Flash Loan ແມ່ນຫຍັງ?  ນັກລົງທຶນມືໃໝ່ຈໍາເປັນຕ້ອງຮູ້

Flash Loan ຄືການກູ້ຢືມເງີນຮູບແບບໜື່ງ ແຕ່ມັນມີລັກສະນະພິເສດທີ່ແຕກຕ່າງຈາກເງິນກູ້ຢືມເເບບປົກກະຕິທົ່ວໄປ

ການກູ້ຢືມປົກກະຕິ ພວກເຮົາຈໍາເປັນຕ້ອງໄດ້ນຳສິນຊັບ ຫຼືຫຼັກຊັບໄປຄ້ຳປະກັນກັບຜູ້ໃຫ້ກູ້, ຫຼັງຈາກນັ້ນ ເຮົາຈື່ງຈະໄດ້ຮັບເງິນຕາມທີ່ຕ້ອງການກູ້ຢືມ, ຖ້າພວກເຮົາ ບໍ່ຊໍາລະຄືນເງິນກູ້ຕາມກໍານົດ ຜູ້ໃຫ້ກູ້ຈະຍຶດຊັບສິນຄ້ຳປະກັນຂອງພວກເຮົາໄປ.

ແຕ່ Flash Loan ແມ່ນວິທີການກູ້ຢືມເງິນໂດຍບໍ່ມີຫຼັກຊັບຄໍ້າປະກັນ ສາມາດກູ້ຢືມໄດ້ເລີຍ ແຕ່ມີເງື່ອນໄຂໃນການເຮັດທຸລະກໍາເພື່ອໃຫ້ການ Flash Loan ນັ້ນປະສົບຜົນສໍາເລັດ, ເຊີ່ງນັ້ນກໍຄືການກູ້ຢືມແລະການຄືນເງິນດ້ວຍດອກເບ້ຍໃນ Transaction ດຽວ.

ນັ້ນແມ່ນ ເມື່ອພວກເຮົາໄດ້ຮັບເງິນຈາກ Flash Loan, ແລ້ວນຳເງິນໄປໃຊ້ເພື່ອເຮັດທຸລະກໍາທີ່ພວກເຮົາຕ້ອງການເຮັດແລະເມື່ອເຮັດທຸລະກໍາສໍາເລັດເເລ້ວ ຈະຕ້ອງ​ເອົາ​ເງິນ​ທີ່​ຢືມ​ມາ​ຄືນ​ໃຫ້​ຜູ້​ໃຫ້​ກູ້.

ໂດຍການເຮັດທຸລະກໍາຂ້າງຕົ້ນມີ 3 ຂັ້ນຕອນຄື :

1. ກູ້ຢືມເງິນ

2. ນໍາເອົາເງິນທີ່ກູ້ຢືມມາໄປເຮັດທຸລະກໍາ.

3. ເອົາເງິນຕົ້ນທີ່ກູ້ຢືມມາໄປຄືນໃຫ້ຜູ້ໃຫ້ກູ້.

ໂດຍເງື່ອນໄຂຂອງການເຮັດ Flash Loan ແມ່ນ 3 ຂັ້ນຕອນຂ້າງເທິງນີ້ຈະຕ້ອງໃຫ້ສໍາເລັດພາຍໃນ 1 ທຸລະກໍາ, ເຊິ່ງໃຊ້ເວລາສັ້ນທີ່ສຸດ ອາດຈະບໍ່ເກີນ 3 ວິນາທີ (ດັ່ງນັ້ນຄວາມຫມາຍຂອງຄໍາວ່າ Flash ຫມາຍເຖິງການເກີດຂຶ້ນຂອງທຸລະກໍາທີ່ໄວຫຼາຍ).

ໃນການດໍາເນີນງານ Flash Loan, ຈະມີການກວດສອບວ່າເງິນທີ່ພວກເຮົານຳມາຄືນກັບເງີນກູ້ໄປນັ້ນຕົງກັນຫຼືບໍ່ ຖ້າຈໍານວນເງິນທີ່ຕົງກັນ, ການເຮັດທຸລະກໍາແມ່ນຖືວ່າ Transaction ນັ້ນສໍາເລັດແລະຂໍ້ມູນຖືກບັນທຶກໄວ້ໃນ Blockchain , ຖ້າພວກເຮົາຄືນເງິນບໍ່ຄົບ, ມັນຈະເຮັດໃຫ້ທຸລະກໍານັ້ນລົ້ມເຫລວ (Transaction Failed).

ດັ່ງນັ້ນ, Flash Loan ຕ້ອງການຄວາມຮູ້ແລະຄວາມເຂົ້າໃຈໃນການຂຽນ Smart Contract ເພື່ອໃຫ້ສາມາດສໍາເລັດຂັ້ນຕອນຕ່າງໆການພາຍໃນການເຮັດທຸລະກໍາດຽວ.

ຄວາມເປັນຕາຢ້ານຂອງ Flash Loan Attack ແມ່ນເວລາທີ່ເຄື່ອງມືນີ້ຖືກນໍາໃຊ້ເພື່ອໂຈມຕີເເພັດຟອມຕ່າງໆໂດຍອາໄສຊ່ອງຫວ່າງຂອງລະບົບ ເພື່ອເຮັດຜົນກໍາໄລຈາກການໂຈມຕີລາຄາຫຼຽນຂອງເເພັດຟອມ ໂດຍມີລັກສະນະດັ່ງຕໍ່ໄປນີ້ :

  1. ກູ້ຢືມ Coin A ຈຳນວນຫຼາຍເພື່ອແລກປ່ຽນ Coin B, ເຊິ່ງຈະເຮັດໃຫ້ລາຄາຂອງ Coin B ໃນ DEX ເພີ່ມຂຶ້ນ.
  2. ຫຼັງຈາກນັ້ນ, ເອົາ Coin B ທີ່ໄດ້ຮັບເປັນຫຼັກຊັບຄໍ້າປະກັນ ເພື່ອກູ້ເງິນ Coin A ອອກມາ ໂດຍໄດ້ຮັບ Coin A ໃນຈໍານວນທີ່ຫຼາຍກວ່າເກົ່າ.
  3. ສົ່ງຄືນ Coin A ໃຫ້ກັບຜູ້ໃຫ້ກູ້ມາ ສ່ວນຕ່າງທີ່ຍັງເຫຼືອແມ່ນກໍາໄລ.

ທີ່ມາ : https://cutt.ly/WNd9RMA

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.