ໃນປັດຈຸບັນ crypto ເປັນທີ່ຮູ້ຈັກຫລາຍໃນກຸ່ມນັກລົງທຶນ ເເລະ ໄວໜຸ່ມທີ່ກຳລັງສຶກສາຮຽນຮູ້ກ່ຽວກັບສະກຸນເງິນ ມີທັງມືໃໝ່ ເເລະ ຜູ້ທີ່ຊຳນານເເລ້ວ. ໃນບາງປະເທດໄດ້ໃຊ້ crypto ເຂົ້າໃນການໃຊ້ຈ່າຍ ຫຼື ເເລກປ່ຽນສິ່ງຂອງຕ່າງໆເເທນທະນະບັດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ມີກຸ່ມຄົນບໍ່ດີທີ່ຄິດຈະຫຼອກລວງ ເເລະ ຕົ້ມຕຸ໋ນເອົາມາເປັນຂອງຕົວເອງດ້ວຍກົນອຸບາຍຕ່າງໆ. ມື້ນີ້ເຮົາຈະທຳຄວາມຮູຈັກວ່າ Crypto scam ເເມ່ນຫຍັງ ລວມເຖິງກົນອຸບາຍ ເເລະ ວິທີປ້ອງກັນຈາກ scamer ເຫຼົົ່ານີ້

Crypto scam ເເມ່ນຫຍັງ?

Crypto Scam ໝາຍເຖິງການກໍ່ອາຊະຍາກໍາໃນວົງການ crypto. ເປັນການກໍ່ອາຊະຍາກຳທາງອິນເຕີເນັດ (Cybercrime). ເຊິ່ງມີຫຼາຍຮູບເເບບລໍ້ລອກໃຫ້ຜູ້ເຄາະຮ້າຍທີ່ເຂົາເຈົ້າເລັງໄວ້ຫຼົງເຊື່ອ ເເລະ ໂອນເງີນ ຫຼື cryptocurrency ທີ່ມີຢູ່ມາເຂົ້າຖົງຂອງຕົວເອງໄດ້ຢ່າງງ່າຍດາຍ.

ເຊີ່ງກົນລະຍຸດໃນການຫຼອກລວງກໍມີຫຼາຍຮູບເເບບ ເຊີ່ງເຮົາໄດ້ຄັດເເຍກ ເເລະ ເເບ່ງອອກເປັນປະເພດໃຫຍ່ໆດັ່ງຕໍ່ໄປນີ້ :

  1. ການລໍ້ລວງດ້ວຍການລົງທືນ (Investment Scams)

ການຫລອກລວງດັ່ງກ່າວມັກຈະມາໃນຮູບແບບຂອງ scammers ເຊິ່ງລໍ້ລວງນັກລົງທຶນໃຫ້ສົ່ງ crypto ກັບ wallets ຂອງເຂົາເຈົ້າ, ເເລ້ວສັນຍາວ່າ “ຈະໄດ້ຮັບຜົນຕອບແທນຢ່າງຫຼວງຫຼາຍ”

scammers ອາດຈະເຂົ້າມາໃນບົດບາດທີ່ແຕກຕ່າງກັນເພື່ອໃຫ້ໄດ້ຮັບຄວາມຫນ້າເຊື່ອຖືຈາກຜູ້ຖືກເຄາະຮ້າຍຂອງເຂົາເຈົ້າ. ຄືກັບການອ້າງວ່າເປັນຜູ້ຈັດການການລົງທຶນທີ່ມີຊື່ສຽງ ຫຼື ເຂົ້າຫາຜູ້ເຄາະຮ້າຍຜ່ານເວັບໄຊນັດພົບອອນລາຍເພື່ອສ້າງຄວາມສະໜິດສະໜົມໃຫ້ຜູ້ເຄາະຮ້າຍໄວ້ໃຈກ່ອນຖືກຊັກຈູງດ້ວຍວິທີຕ່າງໆ, ແຕ່ບໍ່ວ່າຈະເຂົ້າມາດ້ວຍບົດບາດໃດ ພວກເຂົາມັກຈະໃຫ້ຄຳສັນຍາກັບຜູ້ເຄາະຮ້າຍຂອງພວກເຂົາວ່າຖ້າຜູ້ເຄາະຮ້າຍໂອນ Cryptoໃຫ້ ພວກເຂົາຈະໄດ້ຮັບຜົນຕອບແທນຢ່າງຫຼວງຫຼາຍ ຖ້າຜູ້ເຄາະຮ້າຍຫລົງເຊື່ອກໍຕຽມບອກລາ Crypto ທີ່ໂອນໄປໄດ້ເລີຍ.

2. ການຫຼອກລວງເເບບຟິສຊິ່ງ (Phishing Scam)

ການຫລອກລວງຟິສຊິ່ງມັກເປັນທີ່ນິຍົມກັບໃນກຸ່ມຄົນນັກຕົ້ມຕຸ່ນ ພວກເຂົາຕ້ອງການທີ່ຈະເຂົ້າເຖິງລະອຽດບັນຊີລວມທັງລະຫັດລັບຕ່າງໆຂອງຜູ້ເຄາະຮ້າຍ ຫຼື ແມ່ນແຕ່ລະຫັດສ່ວນຕົວຂອງເຂົາເຈົ້າ.

ນັກຕົ້ມຕຸ໋ນປະເພດນີ້ມັກຫຼອກລໍ້ໃຫ້ເຫຍື່ອຄລິກໃສ່ລິ້ງທີ່ມີການເຊື່ອມຕໍ່ກັບເວັບໄຊທ໌ປອມບ່ອນທີ່ພວກເຂົາສາມາດລັກເອົາລາຍລະອຽດບັນຊີຂອງຜູ້ເຄາະຮ້າຍ scammers ອາດຈະ ເເອບອ້າງມາຈາກບໍລິສັດທີ່ມີຊື່ສຽງ ຫຼື ອົງການຈັດຕັ້ງເຊັ່ນ: Amazon, ທະນາຄານ, ບໍລິສັດອື່ນໆ ຫຼື ແມ່ນແຕ່ ອົງການຂອງລັດຖະບານ ດ້ວຍການໂພສລິ້ງລົງສື່ມີເດຍຕ່າງໆ ຫຼື ຕິດຕໍ່ຜູ້ຖືກເຄາະຮ້າຍໂດຍກົງ ໂດຍການສົ່ງອີເມວ ຫຼື ຂໍ້ຄວາມທີ່ບອກວ່າ ທ່ານຕ້ອງການທີ່ຈະຖອນເງິນ ແລ້ວຈະສົ່ງລິ້ງໃຫ້ເພື່ອສະຫນອງການເຊື່ອມຕໍ່ໃຫ້ທ່ານເພື່ອຍົກເລີກການເຮັດທຸລະກໍານັ້ນໆ.

3. ການຫຼອກລວງໂດຍອ້າງວ່າເປັນການອັບເກຣດ (Upgrade scams)

ຊອບແວທີ່ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງກໍແມ່ນອີກກົນອຸບາຍທີ່ scammers ນິຍົມໃຊ້, ເຊິ່ງເຮັດໃຫ້ຄົນຫຼາຍຄົນຄຸ້ນເຄີຍກັບການອັບເກຣດໃນຍຸກດິຈິຕອລຕາຍໃຈ ດັ່ງນັ້ນ, scammers ອາດຈະຫລອກລວງຜູ້ຖື Crypto ໃຫ້ປ້ອນລະຫັດສ່ວນຕົວຂອງພວກເຂົາໂດຍອ້າງວ່າມັນເປັນສ່ວນຫນຶ່ງຂອງ “ການອັບເກຣດ.”

ສໍາລັບການຫຼອກລວງປະເພດນີ້ ຕົວຢ່າງເຊັ່ນ: ໄລຍະການການອັບເກຣດ Ethereum Merge ທີ່ຜ່ານມາ, ເຊິ່ງ Ethereum Foundation ແລະ Robinhood ມີຄວາມກັງວົນຫຼາຍ ຈົນອອກມາປະກາດ​​ເຕືອນ​ວ່າ​ຜູ້​ໃຊ້​ຢູ່​ຊ່ວງ “High alert​”​ ໃຫ້​ລະ​ມັດ​ລະ​ວັງ​ການ​ຖືກ​ຫຼອກ​ລວງ​.

4. ການຫຼອກລວງດ້ວຍ SIM-Swap (SIM-Swap Scams)

ແມ່ນຫນຶ່ງໃນການຫລອກລວງເເບບໃຫມ່ທີ່ແຜ່ຫຼາຍໃນປັດຈຸບັນ. scammers ສາມາດເຂົ້າເຖິງຊິມກາດຂອງຜູ້ເຄາະຮ້າຍ ແລະ ສາມາດລັກຂໍ້ມູນສ່ວນຕົວທັງໝົດຢູ່ໃນໂທລະສັບຂອງຜູ້ເຄາະຮ້າຍໄປໄດ້.

“ຂໍ້ມູນທີ່ຖືກລັກສາມາດເປັນຂໍ້ມູນກ່ຽວກັບລະຫັດການກວດສອບສິດສອງປັດໄຈ (2FA Key) ເພື່ອຢືນຢັນໃນເຂົ້າເຖິງກະເປົາເງິນ Crypto ຂອງຜູ້ຖືກເຄາະຮ້າຍ ແລະ ອາດຈະເປັນລະຫັດຂອງບັນຊີແລກປ່ຽນ crypto ອື່ນໆ. “ເມື່ອເຫດການນີ້ເກີດຂຶ້ນ, ບັນຊີ Crypto ຂອງຜູ້ຖືກເຄາະຮ້າຍສາມາດຖືກແຮັກ ແລະ ລຶບລ້າງໂດຍບໍ່ມີການຕິດຕໍ່ກັບຜູ້ເຄາະຮ້າຍເເມ້ເເຕ່ຄຳດຽວ”

5. Website Trade Crypto Exchanges ເເລະ Crypto Wallets ຂອງປອມ

ຖ້າຫາກທ່ານເປັນຄົນມັກຕິດຕາມ ເເລະ ເບິ່ງສື່ໃນ Social media ຢູ່ເປັນປະຈຳ ທ່ານຈະພົບເຫັນເວັບໄຊທ໌ທີ່ໂຄສະນາ Bitcoin ລາຄາຖືກ (BTC). Martin Leinweber ນັກວິເຄາະດ້ານຜະລິດຕະພັນຊັບສິນດິຈິຕອລຂອງ MarketVector Indexes ໄດ້ອະທິບາຍວ່າ scammers ອາດຈະເຜີຍແຜ່ໂຄສະນາ crypto ທີ່ມີລາຄາຕ່ຳກວ່າ 5% ຂອງມູນຄ່າໃນຕະຫຼາດ ແລະ ສັນຍາກັບຜູ້ຖືກເຄາະຮ້າຍວ່າມັນຈະຊ່ວຍປະຢັດເງິນຫຼາຍຂຶ້ນຖ້າຊື້ Crypto ຜ່ານຊ່ອງທາງພວກເຂົາ, ແຕ່ຜະລິດຕະພັນ Crypto ເຫຼົ່ານີ້ມັກຈະເປັນເເຄ່ພຽງກົນອຸບາຍເທົ່ານັ້ນ.

ຜະລິດຕະພັນ Crypto ປອມດັ່ງກ່າວມັກຈະໃຫ້ຜົນຕອບແທນຢ່າງຫຼວງຫຼາຍໃນການລົງທຶນ ແລະຜູ້ເຄາະຮ້າຍມັກຈະຈ່າຍຄ່າທໍານຽມເບື້ອງຕົ້ນສູງຫຼາຍ ແລະ ມັກຈະຖືກຍົວະຍຸໃຫ້ລົງທຶນຫຼາຍຂື້ນ, ແຕ່ເມື່ອຜູ້ເຄາະຮ້າຍພະຍາຍາມຖອນເງິນຂອງຕົນເອງກໍອາດຈະພົບວ່າເງິນຫາຍໄປໝົດແລ້ວ.

“Crypto wallet ປອມກໍເປັນອີກກົນອຸບາຍຫຼອງລວງຢ່າງໜື່ງທີ່ເປັນປະເພດ Malware” Leinweber ໄດ້ກ່າວວ່າ “scammers ໃຊ້ມັນເພື່ອກະຈາຍ malware ໃນຄອມພິວເຕີ ແລະ ລັກເອົາຂໍ້ມູນສ່ວນຕົວ ຫຼື ລະຫັດຜ່ານຂອງຜູ້ໃຊ້.”

ເພື່ອຫຼີກເວັ້ນການຖືກຫລອກລວງດ້ວຍວິທີນີ້, ນັກລົງທຶນຄວນໃຊ້ກະເປົາເງິນທີ່ນິຍົມ ເເລະ ຮອງຮັບປະກັນເຊີ່ງມັນໄດ້ຮັບຄວາມເຊື່ອຖືຈາກຜູ້ໃຊ້ຈຳນວນຫຼາຍ

“ຖ້າເວັບໄຊທ໌ crypto wallet ປອມກໍາລັງພະຍາຍາມເຮັດໃຫ້ມັນຄ້າຍຄືກັບເວັບໄຊທ໌ເເທ້

ໃຫ້ທ່ານຄວນພິຈາລະນາມັນເປັນເວັບໄຊທ໌ປອມ ແລະ ກົດອອກຈາກຫນ້າເວັບເຫຼົ່ານັ້ນທັນທີ” Leinweber ໄດ້ກ່າວໄວ້

  • ວິທີການຫຼີກເວັ້ນການຫລອກລວງຈາກ Scam crypto
  • ຢ່າຕອບຮັບການຕິດຕໍ່ທີ່ໜ້າສົງໄສ. ບໍ່ວ່າໃຜຕິດຕໍ່ທ່ານຈາກ crypto brokerage ຫຼືສະຖາບັນການເງິນໃດກໍ່ຕາມ, ເເນວທາງການປະຕິບັດທີ່ດີທີ່ສຸດແມ່ນການບໍ່ຕອບກັບ.
  • ກວດສອບເບີ່ງໃຫ້ລະອຽດກ່ອນທີ່ຈະ click . ຢ່າເປີດ hyperlinks ຫຼື ໄຟລ໌ແນບຈາກຜູ້ສົ່ງທີ່ບໍ່ຄຸ້ນເຄີຍ.
  • ນຳໃຊ້ບັນຊີເເຍກຕ່າງຫາກ. ຢ່າເຊື່ອມໂຍງບັນຊີນາຍໜ້າ crypto ແລະ ບັນຊີທະນາຄານເຂົ້ານຳກັນ ຫຼື ລະຫັດດຽວກັນ.
  • ເເຈ້ງລະງັບບັນຊີທັນທີ, ຖ້າທ່ານໄດ້ຮັບແຈ້ງການກ່ຽວກັບກິດຈະກໍາທີ່ຜິດປົກກະຕິໃນບັນຊີ, ຢ່າລໍຖ້າທີ່ຈະລະງັບບັນຊີ ໃຫ້ທ່ານລະງັບບັນຊີ ເເລ້ວກວດສອບທັນທີກ່ອນທີ່ຈະຖືກໂກງ
  • ໃຊ້ບໍລິການນຳບໍລິສັດທີ່ມີຊື່ສຽງ. ເພື່ອຮັບປະກັນຂໍ້ມູນຂອງທ່ານ ແລະ ຄວາມປອດໄພ crypto, ໃຊ້ກະເປົາເງິນຈາກບໍລິສັດທີ່ມີຊື່ສຽງ.
  • ຊອກຫາ HTTPS. HTTPS ເເທນທີ່ຈະເປັນ HTTP ໃນການແລກປ່ຽນ crypto ຫຼື URL wallet ຊີ້ບອກວ່າເວັບໄຊທ໌ໄດ້ຮັບການສົ່ງຂໍ້ມູນທີ່ປອດໄພ ແລະ ມີການເຂົ້າລະຫັດຢືນຢັນນ.

ທີ່ມາ :

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.