ເເນວຮັບ ເເລະ ເເນວຕ້ານ ເປັນເລື່ອງພຶ້ນຖານໃນການວິເຄາະທາງເທັກນິກທີ່ນັກເທຣດທຸກຄົນຄວນຮູ້ຈັກ ເເລະຕ້ອງເຂົ້າໃຈ ເພາະມັນເປັນເຄື່ອງມືທີ່ສຳຄັນໃນການອ່ານເເຜນພູມລາຄາຢ່າງຖືກຕ້ອງ ຊ່ວຍໃຫ້ນັກເທຣດເບີ່ງເຫັນທິດທາງຂອງກຣາຟລາຄາໃນ Crypto ຫຼື ຮຸ້ນທີ່ເຮົາຈະເຂົ້າໄປເທຣດນັ້ນຈະໄປໃນທິດທາງໃດ ຫຼື ມີເເນວໂນ້ມທີ່ຈະເຄື່ອນໄຫວໄປໃນທິດທາງໃດຕໍ່

ໂດຍສະເພາະຖ້ານັກເທຣດໜ້າໃໝ່ໃນຕະຫລາດ, ນີ້ແມ່ນສິ່ງສໍາຄັນທີ່ຄວນຮູ້ເພື່ອໃຊ້ໃນການວາງແຜນການຊື້ຂາຍ ແລະຊອກຫາຈຸດເຂົ້າ, ບໍ່ວ່າຈະເປັນການຂາຍ ຫຼື ຊື້, ທີ່ໄດ້ປຽບຈາກການເບິ່ງເເນວຮັບ ເເລະເເນວຕ້ານ ເເຕ່ກວ່າຈະຊຳນານກໍຕ້ອງໃຊ້ເວລາຝຶກຝົນຂ້ອນຂ້າງດົນ.

  • ເເນວຮັບ (Support) ເເມ່ນຫຍັງ ?

ໃນຊ່ວງຂາ​ລົງ, ລາ​ຄາຈະ​ຫຼຸດ​ລົງ​ເນື່ອງ​ຈາກ​ວ່າ​ມີ​ການຂາຍຫຼາຍກວ່າການຊື້. ຍິ່ງເຮັດໃຫ້ລາຄາຕ່ຳລົງ ເຮັດໃຫ້ມີຄວາມສົນໃຈຫຼາຍສໍາລັບຜູ້ທີ່ລໍຖ້າຊື້ຮຸ້ນຢູ່ເເບບໃກ້ຊິດ.

ໃນບາງລະດັບ ຄວາມຕ້ອງການເພີ່ມຂຶ້ນຢ່າງຊ້າໆ ຈະເພີ່ມຂຶ້ນໃນລະດັບທີ່ສອດຄ່ອງກັບການຂາຍອອກ, ໃນເວລານັ້ນລາຄາຈະຢຸດຫຼຸດລົງ ນີ້ແມ່ນເເນວຮັບ

ເເນວຮັບສາມາດເປັນລະດັບລາຄາໃນເເຜນພູມ ຫຼື ໂຊນລາຄາ. ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ ເເນວຮັບແມ່ນພື້ນທີ່ຢູ່ເທີງກຣາຟທີ່ສະແດງໃຫ້ເຫັນເຖິງຄວາມເຕັມໃຈຂອງຜູ້ຊື້.

ໃນລະດັບນີ້ ກຳລັງຊື້ຈະຫຼາຍກວ່າກຳລັງຂາຍ ເຮັດໃຫ້ລາຄາຫຼຸດລົງເພື່ອຢຸດ ແລະຍ້ອນກັບ.

  • ເເນວຕ້ານ (Resistant) ເເມ່ນຫຍັງ?

ເເນວຕ້ານກົງກັນຂ້າມກັບເເນວຮັບ ເພາະລາຄາຈະເພີ່ມຂຶ້ນເມື່ອມີການຊື້ຫຼາຍກວ່າຂາຍອອກ, ເມື່ອລາຄາຢູ່ໃນລະດັບທີ່ສູງກໍຈະເຖິງຈຸດທີ່ການຂາຍຈະຫຼາຍກວ່າຄວາມຕ້ອງການທີ່ຈະຊື້. ສິ່ງເຫຼົ່ານີ້ເກີດຂຶ້ນໄດ້ຫຼາຍສາເຫດ ອາດເປັນໄປໄດ້ວ່າເທຣດເດີໄດ້ກຳນົດລາຄາທີ່ສູງເກິນໄປ ຫຼື ເພື່ອທີຈະບັນລຸເປົ້າໝາຍ, ເຮັດໃຫ້ຜູ້ທີເລີ່ມຈະເຂົ້າຊື້ມີຄວາມບໍ່ພໍໃຈເນື່ອງຈາກລາຄາທີ່ສູງເກີນໄປ.

ມີຫຼາຍໆເຫດຜົນ ເເຕ່ຜູ້ທີ່ຊຽວຊານທາງດ້ານເບີ່ງກຣາຟຈະສາມາດເຫັນໄດ້ຊັດເຈນວ່າລະດັບທີ່ກຳລັງເເຮງຊື້ຫຼາຍກວ່າກຳລັງເເຮງຂາຍ.

  • ວິທີການຕີເເນວຮັບ (Support)

ວິທີການຕີການເເນວຮັບແມ່ນເຮົາຈະຕີເສັ້ນແນວນອນຢູ່ລຸ່ມແຖບລາຄາ ໂດຍ ສາມາດຕີໄດ້ທີ່ໄສ້ທຽນ ຫາກລາຄາລົງມາເຖິງເເນວຮັບ ແລະບໍ່ສາມາດຮັບໄດ້ລາຄາຈະທະລຸລົງຕໍ່ ແຕ່ຖ້າຮັບໄດ້ລາຄາກໍຈະເດັ້ງກັບຂຶ້ນໄປ.

  • ວິທີການຕີເເນວຕ້ານ (resistance)

ວິທີການຕີເເນວຕ້ານ ແມ່ນເຮົາຈະຕີເສັ້ນແນວນອນຢູ່ເທິງແຖບລາຄາ ໂດຍສາມາດຕີໄດ້ທີ່ໄສ້ທຽນ, ຫາກລາຄາຂຶ້ນມາເຖິງເເນວຕ້ານທີ່ຕີໄວ້ ເເລ້ວບໍ່ສາມາດຜ່ານໄປໄດ້ລາຄາກໍຈະກັບລົງມາ ແຕ່ຖ້າສາມາດສືບຕໍ່ໄປໄດ້ລາຄາຈະສືບຕໍ່ເພີ່ມຂຶ້ນ.

  • ເເນວຮັບ ເເລະ ເເນວຕ້ານ ມີປະໂຫຍດຍັງໃນການເທຣດ?

ມັນຊ່ວຍໃຫ້ພວກເຮົາເຫັນໂຊນລາຄາທີ່ພວກເຮົາຄວນຈະເທຣດ ເພື່ອໃຫ້ໄດ້ລາຄາທີ່ດີທັງ long ແລະ short, ພວກເຮົາຈະເບິ່ງເຫັນວ່າໂຊນໃດທີ່ລາຄາມີໂອກາດທີ່ຈະເພີ່ມຂຶ້ນຫຼືຫຼຸດລົງ ເເລະຍັງຊ່ວຍໃຫ້ເຮົາເຫັນຮູບເເບບການເຄື່ອນທີ່ຂອງລາຄາກຳລັງໄປໃນທິດທາງໃດ. ຍັງສາມາດໃຊ້ປະກອບຄູ່ກັບວິທີການເທຣດໃນຮູບເເບບອື່ນເພື່ອຫາຈັງຫວະໃນການເຂົ້າເທຣດ ບໍ່ວ່າຈະເປັນການໃຊ້ຮ່ວມກັບ Indicators ຫຼືການໃຊ້ງານຮ່ວມກັບຮູບເເບບເເທ່ງທຽນຕ່າງໆ.

ບໍ່ວ່າຈະເປັນໜ້າໃໝ່ ຫຼືໜ້າເກົ່າ ການທີ່ເຮົາສຶກສາກ່ຽວກັບເເນວຮັບ ເເລະ ເເນວຕ້ານ ລວມເຖິງກຣາຟຕ່າງໆໄດ້ຢ່າງຖ່ອງເເທ້ ມັນຈະຊ່ວຍໃຫ້ເຮົາສ່ຽງໜ້ອຍລົງ ເເລະໄດ້ຮັບຜົນຕອບເເທນຫຼາຍຂຶ້ນ ເພາະທຸກການລົງທືນມີຄວາມສ່ຽງຈຳເປັນຕ້ອງໄດ້ສຶກສາຫາຂໍ້ມູນໃນການລົງທຶນທີ່ເຮົາກຳລັງເລັງຢູ່ຢ່າງລະອຽດ ລວມໄປເຖີງກົນລະຍຸດຕ່າງໆ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ອາດເກີດຂຶ້ນໄດ້.

ທີ່ມາ : https://cutt.ly/G1DgnJo

https://cutt.ly/a1DgRYC
https://cutt.ly/A1DgITB

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.