Tokenomics ແມ່ນຫຍັງ? 

Tokenomics ແມ່ນການປະສົມປະສານຂອງຄໍາວ່າ “Token” ແລະ “Economics” ເຂົ້ານຳກັນໂດຍມີຄວາມໝາຍວ່າ “ການສຶກສາດ້ານເສດຖະກິດຂອງ Crypto Tokens” ນັ້ນເອງ, ເຊັ່ນ: ການສຶກສາເຫດຜົນທີ່ວ່າ ເປັນຫຍັງຫຼຽນບາງຕົວ ຈຶ່ງເປັນທີ່ໜ້າຈັບຕາໃນກຸ່ມນັກລົງທຶນ, ລວມໄປເຖິງ “Token Supply” ຫຼື “ອຸປະທານຂອງຫຼຽນ” ທີ່ສົ່ງຜົນກະທົບຕໍ່ລາຄາຫຼຽນ. 

Tokenomics ເປັນແນວຄວາມຄິດທີ່ສໍາຄັນໃນການຈະພິຈາລະນາໃນການລົງທຶນ. ເນື່ອງຈາກວ່າມັນສາມາດໃຊ້ເພື່ອບົ່ງຊີ້ໃຫ້ເຫັນເຖິງການສ້າງ ຫຼື ການທໍາລາຍຂອງ tokens ເເລະ ມັນຍັງສາມາດຊ່ວຍຄາດການຈໍານວນຂອງຫຼຽນທີ່ຈະຖືກສ້າງຂຶ້ນໄດ້. 

ຢ່າງໃດກໍຕາມ ເຖິງແມ່ນວ່າໃນບາງກໍລະນີ tokenomics ຂອງສິນຊັບຕ່າງໆ ສາມາດປ່ຽນແປງໄດ້ ແຕ່ປົກກະຕິແລ້ວມັນຈະຕ້ອງຜ່ານຂໍ້ຕົກລົງ ຫຼື ການອະນຸມັດຈາກຜູ້ເຂົ້າຮ່ວມສ່ວນໃຫຍ່ໃນເຄືອຂ່າຍ Blockchain ນັ້ນໆກ່ອນທີ່ຈະມີການປ່ຽນແປງໃດໆ. 

  • ປັດໃຈຫຼັກທີ່ສົ່ງຜົນກະທົບຕໍ່ Tokenomics 
  • ອຸປະທານສູງສຸດ (Maximum Supply) ໝາຍເຖິງ ປະລິມານ tokens ສູງສຸດຂອງ cryptocurrency ທີ່ສາມາດຖືໄດ້, ສິ່ງນີ້ມີບົດບາດສໍາຄັນຫຼາຍໃນການກໍານົດລາຄາຂອງຫຼຽນ. 
  • ການແຈກຢາຍໂທເຄັນ (Token Distribution) ໝາຍເຖິງວິທີການທີ່ຜູ້ພັດທະນາຫຼຽນໃຊ້ເພື່ອແຈກຢາຍຫຼຽນຂອງພວກເຂົາ. 
  • Mint/Burn Schedule ໝາຍເຖິງການກໍານົດການເພີ່ມ/ຫຼຸດຈຳນວນຫຼຽນຈາກລະບົບ ເປັນການປ່ຽນແປງອຸປະທານຂອງຫຼຽນ. 
  • ປະໂຫຍດ (Utility) ຂອງຫຼຽນໝາຍເຖິງການນໍາໃຊ້ຫຼຽນໆໜຶ່ງ, ໄປໃຊ້ Utility ເປັນປັດໃຈສໍາຄັນທີ່ສຸດ. ຖ້າຫຼຽນໃດບໍ່ມີປະໂຫຍດໃນການໃຊ້ງານ ກໍຍາກທີ່ຈະມີອະນາຄົດຕໍ່ໄປ (ຕ້ອງອາໄສກະເເສເພື່ອຊ່ວຍດຶງລາຄາ) 
  • ວິທີການເບິ່ງ Crypto Tokenomics 

1. ສຶກສາວ່າຫຼຽນນີ້ສ້າງຂຶ້ນເພື່ອຫຍັງ? 

2. ຫຼຽນນີ້ຖືກຂຸດຄົ້ນແນວໃດ? 

3. ຫຼຽນນີ້ໃຊ້ງານແນວໃດ? 

4. ຈໍານວນຫຼຽນໃນປັດຈຸບັນມີເທົ່າໃດ ແລະ ແນວໂນ້ມຂອງຈໍານວນຫຼຽນໃນອະນາຄົດ? 

ແນວຄວາມຄິດຂອງ Token Economy ໄດ້ຖືກສະເໜີຄັ້ງທໍາອິດໂດຍນັກຈິດຕະສາດຂອງ Harvard  ທີ່ມີຊື່ວ່າ B.F Skinner ໃນປີ 1972 

ທີ່ມາ : https://cutt.ly/r0UsHM1  

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.