• DYDX ເເມ່ນຫຍັງ?

DYDX ເເມ່ນໂທເຄັນປະຈຳເເພລັດຟອມ exchange ທີ່ຊື່ວ່າ DYDX ໂດຍເເພລັດຟອມນີ້ເປັນເເພລັດຟອມປະເພດ decentralized exchange (DEX) ຖືກສ້າງຂຶ້ນເທິງເຄືອຂ່າຍ Ethereum, ເປັນໜຶ່ງໃນ decentralized exchanges ທີ່ໃຫຍ່ທີ່ສຸດໃນໂລກໃນດ້ານປະລິມານການຊື້ຂາຍ ແລະ ສ່ວນແບ່ງຕະຫຼາດ.

ໃນເເພລັດຟອມ DEX ຍັງສະເໜີຕົວເລືອກໃນການຊື້ຂາຍເເບບບໍ່ຈຳກັດເວລາສຳລັບ Cryptocurrency ທີ່ນິຍົມກວ່າ 35 ຫຼຽນ ໂດຍຈະມີຫຼຽນຫຼັກໆໄດ້ເເກ່ : Bitcoin (BTC), Ether (ETH), Dogecoin (DOGE) ເເລະ Cardano (ADA).

DEX ແຕກຕ່າງຈາກ Centralized Exchange (CEX), ບ່ອນທີ່ DEX ບໍ່ມີຕົວກາງຄວບຄຸມໃນການແລກປ່ຽນເເຕ່ຈະໃຊ້ smart contract ຄວບຄຸມໃນການເເລກປ່ຽນເເທນ, ເນື່ອງຈາກ smart contract ເປັນເທັກໂນໂລຢີທີ່ສໍາຄັນໃນ blockchain ເປັນຕົວຊ່ວຍກວດສອບກົນໄກການເຮັດວຽກ ເເລະ ທຸລະກຳຕ່າງໆທີ່ຂຶ້ນເທິງເເພລັດຟອມ, ເຊິ່ງໃຫ້ຜົນລັບທີ່ດີກວ່າໃນເລື່ອງຂອງຄວາມໂປ່ງໃສ ສາມາດກວດສອບກົນໄກໃນການເຮັດວຽກໄດ້ຢ່າງເປັນລະບົບ ເເລະ ມີຄວາມປອດໄພສູງຕາມມາດຕະຖານຂອງ blockchain ເອງ.

ແຫຼ່ງທີ່ມາ: dydx.exchange
  • Perpetual trading/contracts ກັບ traditional contracts /spot trading

ຫາກຕ້ອງການຢາກຮູ້ວ່າ dYdX ເຮັດວຽກແນວໃດ, ເຮົາຕ້ອງເຂົ້າໃຈທາງເລືອກການຊື້ຂາຍຕ່າງໆທີ່ມີຢູ່ໃນຕະຫຼາດ ແລະ ຄວາມແຕກຕ່າງທີ່ສໍາຄັນລະຫວ່າງພວກມັນ.

Perpetual futures contracts ຫຼື perpetual contracts ອະນຸຍາດໃຫ້ຜູ້ໃຊ້ ແລະ ນັກລົງທຶນວາງຄໍາສັ່ງຊື້ ຫຼື ຂາຍໃນລາຄາຄົງທີ່ໂດຍບໍ່ມີກຳນົດ. ສິ່ງນີ້ແຕກຕ່າງຈາກການ spot trading, ເຊິ່ງກ່ຽວຂ້ອງກັບການຂາຍ ຫຼື ການຊື້ cryptocurrencies ທັນທີໂດຍອີງໃສ່ລາຄາຕະຫຼາດ. ໃນທາງກົງກັນຂ້າມ, traditional futures contracts ມີກໍານົດເວລາໃນທຸກໆຄໍາສັ່ງ, ເຊິ່ງຈະປິດລົງໂດຍອັດຕະໂນມັດເມື່ອໝົດເວລາ.

ໃນຖານະທີ່ເປັນ decentralized exchange, dYdX ແມ່ນ perpetual markets ເຊິ່ງໃນທີ່ສຸດໄດ້ແຍກອອກໄປເພື່ອ offer spot ແລະ margin trading ໃນ Ethereum layer-1 blockchain ແລະ layer-2 cross-margined perpetuals.

ແຫຼ່ງທີ່ມາ: techcrunch.com
  • ທາງເລືອກການຊື້ຂາຍໃນ dYdX exchange

dYdX ແມ່ນໜຶ່ງໃນ decentralized exchanges ທີ່ offer layer-2 perpetual trading, nonfungible token (NFT) collections ສໍາລັບການສ້າງຊຸມຊົນ ແລະ Ropsten Ethereum testnet ສໍາລັບໂຄງການທີ່ຊອກຫາສະພາບແວດລ້ອມການທົດສອບທີ່ບໍ່ມີຄວາມສ່ຽງ.

ໃນຊ່ວງຫຼາຍປີທີ່ຜ່ານມານີ້, ເນື່ອງຈາກ dYdX ສືບຕໍ່ປະຕິບັດເປົ້າໝາຍຂອງການ decentralizing ຢ່າງເຕັມສ່ວນ, exchange ຈຶ່ງດຳເນີນຕາມເເນວທາງທີ່ຂຶ້ນໃນການອອກຂໍ້ສະເໜີບໍລິການໃໝ່ໆ. dYdX exchange ມີ 4 ຜະລິດຕະພັນທີ່ສໍາຄັນ: ການຊື້ຂາຍຖາວອນ (perpetual trading), ການຄຸ້ມຄອງ (governance), staking ແລະ NFTs.

ທີ່ມາ : https://cutt.ly/A25s0zR

https://cutt.ly/y25s97S
https://cutt.ly/925s8F8
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.