ໃນຂະນະທີ່ໂລກທາງດ້ານການເງິນ Crypto ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ ກໍໄດ້ເກີດມີຫຼາຍຊ່ອງທາງທີ່ຈະເຂົ້າເຖິງສິນຊັບດິຈິຕອລເຫຼົ່ານີ້. ທ່ານສາມາດຊື້-ຂາຍ ຫຼື ເກັງເອົາກໍາໄລຈາກມັນໄດ້, ຢ່າງໃດກໍຕາມ ຂະບວນການທັງໝົດເຫຼົ່ານີ້ຕ້ອງໃຊ້ເວລາ, ຄວາມພະຍາຍາມ ແລະ ສໍາຄັນທີ່ສຸດແມ່ນ “ເງິນ” 

ຈະດີກວ່າບໍ່ ຖ້າມີວິທີທີ່ບໍ່ຕ້ອງອາໄສເວລາ ແລະ ເງິນໃນການເຂົ້າເຖິງ Cryptocurrencies ເຫຼົ່ານີ້?  

ມື້ນີ້ເຮົາມີເລື່ອງກ່ຽວກັບກ໊ອກນ້ຳມະຫັດສະຈັນມາບອກ! ໄປພົບກັບ “Crypto Faucet, faucet magic ຂອງໂລກ Crypto” ກັນເລີຍ. 

  • Crypto Faucet ແມ່ນຫຍັງ? 

Crypto Faucet ແມ່ນເວັບໄຊທ໌ ຫຼື ແອັບພລິເຄຊັນທີ່ຈະໃຫ້ຫຼຽນ Crypto ຈໍານວນນ້ອຍໆເປັນຮາງວັນໃຫ້ສໍາລັບຜູ້ໃຊ້ງານທີ່ເຮັດພາລະກິດທີ່ກໍານົດໃຫ້ໄດ້ສຳເລັດ. ໂດຍປຽບທຽບກັບການຫຍົດລົງຂອງນໍ້າຈາກກ໊ອກນໍ້າທີ່ຮົ່ວ. ເມື່ອເກີດການສະສົມນ້ຳໃນປະລິມານທີ່ໜ້ອຍ ຫຼາຍໆເທື່ອກໍຈະມີນ້ຳເຕັມແກ້ວໃນທີ່ສຸດ. 

  • Crypto Faucet ເຮັດວຽກແນວໃດ? 

Crypto Faucet ໄດ້ຖືກປະດິດຂື້ນມາໃຫ້ມີຄວາມງ່າຍ, ຄວາມສະດວກສະບາຍ ແລະ ຜູ້ໃຊ້ມີຄວາມຖືກໃຈຕັ້ງເເຕ່ຄັ້ງທໍາອິດທີ່ໃຊ້ງານ, ເຊິ່ງຜູ້ໃຊ້ຈໍາເປັນຕ້ອງລົງທະບຽນ ແລະ ສ້າງບັນຊີກັບເເພລັດຟອມການບໍລິການສິນຊັບດິຈິຕອລ. ເຊິ່ງຈະມາໃນຮູບແບບຂອງເວັບໄຊທ໌ ຫຼື application. ໂດຍພວກເຂົາຈະໃຫ້ ເຮັດພາລະກິດງ່າຍໆ ເພື່ອແລກກັບ Crypto ຈໍານວນໜຶ່ງ ໂດຍທ່ານຈະຕ້ອງມີກະເປົາເງິນດິຈິຕອລໃນການຮອງຮັບຫຼຽນ Crypto ດັ່ງກ່າວ. 

ນອກຈາກນີ້ຍັງມີພາລະກິດທີ່ພວກເຮົາທຸກຄົນຄຸ້ນເຄີຍເຊັ່ນ: ເບິ່ງວິດີໂອ, ເບິ່ງໂຄສະນາ, ອ່ານບົດຄວາມ, ການ​ຫຼິ້ນ​ເກມ ​ແລະ ​ການ​ເຮັດເເບບສອບຖາມ… ໂດຍປົກກະຕິແລ້ວຈະໃຊ້ເວລາບໍ່ດົນຫຼາຍ. 

  • ຂໍ້ຄວນ​ຮູ້ 

ເມື່ອມີການສະສົມຫຼຽນຮາງວັນໄປເລື້ອຍໆ, ຈໍານວນຂອງຫຼຽນກໍ່ເພີ່ມຂຶ້ນ ແລະ ມີມູນຄ່າຫຼາຍກ່ວາທີ່ທ່ານຄາດບໍ່ເຖິງ. ຢ່າງໃດກໍ່ຕາມ, ເມື່ອຖອນຫຼຽນອອກມາອາດຈະມີການກຳນົດຂັ້ນຕໍ່າ ຂຶ້ນຢູ່ກັບນະໂຍບາຍຂອງເເພລັດຟອມນັ້ນໆ. 

  • ຂໍ້ຄວນລະວັງ 

ຜູ້ໃຊ້ຄວນຈະລະມັດລະວັງໃນການເຂົ້າເຮັດພາລະກິດຕ່າງໆທີ່ສະເໜີຮາງວັນໃຫ້ເປັນ Crypto , ເພາະອາດເປັນມິດສາຊີບທີ່ອາດຈະພະຍາຍາມຫຼອກລວງໃຫ້ພວກເຮົາກົດ link ຫຼື ໃສ່ຂໍ້ມູນສ່ວນຕົວບາງຢ່າງທີ່ສາມາດນໍາໄປໃຊ້ໃນທາງທີ່ຜິດ, ດັ່ງນັ້ນ ຄວນສຶກສາຂໍ້ມູນ ເເລະ ກວດສອບທີ່ມາຂອງພາລະກິດເຫຼົ່ານັ້ນໃຫ້ດີໆ. 

ທີ່ມາ : https://cutt.ly/r0UjRjY  

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

#Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.