ສຳລັບມືໃໝ່ທີ່ກຳລັງຮຽນຮູ້ກ່ຽວກັບການລົງທຶນສະກຸນເງິນດິຈິຕອລ, ມື້ນີ້ເຮົາຈະພາມາທຳຄວາມຮູ້ຈັກກ່ຽວກັບ 10 ຄຳສັບໃນໂລກເເຫ່ງການລົງທຶນ Crypto ວ່າມີຫຍັງເເນ່ ໄປເບິ່ງກັນເລີຍ.

Altcoin

Altcoin ແມ່ນການລວມກັນຂອງຄຳ Alternative (ທາງເລືອກ) + coin (ຫຼຽນ) = Altcoin (ຫຼຽນທາງເລືອກ), ໝາຍເຖິງສະກຸນເງິນອື່ນໆທີ່ເກີດຂຶ້ນຫຼັງຈາກ Bitcoin ເຮັດວຽກຢູ່ໃນລະບົບ Blockchain ເຊັ່ນ ETH, XRP, BNB ແລະ ADA.

  • Fiat

ເງິນ Fiat ຫຼື Fiat Money ເເມ່ນເງິນທີ່ເຮົາໃຊ້ໃນຊີວິດປະຈຳວັນ, ຈັບຕ້ອງໄດ້, ສາມາດນຳໄປຊໍາລະໜີ້ໄດ້ຕາມເງື່ອນໄຂຂອງລັດຖະບານ ຫຼື ກົດໝາຍເຊັ່ນ KIP, USD, EURO ເເລະອື່່ນໆ

  • All-time high & All-time low

All-time high ໝາຍເຖິງລາຄາສູງສຸດຂອງທຸກເວລານັບຕັ້ງເເຕ່ສິນຊັບນັ້ນເຂົ້າສູ່ຕະຫຼາດ

All-time low ໝາຍເຖິງລາຄາຕໍ່າສຸດຂອງທຸກເວລານັບຕັ້ງເເຕ່ສິນຊັບນັ້ນເຂົ້າສູ່ຕະຫຼາດ (ກົງກັນຂ້າມກັບ All-time high).

  • Bull Market

Bull Market ຫຼື ຕະຫຼາດກະທິງ ໝາຍເຖິງພາວະທີ່ສິນຊັບໃນຕະຫຼາດມີການຊື້ຂາຍຫຼາຍ, ສະພາບຄ່ອງສູງ ແລະ ໝັ້່ນໃຈວ່າຕະຫຼາດຈະສືບຕໍ່ເປັນແບບນີ້ ເຮັດໃຫ້ລາຄາສິນຊັບສືບຕໍ່ເພີ່ມຂຶ້ນ.

  • Bear Market

Bear Market ຫຼື ຕະຫຼາດໝີ ໝາຍເຖິງສະພາບທີ່ຊັບສິນໃນຕະຫຼາດມີປະລິມານການຊື້ຂາຍທີ່ຊ້າລົງ ຄວາມເຊື່ອໝັ້ນໃນຕະຫຼາດ ແລະ ສິນຊັບຕ່ໍາ ນັກລົງທຶນເບິ່ງເຫັນລາຄາໃນທາງລົບ. ສົ່ງຜົນໃຫ້ລາຄາຍັງສືບຕໍ່ຫຼຸດລົງເປັນເວລາດົນນານ.

  • ຄ່າ Gas

    ຄ່າ Gas ໝາຍເຖິງຄ່າທໍານຽມ ຫຼື ມູນຄ່າຂອງການເຮັດທຸລະກໍາໃນເເພລັດຟອມ blockchain. ເຊິ່ງຄ່າ Gas ແມ່ນໜື່ງໃນຄ່າໃຊ້ຈ່າຍຂອງການຊື້ຂາຍທີ່ນັກລົງທຶນບໍ່ຄວນເບິ່ງຂ້າມ! (ອາດຈະຂາດທຶນໂດຍບໍ່ຮູ້ຕົວ)

  • Bitcoin Halving

Bitcoin halving ໝາຍເຖິງລະບົບ Bitcoin ທີ່ຈະລົດຄວາມສາມາດໃນການຜະລິດ ຫຼືຄວາມສາມາດໃນການຂຸດ Bitcoin ລົງເຄິ່ງໜຶ່ງ, ເຊິ່ງເກີດຂື້ນທຸກໆສີ່ປີ.

  • NFT (Non-Fungible Token)

NFT (Non-Fungible Token) ໝາຍຄວາມວ່າເປັນໂທເຄັນທີ່ບໍ່ສາມາດເເລກປ່ຽນໄດ້. ເຊິ່ງເຮົາຂໍຂະຫຍາຍຄວາມວ່າ NFT ເປັນຊັບສິນດິຈິຕອນທີ່ເກັບຂໍ້ມູນໃນ blockchain. ໂດຍສິນຊັບດັ່ງກ່າວບໍ່ສາມາດແລກປ່ຽນຫຼືທົດແທນກັນໄດ້ຫຼືກໍຄືມີພຽງຊິ້ນດຽວໃນໂລກນັ້ນເອງ. ເຖິງແມ່ນວ່າຊັບສິນຈະເບິ່ງຄືກັນ ກໍບໍ່ໄດ້ໝາຍຄວາມວ່າຈະມີລາຄາເທົ່າກັນ.

  • DeFi (Decentralized Finance)

DeFi (Decentralized Finance) ໝາຍເຖິງການບໍລິການທາງດ້ານການເງິນທີ່ບໍ່ມີຕົວກາງ. ​ເຮັດ​ໃຫ້​ເກີດ​ການ​ແຜ່​ຂະຫຍາຍ​ອຳນາດຂຶ້ນ ໂດຍໃຊ້ສະກຸນເງິນດິຈິຕອລ ແລະດໍາເນີນລະບົບດ້ວຍ  Smart Contract ໃນເທັກໂນໂລຍີ Blockchain.

Whale

Whale ແມ່ນຄໍາທີ່ໃຊ້ເອີ້ນເເທນຜູ້ຖືຫຼຽນລາຍໃຫຍ່ທີ່ຖືຫຼຽນຈໍານວນຫຼາຍ. ການຊື້ ແລະຂາຍຂອງ Whale ມັກຈະສົ່ງຜົນກະທົບຕໍ່ການປ່ຽນແປງລາຄາບໍ່ວ່າຈະໂດຍກົງຫຼືທາງອ້ອມ. ເອີ້ນໄດ້ວ່າ, ການຕັດສິນໃຈຂອງ whale ອາດຈະເພີ່ມຂຶ້ນ ຫຼືຫຼຸດການຜັນຜວນຂອງຕະຫຼາດແລະສະພາບຄ່ອງໄດ້.

ທີ່ມາ : https://cutt.ly/LMj5Cj9

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.