່າງໆໃນອະດີດ ເພື່ອນຳມາປຽບທຽບກັບການເຄື່ອນໄຫວຂອງຕະຫຼາດໃນປະຈຸບັນ. ຢ່າງໃດກໍ່ຕາມ, ເຮົາແນະນໍາໃຫ້ທ່ານໃຊ້ຊຸດຂໍ້ມູນທີ່ບໍ່ເກົ່າຈົນເກີນໄປ. ເນື່ອງຈາກວ່າມັນມີແນວໂນ້ມທີ່ຈະມີຄວາມກ່ຽວຂ້ອງກັບຕະຫຼາດໃນປະຈຸບັນຫຼາຍກວ່ານັ້ນເອງ.
ສະຫຼຸບ ຈາກການພິຈາລະນາປະລິມານ ຫຼື ປະລິມານການຊື້ຂາຍແມ່ນເປັນວິທີທີ່ດີທີ່ຈະຊ່ວຍເພີ່ມປະສິດທິພາບການຊື້ຂາຍຂອງທ່ານ. ເນື່ອງຈາກວ່າທ່ານຈະສາມາດສັງເກດເຫັນການເຄື່ອນໄຫວຂອງຕະຫຼາດ. ລວມທັງການກວດພົບສັນຍານຂອງການກັບຕົວຂອງລາຄາ. ສິ່ງທີ່ສໍາຄັນທີ່ສຸດ ທ່ານຍັງໃຊ້ຕົວຊີ້ວັດ ວັດແທກປະລິມານເພື່ອຢືນຢັນແນວໂນ້ມ ແລະ ກວດເບິ່ງຄວາມເຂັ້ມແຂງຂອງຕະຫຼາດເຊັ່ນກັນ.
Indicator ທີ່ໃຊ້ວັດແທກປະລິມານການຊື້ຂາຍແມ່ນມີປະໂຫຍດຫຼາຍໃນການຊ່ວຍໃຫ້ເທຣດເດີຕັດສິນໃຈຊື້ຂາຍທີ່ດີຂຶ້ນ, ເຮົາສາມາດຮູ້ຈຸດແຂງ ແລະ ຈຸດອ່ອນຂອງຕະຫຼາດໄດ້ເປັນຢ່າງດີ. ແຕ່ຕ້ອງເຂົ້າໃຈວ່າ ບາງຄັ້ງເຄື່ອງມືປະເພດເຫຼົ່ານີ້ອາດບໍ່ຈໍາເປັນສະເໝີໄປ ໂດຍສະເພາະໃນການເທຣດໃນໄລຍະສັ້ນ.
ທີ່ມາ : https://cutt.ly/N9V1ISf
© 2022-2023 bitqik Insight – All rights reserved.