ກ່ອນທີ່ເຮົາຈະເຂົ້າໄປຮູ້ວ່າ Crypto Domain ແມ່ນຫຍັງ ເຮົາກໍຕ້ອງຮູ້ກ່ອນວ່າ Domain ຫຼື Domain Name  ແມ່ນຫຍັງ. ອະທິບາຍສັ້ນໆມັນກໍຄື ຊື່ເວັບໄຊຕ່າງໆ ເຊັ່ນ google.com, youtube.com ເຊິ່ງ Domain Name ກໍຈະມີຫຼາຍຮູບແບບເຊັ່ນ .com, .net, .org, .co ເປັນຕົ້ນ.

ໃນໂລກຂອງຄຣິບໂຕ ກໍຈະມີ Crypto Domain Name ເປັນຂອງຕົນເອງຕ່າງຫາກ ເຊັ່ນ ຖ້າເປັນຝັ່ງຂອງ Ethereum ກໍຄື Ethereum Name Service (ENS)​ ເປັນ Domain .eth, ຖ້າເປັນຝັ່ງຂອງ Solana ກໍມີ Bonfida ເຊິ່ງຈະໄດ້ເປັນ Domain ຮູບແບບ .sol ຫຼື ຈະເປັນ ແພັດຟອມຂອງ Unstoppable Domains ເຊິ່ງຈະມີຫຼາຍຮູບແບບຂອງ Domain ໃຫ້ເຮົາຈົດທະບຽນເຊັ່ນ: .crypto, .x, .coin, .wallet, .bitcoin, .blockchain, .nft, .dao ເຊິ່ງລາຄາຂອງ Domain ແຕ່ລະຮູບແບບກໍຈະແຕກຕ່າງກັນອອກໄປ.

ສະຫຼຸບແລ້ວ Crypto Domain Name ກໍຄືການຈົດທະບຽນເວັບໄຊພາຍໃຕ້ ເທັກໂນໂລຢີ Blockchain ເຊິ່ງຈະເຮັດໃຫ້ເຮົາກາຍເປັນຊື່ Domain ນັ້ນໆ. ຂໍ້ດີຂອງການຈົດທະບຽນ Domain Name ເປັນຂອງຕົນເອງແບບນີ້ກໍຄື ເວັບໄຊ ຂອງເຮົາຈະເຮັດໜ້າທີ່ເປັນກະເປົາເງິນ ອີເລັກໂທຣນິກ ຫຼື ວ່າ E-wallet ໄດ້ໃນຕົວ ເທົ່າກັບວ່າເຮົາສາມາດໂອນ Cryptocurrency ໄດ້ງ່າຍຂຶ້ນ.

ປົກກະຕິເວລາທີ່ເຮົາຈະໂອນເງິນຫາກັນ ເຮົາຕ້ອງມີສິ່ງທີ່ເອີ້ນວ່າ Wallet Address ຫຼືວ່າ ທີ່ຢູ່ຂອງກະເປົາເງິນເຮົາ ເຊິ່ງຈະມີຄວາມຍາວຄວາມຊັບຊ້ອນຂອງຕົວອັກສອນ ແລະ ຕົວເລກ ເຮັດໃຫ້ຈື່ຍາກ ຕົວຢ່າງ: “2CrBMWEYslAnydTGm5Gu6f4EAg9xYzPVE9” ໂດຍຕົວ Domain .crypto ນີ້ຈະເຮັດໃຫ້ເຮົາບໍ່ຕ້ອງໃຊ້ ທີ່ຢູ່ຂອງກະເປົາເງິນ ຫຼື Wallet Address ທີ່ຍາວແບບນັ້ນ ໂດຍພຽງແຕ່ໃຊ້ຊື່ Domain ເຊື່ອມກັບ ກະເປົາ ຂອງເຮົາໃຫ້ຮຽບຮ້ອຍ ຈາກນັ້ນເຮົາກໍສາມາດໃຊ້ຊື່ Domain ໃນການຮັບເງິນໄດ້ເລີຍເຊັ່ນ “vilaysack.crypto”

ນອກຈາກມີຄວາມສະດວກສະບາຍໃນການໂອນ Cryptocurrency  ຫາກັນແລ້ວ Crypto Domain Name ຍັງມີຄວາມໂປ່ງໃສໃນການກວດສອບເນື່ອງຈາກມັນເຮັດວຽກຜ່ານ ເທັກໂນໂລຢີ Blockchain ເຮົາຈຶ່ງສາມາດກວດສອບທຸກທຸລະກຳໄດ້ ແລະ ທີ່ສຳຄັນຄືເຮົາຍັງບໍ່ຕ້ອງຈ່າຍຄ່າທຳນຽມລາຍປີ  ຄືກັບ Domain Name ຂອງເວັບໄຊ ປົກກະຕິ ເພາະການຈົດທະບຽນ Crypto Domain Name ຈະເປັນການຊື້ຂາດພຽງຄັ້ງດຽວເລີຍ.

ຊ່ອງທາງການຕິດຕໍ່ :

Website: www.bitqik.com

Facebook: https://www.facebook.com/bitqik/

Tiktok: https://vt.tiktok.com/ZSdT86ut3/

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.