ຈາກປີທີ່ຜ່ານມາຈົນເຖີງປິ 2022 ນີ້ NFT ໄດ້ມີກະເເສທີ່ຖືກເວົ້າເຖີງຫຼາຍເເລະມີຄົນໃຫ້ຄວາມສົນໃຈບໍ່ໜ້ອຍໃນ NFT ທີ່ກ່ຽວຂ້ອງກັບງານສິລະປະ ຫຼື NFT Art, ດັ່ງນັ້ນໃນບົດຄວາມນີ້ພວກເຮົາຈະເບິ່ງວ່າ NFT Art ແມ່ນຫຍັງແລະມັນແຕກຕ່າງຈາກສິລະປະໃນໂລກທີ່ແທ້ຈິງເເນວໃດ?

  • NFT Art ເເມ່ນຫຍັງ?

NFT Art ແມ່ນງານສິລະປະໃນຮູບແບບຂອງ NFT (Non-Fungible Token). NFT ແມ່ນຖືວ່າເປັນ token ປະເພດໜຶ່ງທີ່ມີຄຸນສົມບັດທີ່ເປັນເອກະລັກ. ໂດຍແຕ່ລະ token ເເມ່ນຈະບໍ່ສາມາທົດເເທນກັນໄດ້, ເຮັດໃຫ້ NFT ນັນເປັນ token ທີ່ໃຊ້ສະເເດງເຖິງຄວາມເປັນເຈົ້າຂອງຂອງງານສິນລະປະດິຈິຕອລໄດ້.

ເອີ້ນໄດ້ວ່າ NFT Art ຫຼືຊື່ທີ່ນິຍົມອີກຊື່ໜື່ງແມ່ນ Crypto Art, ໄດ້ເຂົ້າມາເຮັດໃຫ້ສິລະປະມີຄວາມໜ້າສົນໃຈຫຼາຍຂຶ້ນ. ເນື່ອງຈາກມີການນຳເທັກໂນໂລຍີ blockchain ໄດ້ເຂົ້າມາຊ່ວຍເພື່ອຊ່ວຍບັນທຶກຄວາມເປັນເຈົ້າຂອງ ແລະເພີ່ມຄວາມໂປ່ງໃສຂອງສິນລະປະ. ທ່ານສາມາດກວດເບິ່ງວ່າວຽກງານໃດເປັນຈິງ, ໃຜເປັນຜູ້ສ້າງ? ລວມທັງການກວດສອບການເຮັດທຸລະກໍາການຊື້ຂາຍຜົນງານໄດ້ຢ່າງຄົບຖ້ວນ

  • ຄວາມເເຕກຕ່າງລະຫວ່າງ NFT Art ເເລະສິນລະປະໃນໂລກຈິງ

1. ລັກສະນະທາງກາຍຍະພາບ

ແນ່ນອນວ່າງານສິລະປະໂລກຕົວຈິງທີ່ສະແດງຢູ່ໃນຫໍພິພິທະພັນແມ່ນເປັນຊັບສິນທີ່ສາມາດຈັບຕ້ອງໄດ້. ເຮົາສາມາດໄປເບິ່ງມັນດ້ວຍຕາຂອງພວກເຮົາໃນພິພິທະພັນ, ຕ່າງຈາກງານ NFT Art ທີ່ຂາຍໃນໂລກ crypto, ມັນເປັນຊັບສິນດິຈິຕອລທີ່ບໍ່ສາມາດຈັບຕ້ອງໄປ.

2. ການເກັບຮັກສາ

ຖ້າ​ເຮົາ​ໄປ​ຊື້​ສິນ​ລະ​ປະ​ທີ່​ເປັນ Physical ຈັບຕ້ອງໄດ້​ຈາກ​ນັກ​ສິ​ລະ​ປິນ. ເຊີ່ງຈະຕ້ອງໄດ້ມີການເກັບຮັກສາດູແລເບິ່ງແຍງມັນບໍ່ໃຫ້ມັນເປ່ເພເສຍຫາຍເຊັ່ນ: ສີຫຼຸດຫຼ້ອນ ຫຼື ປ້ອງກັນຈາກສັດນ້ອຍ ແລະແມງໄມ້ຕ່າງໆ, ເຊິ່ງນີ້ແມ່ນສິ່ງທີ່ເຮັດໃຫ້ມີຄ່າໃຊ້ຈ່າຍໃນການເກັບຮັກສາ.

ສ່ວນ NFT Art, ພວກເຮົາບໍ່ຈໍາເປັນຕ້ອງກັງວົນກ່ຽວກັບການເສື່ອມສະພາບຂອງຜົນງານ. ເນື່ອງຈາກວ່າຜົນງານແມ່ນຢູ່ໃນຮູບແບບດິຈິຕອນທີ່ເກັບໄວ້ໃນ blockchain. ແຕ່ຈະຕ້ອງຄຳນຶງເຖິງເລື່ອງການເກັບຮັກສາໃຫ້ປອດໄພໃນໂລກ crypto.

3. ການຖືກປອມແປງ

ງານສິນລະປະໂລກທີ່ແທ້ຈິງສາມາດຖືກປອມແປງໄດ້ງ່າຍເເລະພວກເຮົາຍາກທີ່ຈະກວດສອບ, ແຕ່ພໍເປັນ NFT Art ທີ່ຢູ່ໃນ blockchain ງານສິນລະປະນັ້ນຈະບໍ່ສາມາດຖືກປ່ຽນແປງ ຫຼືປອມແປງໄດ້.

4. ການກວດສອບຄວາມເປັນເຈົ້າຂອງ

ດັ່ງ​ທີ່​ກ່າວ​ມາ​ໃນ​ຂໍ້ 3, ເລື່ອງ​ກວດ​ສອບ​ຄວາມ​ເປັນ​ເຈົ້າ​ຂອງ​​ງານ​ສິ​ລະ​ປະ​ທາງທີ່ເປັນ Physical ຈະໄດ້ຂ້ອນຂ້າງຍາກ ຕ້ອງອາໄສຜູ້ຊ່ຽວຊານ ແລະຜູ້ທີ່ມີສ່ວນຮ່ວມໃນງານສິນລະປະເພື່ອຊ່ວຍຢືນຢັນຄວາມຖືກຕ້ອງ.

ເທັກໂນໂລຍີ Blockchain ໄດ້ເຮັດໃຫ້ການກວດສອບງ່າຍຂຶ້ນແລະມີຄວາມໂປ່ງໃສໃນການຢັ້ງຢືນຄວາມເປັນເຈົ້າຂອງ, ເພາະເຮົາສາມາດຮູ້ໄດ້ເລີຍວ່າຜົນງານນັ້ນຖືກສ້າງຂື້ນຕອນໃດ, ສ້າງຂຶ້ນໂດຍໃຜ ແລະເມື່ອຜົນງານນັ້ນຖືກຂາຍອອກໄປເເລ້ວ ກໍ່ສາມາດກວດສອບໄດ້ເຊັ່ນດຽວກັນວ່າຜູ້ຊື້ຫຼືຜູ້ທີ່ໄດ້ຮັບກຳມະສິດນັ້ນແມ່ນໃຜ.

ທັ້ງນີ້ງານສິນລະປະ NFT ແມ່ນຖືວ່າມີຄວາມໜ້າສົນໃຈຫຼາຍ. ມັນເປັນອີກໜື່ງຊ່ອງທາງທີ່ສິລະປິນສາມາດເຂົ້າມາເພື່ອສ້າງຜົນງານຂອງເຂົາເຈົ້າແລະສ້າງລາຍໄດ້ໃນໂລກ crypto.

ທີ່ມາ : https://cutt.ly/3MUCzCj

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.