ໃນວັນທີ 2-3 ພະຈິກ 2022 ທີ່ຜ່ານມາ ໄດ້ມີການຈັດກອງປະຊຸມ FOMC (Federal Open Market Committee) ຂຶ້ນ, ຜົນປະກົດວ່າ Fed (Federal Reserve System) ໄດ້ຕັດສິນໃຈທີ່ຈະເພີ່ມອັດຕາດອກເບ້ຍ 0.75%, ເຊິ່ງເປັນການປັບເພີ່ມອັດຕາດອກເບ້ຍທີ່ສູງທີ່ສຸດໃນຮອບ 14 ປີ, ການຂື້ນອັດຕາດອກເບ້ຍໃນຄັ້ງນີ້ຫມາຍຄວາມວ່າແນວໃດ? ມັນຈະມີຜົນກະທົບແນວໃດຕໍ່ຕະຫຼາດ crypto? ມື້ນີ້ເຮົາຈະພາທ່ານໄປເບິ່ງເຖິງຄວາມປ່ຽນເເປງກັນເລີຍ.

ດັ່ງ​ທີ່​ນັກ​ລົງ​ທຶນ​ຮູ້ດີວ່າ​ປະຈຸ​ບັນ​ພວກ​ເຮົາ​ລ້ວນ​ແຕ່​ປະສົບ​ກັບ​ໄພ​ເງິນ​ເຟີ້ (Inflation) , ​ໃນ​ຂະນະ​ທີ່​ລາຄາ​ສິນຄ້າ​ ແລະການ​ບໍລິການ​ແພງ​ຂຶ້ນ, ອັດຕາ​ເງິນ​ເຟີ້​ຂອງ​ອາ​ເມ​ລິ​ກາ​ສູງຖິງ 7% ຊຶ່ງສູງ​ສຸດ​ໃນ​ຮອບ 40 ປີ. ດ້ວຍເຫດນີ້ Fed  ຈຶ່ງໄດ້ຂຶ້ນດອກເບ້ຍເພື່ອຈະຄວບຄຸມສະພາບ​​ເງິນ​ເຟີ້​ໃຫ້​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມຫຼືອາດຈະເອີ້ນວ່າການເພີ່ມອັດຕາດອກເບ້ຍເພື່ອປ້ອງກັນໄພເງິນເຟີ້. ດັ່ງນັ້ນ, ຕະຫຼາດຫຼັກຊັບທົ່ວໂລກຈະມີການຜັນຜວນຢ່າງຮຸນແຮງ, ເສດຖະກິດຈະຊ້າລົງ, ປະຊາຊົນມີແນວໂນ້ມທີ່ຈະໃຊ້ເງິນໜ້ອຍລົງແລະເງິນໂດລາມີແນວໂນ້ມໄປໃນທາງທີ່ດີຂຶ້ນ.

  • ມັນມີຜົນກະທົບແນວໃດຕໍ່ຕະຫຼາດ crypto?

ໃນສະຖານະການທີ່ອັດຕາດອກເບ້ຍຖືກ ນັກລົງທຶນຈະເລືອກທີ່ຈະໂອນການລົງທຶນຂອງເຂົາເຈົ້າເຂົ້າໄປໃນຕະຫຼາດ crypto ຫຼາຍ ເພາະວ່າມັນໃຫ້ຜົນຕອບແທນທີ່ດີກວ່າ ເຖິງວ່າຈະມີຄວາມສ່ຽງສູງ, ເນື່ອງຈາກວ່າການລົງທຶນໃນຊັບສິນແບບດັ້ງເດີມທີ່ໃຫ້ດອກເບ້ຍຕໍ່າເບິ່ງຄືວ່າບໍ່ຄຸ້ມຄ່າ ມັນຍັງເປັນອີກທາງເລືອກທີ່ຈະຫຼີກລ້ຽງບັນຫາດ້ອຍມູນຄ່າຈາກສະພາວະເງິນເຟີ້ທີ່ເພີ່ມຂຶ້ນ ຊຶ່ງນີ້ແມ່ນດີກ່ວາການຖືສະກຸນເງິນ fiat ທີ່ມີເເຕ່ຈະດ້ອຍຄ່າລົງ. ໃນທາງກົງກັນຂ້າມ, ເມື່ອດອກເບ້ຍເພີ່ມສູງຂຶ້ນ ປະຊາຊົນມີແນວໂນ້ມທີ່ຈະເລືອກເອົາການລົງທຶນທີ່ມີຄວາມສ່ຽງຫຼືການຜັນຜວນໜ້ອຍກວ່າ. ດັ່ງນັ້ນ, ການຂຶ້ນອັດຕາດອກເບ້ຍມີແນວໂນ້ມທີ່ຈະມີຜົນກະທົບທາງລົບຕໍ່ຕະຫຼາດ crypto.

ຢ່າງໃດກໍ່ຕາມ, FED ມັນບໍ່ສາມາດຄວບຄຸມຕະຫຼາດ crypto ແຕ່ນະໂຍບາຍການເງິນຂອງ FED ຍັງສາມາດມີຜົນກະທົບໃນຕະຫຼາດ crypto ຍ້ອນວ່າໂລກຂອງເສດຖະກິດແລະການລົງທຶນແມ່ນເຊື່ອມຕໍ່ກັນໝົດ ເພາະເງິນຍ່ອມໄຫຼວຽນຈາກຕະຫຼາດໜື່ງໄປສູ່ຕະຫຼາດໜື່ງສະເໝີ.

ທີ່ມາ : https://cutt.ly/uNEMk9G

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.