• Utility tokens ເເມ່ນຫຍັງ?

Utility tokens ເເຕກຕ່າງຈາກຫຼຽນທົ່ວໄປ ປົກກະຕິແລ້ວແມ່ນໄດ້ຖືກຂຸດຄົ້ນລ່ວງໜ້າ ແລະ ຖືກສ້າງໃນເວລາດຽວກັນ ໂດຍນັກພັດທະນາຂອງເຄືອຂ່າຍ cryptocurrency.

ພວກມັນຖືກອອກແບບມາເພື່ອຕອບສະໜອງຈຸດປະສົງສະເພາະພາຍໃນລະບົບນິເວດຂອງແພລັດຟອມ ແລະ ໂດຍທົ່ວໄປແລ້ວແມ່ນແຈກຢາຍໃຫ້ນັກລົງທຶນໃນລະຫວ່າງການສະເໜີຫຼຽນເບື້ອງຕົ້ນ (ICOs) ເພື່ອສ້າງຄວາມສົນໃຈໃນຜະລິດຕະພັນ ຫຼື ການບໍລິການ.

ໃນຂະນະທີ່ນັກລົງທຶນສາມາດຊື້ ແລະ ນໍາໃຊ້ Utility tokens ເຫຼົ່ານີ້ເປັນຮູບແບບການຈ່າຍເງິນໃນເຄືອຂ່າຍເພື່ອແລກ ຫຼື ເຂົ້າເຖິງການບໍລິການສະເພາະ. Utility tokens ບໍ່ໄດ້ມາພ້ອມກັບມູນຄ່າເງິນທີ່ແທ້ຈິງ, ບໍ່ຄືກັບຫຼຽນໃນເຄືອຂ່າຍ ພວກເຂົາບໍ່ມີໄວ້ສໍາລັບການລົງທຶນ.

ດັ່ງທີ່ໄດ້ກ່າວມາຂ້າງເທິງ ເປັນໄປໄດ້ວ່າມູນຄ່າຂອງ Utility tokens ເພີ່ມຂຶ້ນຕາມຄວາມຕ້ອງການ. ໂດຍສະເພາະໃນເວລາທີ່ມີຈໍານວນຈໍາກັດຂອງ tokens.

ຖ້າ token ເຊື່ອມໂຍງ decentralized application(DApp), ຄວາມສາມາດໃນການຂະຫຍາຍເຄືອຂ່າຍອາດຈະເພີ່ມມູນຄ່າຂອງ token ຕາມຄວາມເໝາະສົມ.

  • ໜ້າທີ່ຂອງ Utility tokens

Utility Token ມີຈຸດປະສົງໃນການຊື້ຂາຍເເລກປ່ຽນເພື່ອເປັນປະໂຫຍດໃນການໃຊ້ສອຍ ຕົວຢ່າງເຊັ່ນ: FIL (Filecoin) ຫຼື SC (SIA) tokens ທີ່ສາມາດໃຊ້ເພື່ອເກັບຮັກສາໄຟລ ແລະ CVC (Civic) tokens ທີ່ສາມາດໃຊ້ເພື່ອຢືນຢັນຕົວຕົນຂອງຜູ້ໃຊ້ ຫຼື Uber tokens ທີ່ໃຊ້ຊຳລະຄ່າ ແຕ່ຫາກຕ້ອງການໃຊ້ tokens Uber ສໍາລັບການຊື້ ຫຼືການບໍລິການອື່ນໆ ກໍຕ້ອງໄດ້ແລກປ່ຽນເປັນ Fiat ຫຼື Crypto Coins.

ຕົວຢ່າງທີ່ໜ້າສົນໃຈອີກອັນໜື່ງແມ່ນ Golem Token (GNT) ໂດຍແນວຄິດຂອງ token ນີ້ແມ່ນການສ້າງເສດຖະກິດທີ່ອະນຸຍາດໃຫ້ເເຕ່ລະບຸກຄົນສາມາດກູ້ຢືມພະລັງງານການປະມວນຜົນສຳຮອງຂອງຄອມພິວເຕີເພຶ່ອໃຊ້ສໍາລັບວຽກງານທີ່ຫຼາກຫຼາຍໄດ້. ນີ້ແມ່ນປະໂຫຍດອີກອັນໜຶື່ງ ແລະ ຜົນປະໂຫຍດຂອງເຄືອຂ່າຍ Decentralized

ໃນອີກດ້ານໜື່ງ, ຖ້າຫາກປຽບການນໍາໃຊ້ຂອງ Utility Token ກັບໂລກທີ່ແທ້ຈິງກໍອາດຈະປຽບທຽບໄດ້ກັບເເຕ້ມ ຫຼື ຄະເເນນສໍາລັບການແລກຊື້ສິນຄ້າ ຫຼື ການບໍລິການເຊັ່ນ: ບັດຂອງຂວັນ (Gift Cards) ຫຼື ປີ້ລົດໂດຍສານສາທາລະນະ.

  • Examples of Utility Tokens

ໂຄງການ crypto ຈໍານວນຫຼາຍໃຊ້ Utility Tokens ເພື່ອລະດົມທຶນ ຫຼື ສະໜັບສະໜູນການເຮັດທຸລະກໍາບາງຢ່າງໃນເເພລັດຟອມ. ນີ້ແມ່ນບາງຕົວຢ່າງອື່ນໆ ຂອງ Utility Tokens ທີ່ນິຍົມ ແລະ ການນໍາໃຊ້ໃນເຄືອຂ່າຍຕ່າງໆ

  • Arweave (AR)

ໃນຖານະທີ່ເປັນເຄືອຂ່າຍການເກັບຂໍ້ມູນແບບກະຈາຍສູນທີ່ຊ່ວຍໃຫ້ມີການຈັດເກັບເເບບບໍ່ຈໍາກັດ, Arweave ໃຊ້ AR tokens ເພື່ອກະຕຸ້ນໃຫ້ຜູ້ຂຸດ ຊ່ວຍຈັດເກັບຮັກສາຂໍ້ມູນເຄືອຂ່າຍຈໍານວນຫລາຍ.

  • Basic Attention Token (BAT)

BAT ຖືກນໍາໃຊ້ເປັນແຮງຈູງໃຈສໍາລັບທັງຜູ້ສ້າງເນື້ອຫາ ແລະ ຜູ້ໃຊ້ທີ່ເລືອກທີ່ຈະເບິ່ງໂຄສະນາ. ເຊິ່ງຊ່ວຍໃຫ້ເເພລັດຟອມໃນການສ້າງລາຍໄດ້ຈາກການໂຄສະນາໂດຍບໍ່ມີການຕິດຕາມພຶດຕິກໍາຂອງຜູ້ໃຊ້.

  • Binance Coin (BNB)

BNB ເເມ່ນສະກຸນເງິນຂອງເຄືອຂ່າຍ Binance, ເປັນທັງຫຼຽນ ແລະ token. ໂດຍອະນຸຍາດໃຫ້ຜູ້ໃຊ້ສາມາດເພີດເພີນກັບສ່ວນຫຼຸດ 25% ຂອງຄ່າທໍານຽມການຊື້ຂາຍເມື່ອຊື້ຂາຍກັບ BNB.

  • Chainlink (LINK)

Chainlink Oracle ທີ່ຕອບສະໜອງຂໍ້ມູນໃນເວລາທີ່ແທ້ຈິງກັບ blockchain ຈາກແຫຼ່ງພາຍນອກ. ມັນສາມາດລວມເຂົ້າກັບ blockchain ອື່ນໆໄດ້.

 ERC-20 tokens (LINK) ແມ່ນອອກໃຫ້ຜູ້ໃຊ້ທີ່ສະຫນອງຂໍ້ມູນທີ່ຖືກຕ້ອງເພື່ອປ້ອນເຂົ້າໄປໃນ blockchain ຕ່າງໆ. ນີ້ແມ່ນເປັນປະໂຫຍດໂດຍສະເພາະ smart contract applications ເພື່ອຕິດຕາມຂໍ້ມູນລາຄາ.

  • Zilliqa (ZIL)

ZIL ແມ່ນ token ດັ້ງເດິມທີ່ໃຊ້ໃນເເພລັດຟອມ Zilliqa ເພື່ອເປີດໃຊ້ງານການສ້າງ DApp ທີ່ປອດໄພ ແລະ ປອດໄພສໍາລັບນັກພັດທະນາເຊັ່ນກັນ. ບໍ່ວ່າຈະເປັນການບໍລິການທາງດ້ານການເງິນ ຫຼື ຕະຫຼາດ, NFT ZIL ຍັງສາມາດຖືກນໍາໃຊ້ສໍາລັບການເຮັດທຸລະກໍາໃນເກມ ແລະ ການໂຄສະນາດິຈິຕອລ.

ທີ່ມາ : https://cutt.ly/V1qMCCC

https://cutt.ly/m1qM0HY

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.