5 ຫຼຽນທີ່ໜ້າສົນໃຈ ເເລະ ເປັນທີ່ຈັບຕາເບິ່ງໃນປີ 2023 ວ່າຈະມີຫຼຽນໃດເເດ່ ໄປເບິ່ງກັນເລີຍ!

  • Bitcoin (BTC)

ພະເອກຂອງຕະຫຼາດ cryptocurrency ໂດຍມີ Market Cap ສູງສຸດ ແລະ Use Case ລະດັບປະເທດ, ບໍ່ວ່າຈະໃຊ້ເປັນເງິນທີ່ສາມາດໃຊ້ຊຳລະໜີ້ໄດ້ຕາມກົດໝາຍ (Legal Tender)ໃນປະເທດ El Salvador ແລະ ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ​, ເປັນ​ຮູບ​ແບບ​​ການຮັບ​ຊໍາ​ລະເງິນທີ່ຖືກຕ້ອງຕາມກົດໝາຍ (Payment Method) ໃນປະເທດ Brazil​.

ບໍ່ດົນມານີ້, BIS (Bank for International Settlements) ໄດ້ອະນຸຍາດໃຫ້ທະນາຄານກາງແຫ່ງຊາດສາມາດເກັບຮັກສາ Bitcoin (BTC) ເປັນເງິນຄັງສຳຮອງໄດ້ເຖິງ 2%.

ສາມາດເວົ້າໄດ້ວ່າຕະຫຼາດໝີຮອບນີ້, Bitcoin ມີ Use Case ເກີດຂຶ້ນຫຼາຍ ແລະ ນັກລົງທຶນສ່ວນໃຫຍ່ເຫັນວ່າກາງປີ 2023 ເປັນເວລາທີ່ຈະສະສົມ BTC ກ່ອນການ Halving ຈະມາເຖິງໃນປີ 2024.

  • Ethereum (ETH)

ອີກໜຶ່ງຫຼຽນ crypto ທີ່ໄດ້ຮັບຄວາມນິຍົມເປັນອັນດັບ 2 ຮອງຈາກ bitcoin ເເລະ ເປັນ altcoin ອັນດັບ 1 ໃນຕະຫຼາດ, ເປັນ Utility Token ຂອງ Ethereum smart contract blockchain, ເປັນ blockchain ທີ່ມີ Use Case ຫຼາຍທີ່ສຸດ ເມື່ອປຽບທຽບກັບ Altcoins ອື່ນໆໃນຕະຫຼາດ.

ໃນປີ 2022 ທີ່ຜ່ານມາ, Ethereum (ETH) ໄດ້ເປີດຕົວການອັບເກຣດຄັ້ງໃຫຍ່ຄື The Merge, ເຊິ່ງເປັນການຍົກລະດັບທີ່ມີການປ່ຽນແປງກົນໄກການເຫັນດີຂອງ blockchain ຈາກ (PoW Proof of Work) ເປັນ PoS (Proof of Stake) ຊ່ວຍຫຼຸດຜ່ອນການໃຊ້ພະລັງງານເຖິງ 99%.

ນອກຈາກນັ້ນ, ຜູ້ພັດທະນາຫຼັກຂອງ Ethereum ກໍາລັງຕັ້ງເປົ້າສຳລັບການອັບເກຣດຄັ້ງໃໝ່ທີ່ມີຊື່ວ່າ “Shanghai” ຫຼື EIP-4895, ເຊິ່ງຈະເພີ່ມຄຸນສົມບັດການຖອນ ETH ທີ່ Stake ໄວ້ກັບ Validator ໃນເດືອນມີນາ 2023. ຖືວ່າເປັນອີກຫຼຽນ Crypto ທີ່ໜ້າສົນໃຈ ເເລະ ໜ້າຈັບຕາໃນປີ 2023.

  • Chainlink (LINK)

Oracle Blockchain Infrastructure Token ເຮັດໜ້າທີ່ເປັນຕົວນໍາຂອງຂໍ້ມູນຕ່າງໆຈາກໂລກພາຍນອກ blockchain (Off-chain Information) ເຂົ້າໄປໃນ Smart Contract ຫຼື ເປັນຕົວກາງເຊື່ອມຕໍ່ຂໍ້ມູນໃນໂລກທີ່ແທ້ຈິງກັບໂລກ blockchain ນັ້ນເອງ.

Chainlink (LINK) ແມ່ນ blockchain ທີ່ນໍາເອົາຂໍ້ມູນລາຄາໃນເວລາທີ່ແທ້ຈິງ (Real-Time) ເຂົ້າສູ່ blockchain. ນີ້ແມ່ນສິ່ງສໍາຄັນສໍາລັບການສະຫຼັບ token ໃຫ້ໄດ້ລາຄາທີ່ຖືກຕ້ອງ ຫຼື ອັບເກຣດ token ໃນ On-chain ທີ່ຕິດຕາມລາຄາຂອງຮຸ້ນໃນໂລກຄວາມເປັນຈິງ.

  • Polkadot (DOT)

ເເພລັດຟອມ blockchain ທີ່ມີຈຸດປະສົງເພື່ອເຊື່ອມຕໍ່ blockchain ຫຼາຍໆອັນເຂົ້າຮ່ວມກັນ. ຈາກເເນວຄິດທີ່ວ່າ ໂລກເກີດຂຶ້ນຈາກ ‘ຈຸດ’ ຫຼາຍໆຈຸດມາຮ່ວມກັນເປັນອັນດຽວ. ດັ່ງນັ້ນ Polkadot (DOT) ຈຶ່ງຖືກພັດທະນາເພື່ອເປັນຂົວເຊື່ອມຕໍ່ ‘ຈຸດ’ ທີ່ຕ່າງໆ ຫຼື blockchain ທີ່ຖືກສ້າງຂື້ນເພື່ອຈຸດປະສົງສະເພາະຕົວ ໃຫ້ສາມາດເຮັດວຽກຮ່ວມກັນໄດ້ກັບ blockchain ອື່ນໆອີກຈໍານວນຫຼາຍ.

  • Uniswap (UNI)

ຜູ້ນໍາດ້ານ DEX (Decentralized Exchange) ຫຼື Decentralized digital asset trading platform ທີ່ Smart Contract ເພື່ອດໍາເນີນການ. ​ປະ​ຕິ​ເສດ​ບໍ່ໄດ້ວ່າ​ ຈາກເຫດການຄວາມວຸ່ນວາຍຂອງມະຫາກາບຂອງ CEX (Centralized Exchange) ອັນດັບ 1 ແລະ ອະດີດອັນດັບ 2 ໃນໂລກເຊັ່ນ Binance ແລະ FTX ໃນປີ2022, ໄດ້ເຮັດໃຫ້ເເພລັດຟອມ DEX ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ.

ທີ່ມາ : https://cutt.ly/g2X37e7

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.