ວັດທະຈັກຂອງຕະຫຼາດເເມ່ນຫຍັງ?

ວັດທະຈັກຂອງຕະຫຼາດ ຫຼື ທີ່ເອີ້ນວ່າວັດທະຈັກຂອງຕະຫຼາດຮຸ້ນ ໝາຍເຖິງເເນວໂນ້ມທາງເສດຖະກິດທີ່ສັງເກດເຫັນໄດ້ຈາກສະພາບເເວດລ້ອມຂອງທຸລະກິດປະເພດຕ່າງໆ. ວັດທະຈັກຂອງຕະຫຼາດເເມ່ນຊ່ວງໄລຍະເວລາລະຫວ່າງຂອງຈຸດຕໍ່າສຸດ ຫຼື ສູງສຸດຂອງດັດສະນີທົ່ວໄປເຊັ່ນ: S&P 500 ຊີ້ໃຫ້ເຫັນເຖິງປະສິດທິພາບຂອງກອງທຶນໂດຍຜ່ານທັງຕະຫຼາດຂາຂຶ້ນ ແລະ ຕະຫຼາດຂາລົງ.

ໃນວັດທະຈັກ ຫຼັກຊັບ ຫຼື ສິນຊັບບາງປະເພດມີປະສິດທິພາບດີກວ່າປະເພດອື່ນ ເນື່ອງຈາກຮູບເເບບທຸລະກິດຂອງພວກເຂົາສອດຄ່ອງກັບເງື່ອນໄຂການຂະຫຍາຍຕົວ.

ແຫຼ່ງທີ່ມາ : fifthperson.com

ວັດທະຈັກຕະຫຼາດເຮັດວຽກແນວໃດ

ວັດທະຈັກຂອງຕະຫຼາດໃໝ່ເກີດຂຶ້ນເມື່ອມີເເນວໂນ້ມພາຍໃນພາກສ່ວນໃດໜຶ່ງ ຫຼື ອຸດສາຫະກຳໃດໜຶ່ງ ເພື່ອຕອບສະໜອງຕໍ່ການປະດິດສ້າງທີ່ມີປະໂຫຍດ, ຜະລິດຕະພັນໃໝ່ ຫຼື ສະພາບແວດລ້ອມດ້ານກົດລະບຽບ. ວັດທະຈັກ ຫຼື ແນວໂນ້ມເຫຼົ່ານີ້ມັກຈະເອີ້ນວ່າ  “secular” ໃນລະຫວ່າງໄລຍະເວລານີ້ ລາຍຮັບ ແລະ ກໍາໄລຕົ້ນທຶຶນອາດຈະສະແດງຮູບແບບການຂະຫຍາຍຕົວທີ່ຄ້າຍຄືກັນ ໃນບັນດາຫຼາຍໆບໍລິສັດທີ່ຖືກກຳນົດໃນອຸດສາຫະກໍາໃດໜຶ່ງ, ເຊິ່ງເປັນວັດທະຈັກຕາມທໍາມະຊາດ.

ວັດທະຈັກຂອງຕະຫຼາດບໍ່ສາມາດຄາດເດົາໄດ້ວ່າເປັນເເບບໃດຈົນກວ່າມັນຈະເກີດຂຶ້ນ ແລະ ບໍ່ມີຈຸດເລີ່ມຕົ້ນ ຫຼື ຈຸດສິ້ນສຸດທີ່ສະເພາະເຈາະຈົງ, ເຊິ່ງມັກຈະເຮັດໃຫ້ເກີດຄວາມສັບສົນ ຫຼື ການໂຕ້ຖຽງກ່ຽວກັບການປະເມີນນະໂຍບາຍ ແລະ ກົນລະຍຸດ.

ຢ່າງໃດກໍຕາມ, ຜູ້ທີ່ຊຳນານ ເເລະ ມີປະສົບການໃນຕະຫລາດສ່ວນໃຫຍ່ເຊື່ອວ່າມີທາງອອກກ່ຽວກັບບັນຫານີ້ ແລະ ນັກລົງທຶນສ່ວນຫຼາຍໃຊ້ກົນລະຍຸດການລົງທຶນທີ່ມີເປົ້າໝາຍຊັດເຈນເພື່ອເກັງກຳໄລຈາກການຊື້ຂາຍຫຼັກຊັບກ່ອນທີ່ທິດທາງຂອງຕະຫຼາດຈະເກີດການປ່ຽນເເປງ.

ແຫຼ່ງທີ່ມາ : milanaryal.com.np

ປະເພດວັດທະຈັກຂອງຕະຫຼາດ

ວັດທະຈັກຕະຫຼາດໂດຍທົ່ວໄປແລ້ວຈະມີສີ່ຊ່ວງໄລຍະທີ່ເເຕກຕ່າງກັນ ໃນເເຕ່ລະຊ່ວງໄລຍະຂອງວັດທະຈັກຕະຫຼາດທີ່ເຕັມຮູບແບບ, ຫຼັກຊັບທີ່ແຕກຕ່າງກັນຈະຕອບສະໜອງຕໍ່ກົນໄກຕະຫຼາດທີ່ແຕກຕ່າງກັນ.

ວັດທະຈັກຕະຫຼາດປະກອບດ້ວຍສີ່ຂັ້ນຕອນຄື:  ການສະສົມ, ແນວໂນ້ມຂາຂຶ້ນ ຫຼື ການເພີ່ມລາຄາ, ການແຜ່ກະຈາຍ ແລະ ເເນວໂນ້ມຂາລົງ ຫຼື ການຫຼຸດລາຄາ.

ແຫຼ່ງທີ່ມາ : investopedia.com
  • ຂໍ້ຄວນພິຈາລະນາພິເສດ

ວັດທະຈັກຂອງຕະຫຼາດສາມາດເກີດຂຶ້ນໄດ້ຕັ້ງເເຕ່ສອງສາມນາທີຈົນເຖິງຫຼາຍປີ, ຂຶ້ນກັບບັນຫາທີ່ມີໃນຕະຫຼາດ, ເນື່ອງຈາກຕະຫຼາດມີຫຼາຍ ຕ້ອງໄດ້ພິຈາລະນາ ແລະ ວິເຄາະຂອບເຂດຂອງຊ່ວງເວລາ.

ໃນອາຊີບ ເເລະ ປະສົບການທີ່ແຕກຕ່າງກັນ ຈະເບິ່ງຄວາມເປັນໄປຂອງຕະຫຼາດໃນມຸມມອງທີ່ແຕກຕ່າງກັນ. ນັກເທຣດລາຍວັນອາດຈະເບິ່ງເເທ່ງທຽນເເຕ່ຫ້ານາທີ ໃນຂະນະທີ່ນັກລົງທຶນອະສັງຫາລິມະສັບຈະເບິ່ງຮອບວຽນຂອງຕະຫຼາດເຖິງ 20 ປີ.

ທີ່ມາ : https://cutt.ly/V9nheE1

https://cutt.ly/V9nhyqP
https://cutt.ly/J9nhivk
https://cutt.ly/99nhpeR
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.