Smart contracts ເປັນພຽງໂປຣເເກັມທີ່ເກັບໄວ້ໃນ blockchain ທີ່ກຳນົດຂັ້ນຕອນການເຮັດວຽກຕາມເເງື່ອນໄຂໄວ້ລ່ວງຫນ້າໂດຍບໍ່ຕ້ອງອາໄສຕົວກາງ ເປັນລະບົບອັດຕະໂນມັດຢ່າງເຕັມຮູບເເບບ.

ໂດຍປົກກະຕິແລ້ວພວກມັນຖືກໃຊ້ເພື່ອປະຕິບັດຕາມຂໍ້ຕົງລົງອັດຕະໂນມັດ ເພື່ອໃຫ້ຜູ້ເຂົ້າຮ່ວມທັງໝົດສາມາດໝັ້ນໃຈໄດ້ໃນຜົນໄດ້ລັບ, ໂດຍບໍ່ມີຄົນກາງເຂົ້າໄປຫຍຸ້ງກ່ຽວໃຫ້ເສຍເວລາ. ເປັນຂະບວນການເຮັດວຽກເເບບອັດຕະໂນມັດ ເເລະກະຕຸ້ນການດໍາເນີນການຕໍ່ໄປເມື່ອຕົງຕາມເງື່ອນໄຂຈົນບັນລຸ.

ເວົ້າໃຫ້ເຂົ້າໃຈງ່າຍໆກໍຄື Smart contracts ເເມ່ນສັນຍາດິຈິຕັລທີ່ເກັບໄວ້ໃນ Blockchain ເຊິ່ງດຳເນີນການໂດຍອັດຕະໂນມັດເມື່ອຕົງຕາມຂໍ້ກຳນົດ ເເລະເງື່ອນໄຂທີ່ໄດ້ວາງໄວ້ລ່ວງໜ້າ.

  • Smart Contract ເຮັດວຽກເເນວໃດ?

ຂະບວນການເຮັດວຽກຂອງ Smart Contract ມີປະມານ 3 ຂັ້ນຕອນຄື:

  • ຮ່າງ​ຂໍ້​ກໍາ​ນົດ​ຂອງ​ສັນ​ຍາ ​ແລະ​ປ່ຽນ​ເປັນ​ລະ​ຫັດ​ຫຼື​ພາ​ສາ​ທີ່​ຄອມ​ພິວ​ເຕີ​ສາ​ມາດ​ເຂົ້າ​ໃຈ​ໄດ້​ເຊັ່ນ​: ຮ່າງ​ສັນ​ຍາ​ການ​ໂອນ​ເງິນ​, ຮ່າງສັນຍາການເຂົ້າເຖິງຂໍ້ມູນ ແລະອື່ນໆ.

ຂໍ້ທີ່ຄວນຮູ້: ເມື່ອ Smart Contract ຖືກສ້າງຂື້ນ ຈະບໍ່ສາມາດຍ້ອນກັບໄປເເກ້ໄຂໄດ້.

  • ເມື່ອ​ມີ​  Trigger Event ​ຫຼື ສິ່ງທີ່ເປັນໄປຕາມເງື່ອນໄຂທີ່ກຳນົດ​ ລະບົບຈະດຳເນີນການໂດຍອັດຕະໂນມັດ.
  • ໃຫ້ສິດໃນການເຂົ້າເຖິງຜະລິດຕະພັນ/ບໍລິການ ຫຼືສັນຍາທີ່ວາງໄວ້ໃນ Smart Contract ລຸລ່ວງໄປໄດ້ດີ.
  • 4 ຂໍ້ດີຂອງ Smart Contract

ວ່ອງໄວ, ມີປະສິທິພາບ ເເລະເເມ້ນຢຳ ເມື່ອເງື່ອນໄຂນັ້ນຖືກຕ້ອງ ສັນຍາຈະໄດ້ຮັບການດຳເນີນການໃນທັນທີ ເພາະ smart contract ມີຄວາມເປັນດິຈິຕອລ ເເລະອັດຕະໂນມັດ ບໍ່ຕ້ອງເສຍເວລາໃນການພິມ ເເລະກວດເບີ່ງຂໍ້ຜິດພາດໃນການຈັດເກັບເອກກະສານ.

  • ຄວາມໜ້າເຊື່ອຖື ເເລະຄວາມໂປ່ງໃສ, ເນື່ອງຈາກວ່າບໍ່ມີຕົວກາງ ຫຼືບຸກຄົນທີສາມເຂົ້າມາກ່ຽວຂ້ອງແລະບັນທຶກໄດ້ຖືກແບ່ງປັນກັບສະມາຊິກທັງຫມົດ, ດັ່ງນັ້ນ ທຸກຄົນສາມາດກວດສອບການເຮັດທຸລະກໍາຕ່າງໆທີ່ເກີດຂຶ້ນໄດ້.
  • ມີຄວາມປອດໄພ

ການເຮັດທຸລະກໍາຕ່າງໆໃນ blockchain ໄດ້ຖືກເຂົ້າລະຫັດໄວ້, ເຮັດໃຫ້ຍາກທີ່ຈະຖືກ hack. ນອກຈາກນີ້ ແຕ່ລະຂໍ້ມູນການເຮັດທຸລະກໍາແມ່ນຈະຖືກເຊື່ອມຕໍ່ເຂົ້າກັນ ເຮັດໃຫ້ການ hack ຂໍ້ມູນໄດ້ນັ້ນຕ້ອງປ່ຽນຂໍ້ມູນຂອງເຄືອຂ່າຍທັງຫມົດ, ຊຶ່ງເປັນຄວາມເປັນໄປໄດ້ນັ້ນຕໍ່າຫຼາຍ.

  • ຊ່ວຍປະຫຍັດ

Smart Contract ສາມາດຊ່ວຍປະຫຍັດເງິນໄດ້ຍ້ອນວ່າບໍ່ມີຕົວກາງຈື່ງຕັດຄ່າທໍານຽມອອກໄປແລະຍັງສາມາດປະຫຍັດເວລາໄດ້ອີກດ້ວຍ, ເພາະເປັນລະບົບອັດຕະໂນມັດທີ່ເຮົາສາມາດຕັ້ງຄ່າຄໍາສັ່ງໄວ້ລ່ວງໜ້າໄດ້.

ທີ່ມາ : https://cutt.ly/qNJiPYH

https://cutt.ly/QNJiFxl

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.