ໃນໂລກຂອງ DeFi (Decentralized Finance) ຫຼື NFT (Non Fungible Tokens) ທຸກໆທຸລະກໍານັ້ນໆຈະຕ້ອງໄດ້ເສຍຄ່າທໍານຽມໃນການເຮັດທຸລະກໍາ ພວກເຮົາເອີ້ນມັນວ່າ ” Gas ” ດັ່ງນັ້ນ Gas ແມ່ນຫຍັງ? ແລະເປັນຫຍັງພວກເຮົາຕ້ອງຈ່າຍ?

Gas ແມ່ນຫຍັງ?

Gas ແມ່ນຄ່າທໍານຽມໃນການເຮັດທຸລະກໍາເພື່ອບັນທຶກຂໍ້ມູນລົງໃນ Blockchain. ເຊິ່ງຜູ້ທີ່ດຳເນີນການກວດສອບ, ຢຶນຍັນ ແລະ ບັນທຶກຂໍ້ມູນລົງໃນ Blockchain ໃຫ້ກັບບັນດານັກຂຸດ(Miners) ຖ້າພວກເຮົາບໍ່ຈ່າຍຄ່າ Gas ການເຮັດທຸລະກໍາຈະບໍ່ເກີດຂຶ້ນ.

  • ຄ່າທໍານຽມທີ່ສູງຂື້ນເກີດຈາກຫຍັງ?

ເມື່ອຄ່າທໍານຽມສູງຂຶ້ນ ມັກຈະເປັນຊ່ວງເວລາທີ່ຜູ້ຄົນຕ້ອງການທີ່ຈະເຮັດທຸລະກໍາເປັນຈຳນວນຫຼາຍ. ດັ່ງນັ້ນ, ຈຶ່ງໄດ້ມີການຈ່າຍຄ່າທໍານຽມ Gas ໃນລາຄາທີ່ສູງກວ່າປົກກະຕິ ເພື່ອທີ່ຈະໄດ້ເຮັດທຸລະກໍາກ່ອນ. ໝາຍຄວາມວ່າຖ້າຜູ້ໃຊ້ຕ້ອງການການເຮັດທຸລະກໍາໄວຂຶ້ນ ກໍສາມາດເລືອກທີ່ຈະຈ່າຍຄ່າ Gas ໃນລາຄາທີ່ແພງຂຶ້ນກວ່າເກົ່ານັ້ນເອງ.

  • ຄ່າ Gas ແມ່ນຄິດໄລ່ຈາກຫຍັງ?

ຕົວຢ່າງ ການໃຊ້ລົດຂອງພວກເຮົາໃນປະຈຸບັນ, ຄ່າ Gas ກໍຄືຄ່ານໍ້າມັນທີ່ພວກເຮົາຈະຕ້ອງຈ່າຍໂດຍຄຳນວນຈາກ ປະລິມານນ້ຳມັນທີ່ໃຊ້ x ລາຄານໍ້າມັນ ເຊັ່ນ: ໃຊ້ນໍ້າມັນ 20 ລິດ , ລາຄາ 20,000 ກີບ/ລິດ ລາຄານໍ້າມັນທີ່ໃຊ້ແມ່ນ 400,000 ກີບ ເຊິ່ງກໍຄືຄ່າ Gas ນັ້ນເອງ

  • Gas price ແມ່ນຫຍັງ?

Gas price ມີຄວາມໝາຍຕົງຕົວເລີຍກໍຄື ລາຄາແກ໊ສ ເຊີ່ງປຽບຄ້າຍຄືກັບລາຄານໍ້າມັນ ເຊັ່ນ: ນໍ້າມັນ 1 ລິດ ເທົ່າກັບ 20,000 ກີບ, ແຕ່ຖ້າຢູ່ໃນ Blockchain ເຊັ່ນ BSC (Binance Smart Chain) ລາຄາ Gas ແມ່ນ 5 GWEI, ໂດຍທີ່ GWEI ຈະເປັນຫົວໜ່ວຍຂອງຄ່າ Gas

  • Gas limit ແມ່ນຫຍັງ?

Gas limit ແມ່ນຕົວເລກທີ່ຈໍາກັດການນໍາໃຊ້ Gas ໃນການເຮັດທຸລະກໍາ. ເມື່ອປຽບທຽບກັບການໃຊ້ນ້ຳມັນໃນລົດ ຄື: ເຮົາເຕີມນ້ຳມັນເຄິ່ງຖັງເທົ່າກັບ 30 ລິດ, ແຕ່ເຮົາຈະເດີນທາງໄປຕ່າງແຂວງ ເຮົາຕ້ອງການ  Gas 50 ລິດ, ໝາຍຄວາມວ່າລົດເຮົາຈະໝົດນໍ້າມັນກ່ອນຮອດປາຍທາງ. ດັ່ງນັ້ນ, ເຮົາຈື່ງຕ້ອງເຕິມນໍ້າມັນເພີ່ມ (ເພີ່ມ Gas limit).

ໃນການເຮັດທຸລະກໍາ, Gas limit ຖືກປັບໃຫ້ເໝາະສົມກັບການເຮັດທຸລະກໍາຂອງມັນເອງ, ດັ່ງນັ້ນເຮົາບໍ່ຈໍາເປັນຕ້ອງກັງວົນກ່ຽວກັບເຫດການດັ່ງກ່າວ.

ທີ່ມາ : https://cutt.ly/tN8M6cd

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.